Quiz ປະເພດລົດໂດຍສານຂະໜາດໃຫຍ່ D2 Quiz ປະເພດລົດໂດຍສານຂະໜາດໃຫຍ່ D2 ມີທັງໝົດ 32 ຄຳຖາມ ເວລາໃນການເຮັດ 32 ນາທີ ຊື່-ນາມສະກຸນ ເບີໂທລະສັບ ອີເມວ(ຖ້າມີ) 1. ລົດສອງຄັນລ້ຽວໄປທາງດຽວກັນ ຄັນໃດມີສິດໄປກ່ອນ? ກ. ລົດບັນທຸກມີສິດໄປກ່ອນ ຂ. ລົດເກງມີສິດໄປກ່ອນ None 2. ສູນແຈກຢາຍສິນຄ້າ ໝາຍເຖິງຫຍັງ? ກ. ໝາຍເຖິງ ສະຖານທີ່ເຕົ້າໂຮມສິນຄ້າ ເພື່ອອໍານວຍຄວາມສະດວກ ໃນການຈັດສົ່ງ ແລະ ແຈກຢາຍ ສິນຄ້າ ຂ. ໝາຍເຖິງ ສະຖານທີ່ຫຸ້ມຫໍ່ສິນຄ້າ ເພື່ອອໍານວຍຄວາມສະດວກ ໃນການຈັດສົ່ງ ແລະ ແຈກຢາຍສິນຄ້າ ຄ. ໝາຍເຖິງ ສະຖານທີ່ກວດກາສິນຄ້າ ເພື່ອຮັບປະກັນຄວາມປອດໄພ ໃນການຈັດສົ່ງ ແລະ ແຈກຢາຍ ສິນຄ້າ None 3. ການຂັບຂີ່ລົດບັນທຸກຂະໜາດໃຫຍ່ ແລະ ຍາວ ຂຶ້ນທາງຄ້ອຍຊັນ ຜູ້ຂັບຂີ່ລົດ ຕ້ອງມີທັກສະແນວໃດ? ກ. ຜູ້ຂັບຂີ່ລົດຕ້ອງຮູ້ປະເມີນ ຄວາມຄ້ອຍຊັນຂອງທາງ, ຄວາມແຮງຂອງລົດ ແລະ ມີທັກສະສູງ ໃນການນໍາໃຊ້ອຸປະກອນພາຍໃນລົດ ຢ່າງຄົບຖ້ວນ ຂ. ຜູ້ຂັບຂີ່ລົດຕ້ອງຮູ້ປະເມີນ ຄວາມແຮງຂອງລົດ ແລະ ມີທັກສະສູງ ໃນການນໍາໃຊ້ອຸປະກອນພາຍໃນລົດ ຢ່າງຄົບຖ້ວນ ຄ. ຖືກທັງສອງຂໍ້ None 4. ບ່ອນທີ່ຫ້າມຈອດລົດຊົ່ວຄາວຕາມແຄມທາງມີຢູ່ໃສແດ່? ກ. ຈອດຕາມແຄມທາງ ບ່ອນທີ່ເສັ້ນແບ່ງໃຈກາງທາງເປັນເສັ້ນເຕັມ ແລະ ໄລຍະຫ່າງລະຫວ່າງເສັ້ນແບ່ງໃຈກາງທາງຫາເສັ້ນຂອບທາງໜ້ອຍກວ່າ 3 ແມັດ ຂ. ຈອດໃກ້ທາງມ້າລາຍທີ່ມີໄລຍະໜ້ອຍກວ່າ 5 ແມັດ, ໃກ້ທາງໂຄ້ງອັນຕະລາຍ ຫຼື ບ່ອນທີ່ມີໄລຍະແນມເຫັນໜ້ອຍກວ່າ 100 ແມັດ ຄ. ຖືກໝົດທຸກຂໍ້ None 5. ຜູ້ຂັບຂີ່ລົດຂົນສົ່ງພາຍໃຕ້ອະນຸສັນຍາ ຕ້ອງລາຍງານຕົວຢູ່ຈຸດກວດກາໃດ? ກ. ຢູ່ຈຸດກວດກາ ທີ່ພາຄີຄູ່ສັນຍາໄດ້ຕົກລົງກັນ ຂ. ຢູ່ຈຸດກວດກາຕົ້ນທາງ ບ່ອນເອົາສິນຄ້າຂຶ້ນ ຄ. ຢູ່ຈຸດກວດກາປາຍທາງ ບ່ອນເອົາສິນຄ້າລົງ None 6. ການຊ່ວຍເຫຼືອຜູ້ບາດເຈັບຈາກອຸບປະຕິເຫດຕາມທາງຫຼວງ ໂດຍວິທີປ້ຳຫົວໃຈ ແລະ ເປົ່າລົມເຂົ້າປອດ ຕ້ອງຢຸດໃນເວລາໃດ? ກ. ເມື່ອຜູ້ບາດເຈັບມີສັນຍານຟື້ນຊີບກັບມາ ເຊັ່ນ ຮູ້ສຶກໂຕເຄື່ອນໄຫວຮ່າງກາຍ ໄອ, ກືນ, ຫາຍໃຈ, ສີຜິວໜັງປ່ຽນແປງດີຂຶ້ນ, ຮ່າງກາຍອຸ່ນຂຶ້ນ ຂ. ເມື່ອຜູ້ບາດເຈັບມີສັນຍານຟື້ນຊີບກັບມາ ຫຼື ມີອານການສະແດງໃຫ້ເຫັນເຖິງການມີຊີວິດ ເຊັ່ນ ຮູ້ສຶກໂຕ, ການເຄື່ອນໄຫວຂອງຮ່າງກາຍ, ໄອ, ກືນ, ຫາຍໃຈ ສີຜິວໜັງປ່ຽນແປງດີຂຶ້ນ, ອຸນຫະພູມຮ່າງກາຍອຸ່ນຂຶ້ນ ຄ. ເມື່ອຜູ້ບາດເຈັບມີສັນຍານຟື້ນຊີບກັບມາ ເຊັ່ນ ຮູ້ສຶກໂຕ, ໄອ, ໄຫ້ອອກສຽງ ສີຜິວໜັງແດງຂຶ້ນ ອຸນຫະພູມຮ່າງກາຍອຸ່ນຂຶ້ນ None 7. ຄວາມສ່ຽງຂອງການຂັບຂີ່ລົດລາກ ເຂົ້າ-ອອກ ທາງໂຄ້ງກໍ້າຊ້າຍ ຕ້ອງລະວັງຫຍັງແດ່? ກ. ຫົວລາກອາດຈະດາດກັບ ຫຼັກນໍາທາງ, ປ້າຍສັນຍານຈະລາຈອນ ຫຼື ອອກຈາກຂອບທາງກໍ້າຊ້າຍ, ຫາງລາກອາດຈະກວມຊ່ອງຈະລາຈອນອື່ນ ຂ. ຫົວລາກອາດຈະດາດກັບ ຫຼັກນໍາທາງ, ປ້າຍສັນຍານຈະລາຈອນ ຫຼື ອອກຈາກຂອບທາງກໍ້າຂວາ, ຫາງລາກອາດຈະກວມຊ່ອງຈະລາຈອນອື່ນ ຄ. ຖືກທັງສອງຂໍ້ None 8. ຜູ້ຂັບຂີ່ລົດຕ້ອງບໍລິໂພກ ຫຼື ກິນ ອາຫານປະເພດໃດແດ່ເພື່ອເສີມສ້າງສະມັດຖະພາບຂອງຮ່າງກາຍ? ກ. ຕ້ອງບໍລິໂພກ ຫຼື ກິນ ອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ, ມີຄວາມສະອາດ ແລະ ຖືກຫຼັກສຸຂານາໄມ ຂ. ຕ້ອງບໍລິໂພກ ຫຼື ກິນ ອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ແລະ ໃຫ້ສານອາຫານທີ່ມີຄຸນຄ່າທາງໂພສະນາການຄົບທັງ ຫ້າ ໝວດ ຄ. ຖືກທັງສອງຂໍ້ None 9. ການຂົນສົ່ງທາງບົກ ມີ ຈັກປະເພດ ແລະ ປະເພດໃດແດ່? ກ. ມີ ໜຶ່ງ ປະເພດ ຄື: ການຂົນສົ່ງຮັບຈ້າງ ຂ. ມີ ສອງ ປະເພດ ຄື: ການຂົນສົ່ງຮັບຈ້າງ ແລະ ການຂົນສົ່ງສະເພາະ ຄ. ມີ ສາມ ປະເພດ ຄື: ການຂົນສົ່ງຮັບຈ້າງ, ການຂົນສົ່ງສະເພາະ ແລະ ການຂົນສົ່ງສ່ວນຕົວ None 10. ພຶດຕິກໍາທີ່ບໍ່ຖືກຕ້ອງຂອງຜູ້ຂັບຂີ່ລົດສະແດງອອກຄືແນວໃດ? ກ. ຮີບຮ້ອນ ຫຼື ຊັກຊ້າ, ບໍ່ສົນໃຈຜູ້ນໍາໃຊ້ທາງຫຼວງຮ່ວມກັນດ້ວຍການແລ່ນລົດຊ້າຢູ່ກາງທາງ, ແລ່ນລົດກວມເສັ້ນແບ່ງຊ່ອງຈະລາຈອນ ແລະ ບໍ່ປະຕິບັດຕາມກົດໝາຍວ່າດ້ວຍທາງຫຼວງ ຂ. ຮີບຮ້ອນ ຫຼື ຊັກຊ້າ, ບໍ່ສົນໃຈຜູ້ນໍາໃຊ້ທາງຫຼວງຮ່ວມກັນດ້ວຍການແລ່ນລົດຊ້າຢູ່ກາງທາງ, ແລ່ນລົດກວມເສັ້ນແບ່ງຊ່ອງຈະລາຈອນ ແລະ ບໍ່ປະຕິບັດຕາມກົດຈະລາຈອນທາງບົກ ຄ. ຖືກທັງສອງຂໍ້ None 11. ບັນດາເອກະສານທີ່ຕິດໄປນຳລົດຂົນສົ່ງສິນຄ້າຜ່ານແດນ ມີຫຍັງແດ່? ກ. ໃບທະບຽນລົດ, ໃບຢັ້ງຢືນກວດກາເຕັກນິກລົດ, ປື້ມ ຫຼື ໃບອະນຸຍາດຂົນສົ່ງ ລະຫວ່າງປະເທດ, ໃບນຳສົ່ງສິນຄ້າ, ໃບແຈ້ງພາສີສຳລັບສິນຄ້າ, ໃບປະກັນໄພ, ໃບແຈ້ງພາສີການເຂົ້າ-ອອກ ຊົ່ວຄາວຂອງລົດ, ໃບຢັ້ງຢືນກວດກາພືດ ແລະ ສັດ ຂ. ໃບທະບຽນລົດ, ໃບຢັ້ງຢືນກວດກາເຕັກນິກລົດ, ໜັງສືຜ່ານແດນ, ໃບຂັບຂີ່ ລະຫວ່າງປະເທດ, ໃບນຳສົ່ງສິນຄ້າ, ໃບແຈ້ງພາສີສຳລັບສິນຄ້າ, ໃບປະກັນໄພ, ໃບແຈ້ງພາສີການເຂົ້າ-ອອກ ຊົ່ວຄາວຂອງລົດ ຄ. ໃບທະບຽນລົດ, ໃບຢັ້ງຢືນກວດກາເຕັກນິກລົດ, ບັດປະຈຳຕົວ, ໃບອະນຸຍາດຂົນສົ່ງ ລະຫວ່າງປະເທດ, ໃບນຳສົ່ງສິນຄ້າ, ໃບແຈ້ງພາສີສຳລັບສິນຄ້າ, ໃບປະກັນໄພ, ໃບຢັ້ງຢືນກວດກາພືດ ແລະ ສັດ None 12. ຜູ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ຫຼື ສິນຄ້າ ທີ່ປະຕິບັດໜ້າທີ່ຢ່າງເຂັ້ມງວດ ຕ້ອງປະຕິບັດຫຍັງແດ່ ? ກ. ຜູ້ຂັບຂີ່ຕ້ອງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເປັນມືອາຊີບ, ພ້ອມກັນນັ້ນ ຍັງຕ້ອງອໍານວຍຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການມີ ຄວາມສະດວກສະບາຍ, ເພີ່ງພໍໃຈ, ປອດໄພ, ວ່ອງໄວ ແລະ ໄປເຖິງຈຸດໝາຍປາຍທາງຕາມກໍານົດເວລາ ຂ. ຜູ້ຂັບຂີ່ຕ້ອງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເປັນມືອາຊີບ, ບໍ່ກ້າວກ່າຍສິດ ແລະ ໜ້າທີ່ຂອງຜູ້ອື່ນ ທີ່ຈະພາໃຫ້ເກີດຜົນເສຍຫາຍຕາມມາ, ພ້ອມກັນນັ້ນ ຍັງຕ້ອງອໍານວຍຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການມີ ຄວາມສະດວກສະບາຍ, ເພີ່ງພໍໃຈ, ປອດໄພ, ວ່ອງໄວ ແລະ ໄປເຖິງຈຸດໝາຍປາຍທາງຕາມກໍານົດເວລາ ຄ. ຖືກທັງສອງຂໍ້ None 13. ຜູ້ຂັບຂີ່ລົດ ຕ້ອງມີສຸຂະພາບແນວໃດໃນເວລາຂັບຂີ່ລົດ? ກ. ຜູ້ຂັບຂີ່ລົດຕ້ອງມີສຸຂະພາບທີ່ດີໃນການຂັບລົດຢູ່ຕະຫຼອດເວລາໃນການເດີນທາງ ເພື່ອຮັບປະກັນການເດີນທາງຮອດຈຸດໝາຍປາຍທາງ ຂ. ຜູ້ຂັບຂີ່ລົດຕ້ອງມີສຸຂະພາບແຂງແຮງ ຍ້ອນວ່າ ຜູ້ຂັບຂີ່ໄດ້ໃຊ້ພະລັງງານ ແລະ ລະບົບປະສາດທຸກສ່ວນຂອງຮ່າງກາຍຢູ່ຕະຫຼອດເວລາໃນເວລາຂັບຂີ່ຕາມທາງຫຼວງເພື່ອປ້ອງກັນອຸບປະຕິເຫດທີ່ອາດຈະເກີດຂຶ້ນ ຄ. ຖືກທັງສອງຂໍ້ None 14. ປ້າຍແນະນໍາ ນີ້ມີຄວາມໝາຍຄືແນວໃດ ? ກ. ລົດທຸກປະເພດ ທີ່ມີນໍ້າໜັກລວມ ເກີນ 3.500 ກິໂລກຣາມ ສາມາດລ້ຽວກັບໄດ້ ຂ. ລົດທຸກປະເພດ ທີ່ມີນໍ້າໜັກລວມ ບໍ່ເກີນ 3.500 ກິໂລກຣາມ ສາມາດລ້ຽວກັບໄດ້ ຄ. ລົດທຸກປະເພດ ສາມາດລ້ຽວກັບໄດ້ None 15. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍແນວໃດ ? ກ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ທາງໜ້າເປັນທາງທົບສອກໄປທາງກໍ້າຂວາອັນຕະລາຍ ຂ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ທາງໜ້າເປັນທາງໂຄ້ງຂວາເຂົ້າອຸໂມງ ອັນຕະລາຍ ຄ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ທາງໜ້າເປັນທາງໂຄ້ງຂວາກັບ ອັນຕະລາຍ None 16. ຜູ້ຂັບຂີ່ລົດຂົນສົ່ງສິນຄ້າຕ້ອງຮຽນຮູ້ກົດໝາຍໃດແດ່ ? ກ. ກົດໝາຍ ວ່າດ້ວຍ ການຂົນສົ່ງທາງບົກ, ການຈະລາຈອນທາງບົກ, ທາງລົດໄຟ, ຂົນສົ່ງຫຼາຍຮູບແບບ ຂ. ກົດໝາຍ ວ່າດ້ວຍ ການຂົນສົ່ງທາງບົກ, ການຈະລາຈອນທາງບົກ, ທາງຫຼວງ, ທາງນໍ້າ ຄ. ກົດໝາຍ ວ່າດ້ວຍ ການຂົນສົ່ງທາງບົກ, ການຈະລາຈອນທາງບົກ, ຂົນສົ່ງຫຼາຍຮູບແບບ None 17. ປ້າຍໃດເປັນປ້າຍສຸດເຂດຫ້າມທຸກປະເພດ? ກ. ປ້າຍທີ 1 ຂ. ປ້າຍທີ 2 ຄ. ປ້າຍທີ 3 ງ. ປ້າຍທີ 4 None 18. ການມອດເຄື່ອງຈັກລົດ ຫຼັງຈາກໃຊ້ວຽກແລ້ວ ຄວນປະຕິບັດແນວໃດ? ກ. ຕ້ອງໃສ່ເກຍວ່າງ, ປ່ອຍເຄື່ອງຈັກແລ່ນເບົາໆປະມານ 3-5 ນາທີ ເພື່ອໃຫ້ເຄື່ອງຈັກລະບາຍຄວາມຮ້ອນຫຼຸດລົງ ຈຶ່ງມອດເຄື່ອງຈັກລົດ ຂ. ຕ້ອງໃສ່ເກຍວ່າງ, ປ່ອຍເຄື່ອງຈັກແລ່ນເບົາໆປະມານ 10-15 ນາທີ ເພື່ອໃຫ້ເຄື່ອງຈັກລະບາຍຄວາມຮ້ອນຫຼຸດລົງ ຈຶ່ງມອດເຄື່ອງຈັກລົດ ຄ. ຕ້ອງໃສ່ເກຍວ່າງ, ປ່ອຍເຄື່ອງຈັກແລ່ນເບົາໆປະມານ 15-20 ນາທີ ເພື່ອໃຫ້ເຄື່ອງຈັກລະບາຍຄວາມຮ້ອນຫຼຸດລົງ ຈຶ່ງມອດເຄື່ອງຈັກລົດ None 19. ຜູ້ຂັບຂີ່ລົດຄັນໃດມີສິດໄປກ່ອນ? ກ. ລົດຈັກມີສິດໄປກ່ອນ ຂ. ລົດເກັງມີສິດໄປກ່ອນ None 20. ຈົ່ງລຽງລໍາດັບ ຜູ້ຂັບຂີ່ລົດຄັນໃດມີສິດໄປກ່ອນ? ກ. 1-2-3-4 ຂ. 2-1-4-3 ຄ. 3-2-4-1 ງ. 4-3-2-1 None 21. ປ້າຍບັງຄັບສະເພາະ ນີ້ມີຄວາມໝາຍຄືແນວໃດ? ກ. ທາງທີ່ມີການສັນຈອນທິດທາງດຽວ, ລົດທຸກປະເພດບໍ່ສາມາດລ້ຽວ ຂວາ, ຊ້າຍໄດ້ ເມື່ອພົບທາງແຍກ ຂ. ທາງທີ່ມີການສັນຈອນທິດທາງດຽວ, ລົດທຸກປະເພດບໍ່ສາມາດລ້ຽວ ຊ້າຍໄດ້ ເມື່ອພົບທາງແຍກ ຄ. ທາງທີ່ມີການສັນຈອນທິດທາງດຽວ, ລົດທຸກປະເພດຕ້ອງແລ່ນໄປໃນທິດທາງດຽວກັນໝົດ None 22. ປ້າຍສັນຍານຈະລາຈອນ ແລະ ເຄື່ອງໝາຍນໍາທາງ ນີ້ມີຄວາມໝາຍຄືແນວໃດ ? ກ. ປ້າຍສັນຍານຈະລາຈອນມີຄວາມໝາຍວ່າ ອະນຸຍາດໃຫ້ໃຊ້ຄວາມໄວເກີນ 50 ກິໂລແມັດຕໍ່ຊົ່ວໂມງ; ຄື່ອງໝາຍນໍາທາງບອກໃຫ້ຮູ້ແລວທາງໂຄ້ງໄປທາງກໍ້າຊ້າຍ ຂ. ປ້າຍສັນຍານຈະລາຈອນມີຄວາມໝາຍວ່າ ຫ້າມໃຊ້ຄວາມໄວເກີນ 50 ກິໂລແມັດຕໍ່ຊົ່ວໂມງ; ເຄື່ອງໝາຍນໍາທາງບອກໃຫ້ຮູ້ແລວທາງໂຄ້ງໄປທາງກໍ້າຂວາ ຄ. ຖືກທັງສອງຂໍ້ None 23. ຜູ້ສົ່ງສິນຄ້າ ໝາຍເຖິງໃຜ? ກ. ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນເຈົ້າຂອງສິນຄ້າ ຫຼື ເຈົ້າຂອງຍານພາຫະນະ ທີ່ບໍລິການຂົນສົ່ງສິນຄ້າ ຂ. ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນເຈົ້າຂອງຍານພາຫະນະ ທີ່ເປັນຄູ່ສັນຍາຂົນສົ່ງ ກັບ ຜູ້ດໍາເນີນການຂົນສົ່ງ ຄ. ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນເຈົ້າຂອງສິນຄ້າ ຫຼື ຜູ້ຮັບມອບໝາຍ ທີ່ເປັນຄູ່ສັນຍາຂົນສົ່ງ ກັບ ຜູ້ດໍາເນີນການຂົນສົ່ງ None 24. ເມື່ອເຫັນເຄື່ອງໝາຍສີເຫຼືອງເສັ້ນເຕັມນີ້ຢູ່ແຄມທາງ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ບໍ່ອະນຸຍາດໃຫ້ຢຸດ,ໃຫ້ຈອດ ຂ. ອະນຸຍາດໃຫ້ຈອດລົດໄດ້ ຄ. ຖືກທັງສອງຂໍ້ None 25. ຜູ້ຂັບຂີ່ສາມາດຊີງຂຶ້ນໜ້າຢູ່ບ່ອນໃກ້ຈະຮອດທາງລົດໄຟຕັດຜ່ານ ໄດ້ ຫຼື ບໍ່? ກ. ຊີງໄດ້ ຖ້າບໍ່ມີລົດໄຟມາ ຂ. ຊີງບໍ່ໄດ້ ເພາະເປັນເຂດຫ້າມຊີງ ຄ. ຊີງໄດ້ ຖ້າການຊີງສິ້ນສຸດກ່ອນເຖິງລາງລົດໄຟ None 26. ຜູ້ຂັບຂີ່ບໍ່ສາມາດຊີງຂຶ້ນໜ້າລົດຄັນອື່ນໃນກໍລະນີໃດແດ່? ກ. ຜູ້ຂັບຂີ່ບໍ່ສາມາດຊີງຂຶ້ນໜ້າລົດຄັນອື່ນເມື່ອເຫັນລົດຄັນທາງໜ້າເປີດໄຟສັນຍານລ້ຽວຊ້າຍ ແລະ ເຫັນລົດຄັນທາງຫຼັງຂັບເຂົ້າມາຈໍ້ທ້າຍລົດເຮົາ ຂ. ຜູ້ຂັບຂີ່ບໍ່ສາມາດຊີງຂຶ້ນໜ້າລົດຄັນອື່ນເມື່ອເຫັນລົດຄັນທາງໜ້າມີໄຟສັນຍານຫ້າມລໍ້ຮຸ່ງເປັນໄລຍະໆ ແລະ ເຫັນລົດ ມາຕາມຫຼັງກໍາລັງຊີງຂຶ້ນມາ ຄ. ຜູ້ຂັບຂີ່ບໍ່ສາມາດຊີງຂື້ນໜ້າລົດຄັນອື່ນເມື່ອເຫັນລົດຄັນທາງໜ້າເປີດໄຟສັນຍານລ້ຽວຊ້າຍ ແລະ ລົດທີ່ແລ່ນຕາມຫຼັງມາກໍາລັງຊີງຂຶ້ນມາ None 27. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍແນວໃດ ? ກ. ຫ້າມຢຸດ ແລະ ຫ້າມຈອດລົດທຸກປະເພດ ແຕ່ບ່ອນຕັ້ງປ້າຍອອກໄປຂ້າງໜ້າໄລຍະ 50 ແມັດ ຂ. ຫ້າມຢຸດ ແລະ ຫ້າມຈອດລົດທຸກປະເພດ ແຕ່ບ່ອນຕັ້ງປ້າຍຄືນຫຼັງໄລຍະ 50 ແມັດ ຄ. ຫ້າມຈອດລົດທຸກປະເພດ ແຕ່ບ່ອນຕັ້ງປ້າຍອອກໄປຂ້າງໜ້າໄລຍະ 50 ແມັດ None 28. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍແນວໃດ ? ກ. ປ້າຍສັນຍານຈະລາຈອນຂ້າງເທິງນີ້ມີຄວາມໝາຍວ່າ ຜູ້ຂັບຂີ່ຕ້ອງຜ່ອນຄວາມໄວລົງ, ຢຸດລົດຢູ່ໜ້າເສັ້ນຢຸດ; ປ້າຍສັນຍານຈະລາຈອນລຸ່ມນີ້ມີຄວາມໝາຍວ່າ ລ້ຽວຂວາໄດ້ແຕ່ຕ້ອງລະວັງ ຂ. ປ້າຍສັນຍານຈະລາຈອນຂ້າງເທິງນີ້ມີຄວາມໝາຍວ່າ ໃຫ້ຢຸດລົດຢູ່ໜ້າເສັ້ນຢຸດ; ປ້າຍສັນຍານຈະລາຈອນລຸ່ມນີ້ມີຄວາມໝາຍວ່າ ຫ້າມລົດທຸກປະເພດລ້ຽວຂວາ ຄ. ປ້າຍສັນຍານຈະລາຈອນຂ້າງເທິງນີ້ມີຄວາມໝາຍວ່າ ຜູ້ຂັບຂີ່ຕ້ອງຢຸດລົດຢູ່ໜ້າເສັ້ນຢຸດ; ປ້າຍສັນຍານຈະລາຈອນລຸ່ມນີ້ມີຄວາມໝາຍວ່າ ຫ້າມລົດບັນທຸກລ້ຽວຂວາ None 29. ເມື່ອເກີດອຸບປະຕິເຫດຕາມທາງຫຼວງ ໃນກໍລະນີໃດຈຶ່ງພົວພັນກັບຄະດີທາງແພ່ງ? ກ. ເມື່ອເກີດອຸບປະຕິເຫດທີ່ສ້າງຜົນເສຍຫາຍຕໍ່ ຊັບສິນ, ວັດຖຸສິ່ງຂອງ, ບໍ່ມີຜູ້ບາດເຈັບຈາກການເກີດອຸບປະຕິເຫດດັ່ງກ່າວ ແຕ່ຕ້ອງໃຊ້ແທນ ຫຼື ທົດແທນ ຄວາມເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ ຂ. ເມື່ອເກີດອຸບປະຕິເຫດທີ່ສ້າງຜົນເສຍຫາຍຕໍ່ ຊັບສິນ, ວັດຖຸສິ່ງຂອງ ແລະ ມີຜູ້ບາດເຈັບຈາກການເກີດອຸບປະຕິເຫດດັ່ງກ່າວ ແຕ່ຕ້ອງໃຊ້ແທນ ຫຼື ທົດແທນ ຄວາມເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ ຄ. ຖືກທັງສອງຂໍ້ None 30. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍແນວໃດ ? ກ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ຫ້າມຈອດລົດທຸກປະເພດ ແຕ່ບ່ອນຕັ້ງປ້າຍນີ້ຄືນຫຼັງໄປຈົນເຖິງທາງແຍກ ຂ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ຫ້າມຢຸດ ແລະ ຫ້າມຈອດລົດທຸກປະເພດ ແຕ່ບ່ອນຕັ້ງປ້າຍນີ້ໄປຈົນເຖິງທາງແຍກຂ້າງໜ້າ ຄ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ຫ້າມຢຸດ ລົດທຸກປະເພດ ແຕ່ບ່ອນຕັ້ງປ້າຍນີ້ໄປຂ້າງໜ້າ ແລະ ຄືນຫຼັງ None 1 out of 30 Time's upTime is Up! Prev Post Quiz ປະເພດລົດໂດຍສານຂະໜາດກາງ D1 Next Post Quiz ປະເພດລົດລາກ ແລະ ພ່ວງ.