Quiz ປະເພດລົດລາກ ແລະ ພ່ວງ E1 Quiz ປະເພດລົດລາກ ແລະ ພ່ວງ E1 ມີທັງໝົດ 40 ຄຳຖາມ ເວລາໃນການເຮັດ 40 ນາທີ ຊື່-ນາມສະກຸນ ເບີໂທລະສັບ ອີເມວ(ຖ້າມີ) 1. ບຸກຄົນທີ່ບໍ່ມີເງື່ອນໄຂຂັບຂີ່ລົດຕາມທາງຫຼວງ ແລ້ວເກີດອຸບປະຕິເຫດ ເຮັດໃຫ້ບຸກຄົນອື່ນໄດ້ຮັບບາດເຈັບ ຜິດກົດໝາຍໃດແດ່? ກ. ຜິດກົດໝາຍວ່າດ້ວຍການຈະລາຈອນທາງບົກ ແລະ ປະມວນກົດໝາຍອາຍາ ຂ. ຜິດກົດໝາຍວ່າດ້ວຍທາງຫຼວງ ແລະ ປະມວນກົດໝາຍອາຍາ ຄ. ຜິດກົດໝາຍວ່າດ້ວຍການຈະລາຈອນທາງບົກ ແລະ ກົດໝາຍວ່າດ້ວຍທາງຫຼວງ None 2. ເປັນຫຍັງຈຶ່ງແນະນຳໃຫ້ຜູ້ຂັບຂີ່ລົດເບິ່ງໄປທາງຂ້າງໜ້າໃຫ້ໄກ? ກ. ເພື່ອສັງເກດສະພາບການຈະລາຈອນທາງໜ້າ ເພື່ອໃຫ້ສາມາດຄາດຄະເນເຫດການລ່ວງໜ້າທີ່ອາດຈະເກີດຂຶ້ນ ແລ້ວຊອກຫາວິທີແກ້ໄຂໃຫ້ທັນເວລາ ເພື່ອຫຼີກເວັ້ນການເກີດອຸບປະຕິເຫດ ຂ. ຜູ້ຂັບຂີ່ຕ້ອງສັງເກດສະພາບການໂດຍລວມ ເພື່ອໃຫ້ສາມາດຄາດຄະເນເຫດການລ່ວງໜ້າທີ່ອາດຈະເກີດຂຶ້ນ ແລ້ວຊອກຫາວິທີແກ້ໄຂໃຫ້ທັນເວລາ ເພື່ອຫຼີກເວັ້ນການເກີດອຸບປະຕິເຫດ ຄ. ຖືກທັງສອງຂໍ້ None 3. ການເກັບມ້ຽນເຄື່ອງຂອງຢູ່ເທິງກະບະລົດ ເພື່ອກະຈາຍນໍ້າໜັກ ແລະ ປ້ອງກັນຄວາມປອດໄພ ຕ້ອງເຮັດແນວໃດ? ກ. ໃຫ້ຈັດລຽງ ຖົງ ຫຼື ກະເປົາບັນຈຸສິນຄ້າ ຕາມ ທາງຂວາງ ແລະ ທາງຍາວ ສະຫຼັບກັນຈາກດ້ານໜ້າຫາດ້ານທ້າຍລົດ, ແຖວເທິງສຸດ ແລະ ແຖວລຸ່ມສຸດຕ້ອງເທົ່າກັນ ເພື່ອປ້ອງກັນຖົງ ຫຼື ກະເປົາເຈື່ອນລົງພື້ນ ຂ. ໃຫ້ຈັດລຽງ ຖົງ ຫຼື ກະເປົາບັນຈຸສິນຄ້າ ຕາມ ທາງຂວາງ ແລະ ທາງຍາວ ສະຫຼັບກັນຈາກດ້ານໜ້າຫາດ້ານທ້າຍລົດ, ແຖວເທິງສຸດຕ້ອງໜ້ອຍກວ່າແຖວລຸ່ມ ເພື່ອປ້ອງກັນຖົງ ຫຼື ກະເປົາເຈື່ອນລົງພື້ນ ຄ. ຖືກທັງສອງຂໍ້ None 4. ໃບຂັບຂີ່ຍານພາຫະນະ ໝາຍເຖິງຫຍັງ ແລະ ຂະແໜງການໃດເປັນຜູ້ອອກໃຫ້? ກ. ໝາຍເຖິງ ໃບອະນຸຍາດໃຫ້ຂັບຂີ່ຍານພາຫະນະ ທີ່ອອກໃຫ້ໂດຍຂະແໜງການຄ້າ ແລະ ການລົງທຶນ ຂ. ໝາຍເຖິງ ໃບອະນຸຍາດໃຫ້ຂັບຂີ່ຍານພາຫະນະ ທີ່ອອກໃຫ້ໂດຍຂະແໜງການປ້ອງກັນຄວາມສະຫງົບ ຄ. ໝາຍເຖິງ ໃບອະນຸຍາດໃຫ້ຂັບຂີ່ຍານພາຫະນະ ທີ່ອອກໃຫ້ໂດຍຂະແໜງການໂຍທາທິການ ແລະ ຂົນສົ່ງ None 5. ລະບົບກັນສະເທືອນຫົວລົດ ມີລະບົບໃດແດ່? ກ. ລະບົບຊົກອັບ ຂ. ລະບົບຊົກອັບ ແລະ ລະບົບຖົງລົມ ຄ. ລະບົບຊົກອັບ, ລະບົບຖົງລົມ, ລະບົບໄຮໂດຼລິກ None 6. ການໃຊ້ແທນຄືນຄ່າເສຍຫາຍຈາກການເກີດອຸບປະຕິເຫດຕາມທາງຫຼວງ ໝາຍເຖິງຫຍັງ? ກ. ໝາຍເຖິງ ຄ່າເສຍຫາຍທີ່ເປັນຈໍານວນເງິນ ຫຼື ວັດຖຸສິ່ງຂອງ ທີ່ຜູ້ຂັບຂີ່ລົດ ຕ້ອງໃຊ້ແທນຄືນຄວາມເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ ຂ. ໝາຍເຖິງ ຄ່າເສຍຫາຍທີ່ເປັນ ວັດຖຸສິ່ງຂອງ ທີ່ຜູ້ຂັບຂີ່ລົດ ຕ້ອງໃຊ້ແທນຄືນຄວາມເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ ຄ. ຖືກທັງສອງຂໍ້ None 7. ການບໍາລຸງຮັກສາລົດຕາມກໍານົດເວລາໃຊ້ງານມີຫຍັງແດ່ ? ກ. ປ່ຽນຖ່າຍນໍ້າມັນເຄື່ອງຈັກ, ນໍ້າມັນເກຍ, ນໍ້າມັນເຟືອງທ້າຍ, ນໍ້າມັນຫ້າມລໍ້, ໄສ້ກອງອາກາດ, ໄສ້ກອງແອເຢັນ, ປ່ຽນສະຫຼັບຢາງລໍ້, ປ່ຽນຖ່າຍຢາງລໍ້ ຫຼື ຕາມປຶ້ມຄູ່ມືທີ່ໄດ້ກຳນົດໄວ້ຈາກຜູ້ຜະລິດ ຂ. ປ່ຽນຖ່າຍນໍ້າມັນເຄື່ອງຈັກ, ນໍ້າມັນເກຍ, ນໍ້າມັນເຟືອງທ້າຍ, ໄສ້ກອງອາກາດ, ໄສ້ກອງແອເຢັນ, ປ່ຽນສະຫຼັບຢາງລໍ້ ຫຼື ປ່ຽນຖ່າຍຢາງລໍ້, ລະບົບໄຟສະຫວ່າງ ແລະ ໄຟເຕືອນອັນຕະລາຍ ຄ. ປ່ຽນຖ່າຍນໍ້າມັນເຄື່ອງຈັກ, ນໍ້າມັນເກຍ, ນໍ້າມັນເຟືອງທ້າຍ, ໄສ້ກອງອາກາດ, ປ່ຽນສະຫຼັບຢາງລໍ້ ຫຼື ປ່ຽນຖ່າຍຢາງລໍ້, ຢາງປັດນໍາຝົນ ຫຼື ຕາມປຶ້ມຄູ່ມືທີ່ໄດ້ກຳນົດໄວ້ຈາກຜູ້ຜະລິດ None 8. ລົດຄັນສີແດງສາມາດປ່ຽນຊ່ອງຈະລາຈອນ ໄດ້ ຫຼື ບໍ່? ກ. ສາມາດປ່ຽນຊ່ອງຈະລາຈອນໄດ້ ຖ້າເຫັນວ່າມີຄວາມປອດໄພ ຂ. ບໍ່ສາມາດປ່ຽນຊ່ອງຈະລາຈອນໄດ້ None 9. ເປັນຫຍັງຈຶ່ງແຍກວັດຖຸອັນຕະລາຍຫຼາຍຊະນິດອອກຈາກກັນ ໃນເວລາຂົນສົ່ງ? ກ. ເພື່ອປ້ອງກັນການເກີດປະຕິກິຣິຍາທີ່ພາໃຫ້ເກີດໄຟໄໝ້, ປ່ອຍຄວາມຮ້ອນ ແລະ ປ່ອຍອາຍແກັສທີ່ເປັນພິດ ຂ. ເພື່ອປ້ອງກັນການເກີດປະຕິກິຣິຍາທີ່ເຊື່ອມເຂົ້າກັນ, ເກີດອາຍແກັສເໝັນ ຫຼື ການແຂງຕົວ ຄ. ເພື່ອປ້ອງກັນການແຂງຕົວ ຫຼື ເກີດປະຕິກິຣິຍາຂອງທາດແຫຼວທີ່ມີລິດເຊື່ອມສະພາບ None 10. ການກວດກາລະດັບນ້ຳມັນເຄື່ອງຄວນເຮັດຫຼັງຈາກເຄື່ອງຈັກມອດແລ້ວ ຢ່າງໜ້ອຍຈັກນາທີ? ກ. 15 ນາທີ ຂ. 20 ນາທີ ຄ. 30 ນາທີ None 11. ບັນດາເອກະສານທີ່ຕິດໄປນຳລົດຂົນສົ່ງສິນຄ້າຜ່ານແດນ ມີຫຍັງແດ່? ກ. ໃບທະບຽນລົດ, ໃບຢັ້ງຢືນກວດກາເຕັກນິກລົດ, ປື້ມ ຫຼື ໃບອະນຸຍາດຂົນສົ່ງ ລະຫວ່າງປະເທດ, ໃບນຳສົ່ງສິນຄ້າ, ໃບແຈ້ງພາສີສຳລັບສິນຄ້າ, ໃບປະກັນໄພ, ໃບແຈ້ງພາສີການເຂົ້າ-ອອກ ຊົ່ວຄາວຂອງລົດ, ໃບຢັ້ງຢືນກວດກາພືດ ແລະ ສັດ ຂ. ໃບທະບຽນລົດ, ໃບຢັ້ງຢືນກວດກາເຕັກນິກລົດ, ໜັງສືຜ່ານແດນ, ໃບຂັບຂີ່ ລະຫວ່າງປະເທດ, ໃບນຳສົ່ງສິນຄ້າ, ໃບແຈ້ງພາສີສຳລັບສິນຄ້າ, ໃບປະກັນໄພ, ໃບແຈ້ງພາສີການເຂົ້າ-ອອກ ຊົ່ວຄາວຂອງລົດ ຄ. ໃບທະບຽນລົດ, ໃບຢັ້ງຢືນກວດກາເຕັກນິກລົດ, ບັດປະຈຳຕົວ, ໃບອະນຸຍາດຂົນສົ່ງ ລະຫວ່າງປະເທດ, ໃບນຳສົ່ງສິນຄ້າ, ໃບແຈ້ງພາສີສຳລັບສິນຄ້າ, ໃບປະກັນໄພ, ໃບຢັ້ງຢືນກວດກາພືດ ແລະ ສັດ None 12. ເປັນຫຍັງ ຜູ້ຂັບຂີ່ຈຶ່ງມີຄວາມຮັບຜິດຊອບຕໍ່ຍານພາຫະນະຂອງຕົນ? ກ. ຜູ້ຂັບຂີ່ຕ້ອງ ກວດກາ ສະພາບເຕັກນິກລົດ ຕາມກໍານົດໝາຍເຕັກນິກ ເພື່ອໃຫ້ມີຄວາມປອດໄພ ແລະ ມີອາຍຸການໃຊ້ງານຍາວນານ, ໃຫ້ການບໍລິການທີ່ ສະດວກ, ວ່ອງໄວ ແລະ ຊ່ວຍປະຢັດຄ່າໃຊ້ຈ່າຍໃນການສ້ອມແປງ, ທັງເປັນການຊ່ວຍຫຼຸດຜ່ອນການເກີດອຸບປະຕິເຫດຕາມທາງຫຼວງ ຂ. ຜູ້ຂັບຂີ່ຕ້ອງ ດູແລຮັກສາ ແລະ ກວດກາ ສະພາບເຕັກນິກລົດ ຕາມກໍານົດໝາຍເຕັກນິກ ເພື່ອໃຫ້ມີຄວາມປອດໄພ ແລະ ມີອາຍຸການໃຊ້ງານຍາວນານ, ໃຫ້ການບໍລິການທີ່ ສະດວກ, ວ່ອງໄວ, ທັນຕາມກຳນົດເວລາ ແລະ ຊ່ວຍປະຢັດຄ່າໃຊ້ຈ່າຍໃນການສ້ອມແປງ, ທັງເປັນການຊ່ວຍຫຼຸດຜ່ອນການເກີດອຸບປະຕິເຫດຕາມທາງຫຼວງ ຄ. ຜູ້ຂັບຂີ່ຕ້ອງ ດູແລຮັກສາ ແລະ ກວດກາ ສະພາບເຕັກນິກລົດ ຕາມກໍານົດໝາຍເຕັກນິກ ເພື່ອໃຫ້ມີຄວາມປອດໄພ ແລະ ມີອາຍຸການໃຊ້ງານຍາວນານ, ໃຫ້ການບໍລິການທີ່ ສະດວກ, ວ່ອງໄວ ແລະ ຊ່ວຍປະຢັດຄ່າໃຊ້ຈ່າຍໃນການສ້ອມແປງ ແລະ ນໍ້າມັນເຊື້ອໄຟ None 13. ປ້າຍສັນຍານຈະລາຈອນ ນີ້ມີຄວາມໝາຍຄືແນວໃດ ? ກ. ຕ້ອງຢຸດລົດຢູ່ໜ້າປ້າຍ, ປ່ອຍໃຫ້ລົດທີ່ສວນທາງມາໄປກ່ອນແລ້ວ ຈຶ່ງເຄື່ອນລົດໄປຕໍ່ໄດ້ ຂ. ຕ້ອງຢຸດລົດຢູ່ຫຼັງປ້າຍ, ປ່ອຍໃຫ້ລົດທີ່ສວນທາງມາໄປກ່ອນແລ້ວ ຈຶ່ງເຄື່ອນລົດໄປຕໍ່ໄດ້ ຄ. ແລ່ນໄປຕາມປົກກະຕິ ແຕ່ຕ້ອງລະມັດລະວັງ None 14. ການຂົນສົ່ງທາງບົກ ມີ ຈັກປະເພດ ແລະ ປະເພດໃດແດ່? ກ. ມີ ໜຶ່ງ ປະເພດ ຄື: ການຂົນສົ່ງຮັບຈ້າງ ຂ. ມີ ສອງ ປະເພດ ຄື: ການຂົນສົ່ງຮັບຈ້າງ ແລະ ການຂົນສົ່ງສະເພາະ ຄ. ມີ ສາມ ປະເພດ ຄື: ການຂົນສົ່ງຮັບຈ້າງ, ການຂົນສົ່ງສະເພາະ ແລະ ການຂົນສົ່ງສ່ວນຕົວ None 15. ໃນເວລາຄ່ຽນຖ່າຍວັດຖຸໄວໄຟທີ່ເປັນ ອາຍແກ໊ສ ຫຼື ທາດແຫຼວ ຕ້ອງຈອດລົດແບບໃດຈຶ່ງຈະປອດໄພ? ກ. ການຈອດລົດຕ້ອງ ຢູ່ໃນຕຳແໜ່ງກຽມພ້ອມທີ່ຈະອອກລົດໄປທາງໜ້າໄດ້ ຖ້າມີເຫດສຸກເສີນເກີດຂຶ້ນ ຂ. ການຈອດລົດຕ້ອງ ຢູ່ໃນຕຳແໜ່ງ ທີ່ສາມາດເອົາທໍ່ຄ່ຽນຖ່າຍໄດ້ງ່າຍ ຖ້າມີເຫດສຸກເສີນເກີດຂຶ້ນ ຄ. ການຈອດລົດຕ້ອງ ຢູ່ໃນຕຳແໜ່ງປິ່ນຫົວລົດເຂົ້າ ແລະ ຖອຍອອກໄດ້ງ່າຍ ຖ້າມີເຫດສຸກເສີນເກີດຂຶ້ນ None 16. ສໍາລັບການຂົນສົ່ງດ້ວຍແທ໋ງທີ່ສາມາດຍົກຍໍ ແລະ ເຄື່ອນຍ້າຍໄດ້ (Portable Tank), ອຸນຫະພູມດ້ານ ນອກ ຂອງແທ໋ງບັນຈຸດັ່ງກ່າວຕ້ອງບໍ່ເກີນເທົ່າໃດ? ກ. ບໍ່ເກີນ 50°C ຂ. ບໍ່ເກີນ 60°C ຄ. ບໍ່ເກີນ 70°C None 17. ການຂັບຂີ່ລົດບັນທຸກຂະໜາດໃຫຍ່ ໃນເວລາຊີງຂຶ້ນໜ້າ ຜູ້ຂັບຂີ່ລົດຕ້ອງປະຕິບັດແນວໃດ? ກ. ໃຫ້ສັງເກດເບິ່ງທາງ ແລະ ລົດຄັນອື່ນທີ່ຈະສວນທາງມາ, ເປີດໄຟສັນຍານໄຟລ້ຽວຊ້າຍ ຫຼື ບີບແກ, ເລັ່ງຄວາມໄວ ແລະ ຊີງຂື້ນໄປ ຂ.ໃຫ້ສັງເກດເບິ່ງທາງ ແລະ ລົດຄັນອື່ນທີ່ຈະສວນທາງມາ, ເປີດໄຟສັນຍານໄຟລ້ຽວຊ້າຍ ຫຼື ບີບແກ, ເລັ່ງຄວາມໄວຂຶ້ນ ແລະ ຕ້ອງປະເມີນເວລາການຊີງໃຫ້ຫວິດ ແລະ ມີຄວາມປອດໄພ ຄ. ຖືກທັງສອງຂໍ້ None 18. ໃນການລ້ຽວລົດບັນທຸກຂະໜາດໃຫຍ່ກັບຄືນ ຜູ້ຂັບຂີ່ລົດຕ້ອງປະຕິບັດແນວໃດ? ກ. ສັງເກດເບິ່ງ ປ້າຍ, ເຄື່ອງໝາຍ ແລະ ຈໍານວນ ສາມ ຊ່ອງ ຈະລາຈອນຂຶ້ນໄປ, ເປີດໄຟສັນຍານລ້ຽວ, ຜ່ອນຄວາມໄວ, ເບິ່ງແວ່ນຂ້າງ ເພື່ອເບີ່ງລົດທີ່ສັນຈອນມາໃນທິດທາງດຽວກັນ ຂ. ສັງເກດເບິ່ງ ປ້າຍ, ເຄື່ອງໝາຍ ແລະ ຈໍານວນ ສີ່ ຊ່ອງ ຈະລາຈອນຂຶ້ນໄປ, ເປີດໄຟສັນຍານລ້ຽວ, ຜ່ອນຄວາມໄວ, ເບິ່ງແວ່ນຂ້າງ ເພື່ອເບີ່ງລົດທີ່ສັນຈອນມາໃນທິດທາງດຽວກັນ ຄ. ຖືກທັງສອງຂໍ້ None 19. ເອກະສານສຳລັບຜູ້ຂັບລົດຂົນສົ່ງສິນຄ້າ ຂ້າມແດນມີຫຍັງແດ່? ກ. ຕ້ອງມີ ໜັງສືຜ່ານແດນ, ໃບຂັບຂີ່ສາກົນທີ່ມີອາຍຸການນຳໃຊ້ ແລະ ຖືກຕ້ອງຕາມປະເພດລົດທີ່ຕົນເອງຂັບ ຂ. ຕ້ອງມີ ໜັງສືຜ່ານແດນ, ໃບຂັບຂີ່ສາກົນທີ່ມີອາຍຸການນໍາໃຊ້ ແລະ ເອກະສານກຳກັບສິນຄ້າຂົນສົ່ງຂ້າມແດນ ຄ. ຕ້ອງມີ ໜັງສືຜ່ານແດນ, ໃບຂັບຂີ່ສາກົນທີ່ມີອາຍຸການນໍາໃຊ້, ເອກະສານປະກັນໄພຍານພາຫະນະ ແລະ ສິນຄ້າ None 20. ສັນຍາຂົນສົ່ງຫຼາຍຮູບແບບແມ່ນຫຍັງ? ກ. ແມ່ນການຕົກລົງແບບປາກເປົ່າ ລະຫວ່າງຜູ້ສົ່ງສິນຄ້າກັບຜູ້ດຳເນີນການຂົນສົ່ງຫຼາຍຮູບແບບ ຂ. ແມ່ນການຕົກລົງລະຫວ່າງຜູ້ສົ່ງສິນຄ້າກັບຜູ້ດຳເນີນການຂົນສົ່ງຫຼາຍຮູບແບບ ຄ. ແມ່ນການຕົກລົງເປັນລາຍລັກອັກສອນລະຫວ່າງຜູ້ຂົນສົ່ງສິນຄ້າກັບຜູ້ດຳເນີນການຂົນສົ່ງຊຶ່ງພາໃຫ້ເກີດມີສິດແລະພັນທະຕໍ່ກັນຕາມທີ່ໄດ້ກຳນົດໄວ້ໃນສັນຍາ None 21. ຈົ່ງລຽງລໍາດັບ ຜູ້ຂັບຂີ່ລົດຄັນໃດມີສິດໄປກ່ອນ ແລະ ຄັນໃດໄປຕາມຫຼັງ? ກ. ຄັນສີແດງໄປທີ 1, ຄັນສີຂຽວໄປທີ 2, ຄັນສີຟ້າໄປທີ 3, ຄັນສີເຫຼືອງໄປສຸດທ້າຍ ຂ. ຄັນສີເຫຼືອງໄປທີ 1, ຄັນສີຂຽວໄປທີ 2, ຄັນສີເຫຼືອງໄປທີ 3, ຄັນສີແດງໄປສຸດທ້າຍ ຄ. ຄັນສີຂຽວໄປທີ 1, ຄັນສີຟ້າໄປທີ 2, ຄັນສີເຫຼືອງໄປທີ 3, ຄັນສີແດງໄປສຸດທ້າຍ None 22. ຜູ້ຈັດສົ່ງສິນຄ້າ ມີສິດຫຍັງແດ່? ກ. ຜູ້ຈັດສົ່ງສິນຄ້າ ມີສິດ ເຕົ້າໂຮມ, ບັນຈຸ, ຫຸ້ມຫໍ່, ເຮັດສັນຍາກັບ ເຈົ້າຂອງສິນຄ້າ ຫຼື ຜູ້ສົ່ງສິນຄ້າ ແລະ ຜູ້ດໍາເນີນຂົນສົ່ງສິນຄ້າ, ຮັບ ແລະ ກວດກາສິນຄ້າ, ພົວພັນກັບເຈົ້າໜ້າທີ່ຂອງລັດ ກ່ຽວກັບການຈັດສົ່ງສິນຄ້າ ແລະ ຮັບຄ່າບໍ່ລິການຈັດສົ່ງສິນຄ້າ ຕາມທີ່ໄດ້ຕົກລົງກັນ ຂ. ຜູ້ຈັດສົ່ງສິນຄ້າ ມີສິດ ເຮັດສັນຍາກັບ ເຈົ້າຂອງສິນຄ້າ ຫຼື ຜູ້ສົ່ງສິນຄ້າ ແລະ ຜູ້ດໍາເນີນຂົນສົ່ງສິນຄ້າ, ຮັບ ແລະ ກວດກາສິນຄ້າ, ພົວພັນກັບເຈົ້າໜ້າທີ່ຂອງລັດ ກ່ຽວກັບການຈັດສົ່ງສິນຄ້າ ແລະ ຮັບຄ່າບໍ່ລິການຈັດສົ່ງສິນຄ້າ ຕາມທີ່ໄດ້ຕົກລົງກັນ ຄ. ຖືກທັງສອງຂໍ້ None 23. ການເຄື່ອນຍ້າຍຍານພາຫະນະກົນຈັກໜັກຕາມທາງຫຼວງ ຕ້ອງປະຕິບັດແນວໃດ ? ກ. ຕ້ອງນໍາໃຊ້ຍານພາຫະນະບັນທຸກ ທີ່ມີໜ້ອຍເພົາເພື່ອປະຢັດຕົ້ນທຶນ, ຖ້າຫາກມີສ່ວນທີ່ລື່ນອອກຈາກລົດລາກແກ່ ໃຫ້ຕິດເຄື່ອງໝາຍ ແລະ ສັນຍາລັກເຕືອນອັນຕະລາຍ ຕາມລະບຽບການ ຂ. ຕ້ອງນໍາໃຊ້ຍານພາຫະນະບັນທຸກ ທີ່ຖືກຕ້ອງຕາມມາດຕະຖານເຕັກນິກ, ຖ້າຫາກສ່ວນທີ່ລື່ນອອກຈາກລົດລາກແກ່ ໃຫ້ຕິດເຄື່ອງໝາຍ ແລະ ສັນຍາລັກເຕືອນອັນຕະລາຍ ຕາມລະບຽບການ ຄ. ຕ້ອງນໍາໃຊ້ຍານພາຫະນະບັນທຸກ ປະເພດລົດພ່ວງ ແລະ ຕິດສັນຍາລັກເຕືອນອັນຕະລາຍ ຕາມລະບຽບການ None 24. ມາດຕະການຕໍ່ຜູ້ລະເມີດກົດໝາຍວ່າດ້ວຍການຈະລາຈອນທາງບົກ ມີແນວໃດແດ່? ກ. ສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ດໍາເນີນຄະດີຕາມກົດໝາຍແລ້ວແຕ່ກໍລະນີໜັກ ຫຼື ເບົາ ຂ. ສຶກສາອົບຮົມ, ລົງວິໄນ, ປັບໃໝ ແລະ ດໍາເນີນຄະດີຕາມປະມວນກົດໝາຍອາຍາແລ້ວແຕ່ກໍລະນີໜັກ ຫຼື ເບົາ ຄ. ສຶກສາອົບຮົມ, ລົງວິໄນ, ປັບໃໝ ແລະ ດໍາເນີນຄະດີຕາມກົດໝາຍແລ້ວແຕ່ກໍລະນີໜັກ ຫຼື ເບົາ None 25. ຮູບໃດ ຜູ້ຂັບຂີ່ ໄດ້ປະຕິບັດຖືກຕ້ອງຕາມກົດຈະລາຈອນ ໃນກໍລະນີເກີດອຸບປະຕິເຫດ? ກ. ຮູບທີ 1 ຂ. ຮູບທີ 2 ຄ. ຖືກທັງສອງຮູບ None 26. ປ້າຍໃດເປັນປ້າຍສຸດເຂດທາງໃຫຍ່? ກ. ປ້າຍທີ 1 ຂ. ປ້າຍທີ 2 ຄ. ປ້າຍທີ 3 ງ. ປ້າຍທີ 4 None 27. ຂໍ້ໃດແມ່ນສິ່ງທີ່ຈະຕ້ອງໄດ້ກວດກາລົດເຄິ່ງຫາງລາກ? ກ. ຂາຄ້ຳ, ມືໝູນຂາຄ້ຳ, ສຽງລົມຮົົ່ວ, ໄຟລີ່ຂ້າງ, ໄຟທ້າຍແລະປ້າຍທະບຽນ ຂ. ການລ໋ອກຫົວແລະຫາງລາກ, ການມັດສິນຄ້າ, ບັງຕົມ, ນ໋ອດຈັບລໍ້ລົດແລະຢາງຕີນລົດ ຄ. ຖືກໝົດທຸກຂໍ້ None 28. ການຂົນສົ່ງພາຍໃນປະເທດ ແມ່ນການຂົນສົ່ງແນວໃດ? ກ. ການຂົນສົ່ງພາຍໃນປະເທດ ແມ່ນ ການຂົນສົ່ງ ລະຫວ່າງບ້ານ, ລະຫ່ວາງເມືອງ ແລະ ແຂວງ ຫາ ແຂວງ ຂ. ການຂົນສົ່ງພາຍໃນປະເທດ ແມ່ນ ການຂົນສົ່ງ ພາຍໃນເມືອງ, ພາຍໃນແຂວງ ແລະ ແຂວງ ຫາ ແຂວງ ຄ. ການຂົນສົ່ງພາຍໃນປະເທດ ແມ່ນ ການຂົນສົ່ງ ລະຫວ່າງ ເມືອງ ຫາ ແຂວງ ແລະ ແຂວງ ຫາ ແຂວງ None 29. ເມື່ອເຫັນປ້າຍນີ້ ຜູ້ຂັບຂີ່ລົດເກງ ສາມາດຊີງຂຶ້ນໜ້າລົດຈັກໄດ້ບໍ? ກ. ຊີງບໍ່ໄດ້ ຍ້ອນວ່າ ປ້າຍຫ້າມນີ້ມີຜົນບັງຄັບໃຊ້ກັບລົດເບົາ ລວມທັງ ລົດຈັກ, ລົດສາມລໍ້ ແລະ ລົດໄຖນາ ຂ. ຊີງໄດ້ ຍ້ອນວ່າ ປ້າຍຫ້າມນີ້ບໍ່ມີຜົນບັງຄັບໃຊ້ກັບລົດຈັກ ຄ. ຊີງບໍ່ໄດ້ ຍ້ອນວ່າ ປ້າຍຫ້າມນີ້ມີຜົນບັງຄັບໃຊ້ກັບລົດທຸກປະເພດ None 30. ສະຖານທີ່ຈອດເພື່ອປົດເຄິ່ງຫາງລາກຄວນເລືອກບ່ອນແນວໃດ ? ກ. ຫຼຸບໂນນ, ຫງ່ຽງ, ແຂງແກ່ນ ຄວາມກ້ວາງຢ່າງໜ້ອຍ 1 ແມັດ ແລະ ໃຫ້ໃກ້ຖະໜົນ ຂ. ບ່ອນຮາບພຽງ, ແຂງແກ່ນຄວາມກ້ວາງຢ່າງໜ້ອຍ 3 ແມັດ ແລະ ບໍ່ໃຫ້ໃກ້ຖະໜົນ ຄ. ຮາບພຽງ, ຫຼຸບໂນນ, ແຂງແກ່ນ ຄວາມກວ້າງຢ່າງໜ້ອຍ 2 ແມັດ ແລະ ໃກ້ຖະໜົນ None 31. ເຄິ່ງຫາງລາກໝາຍເຖິງຫຍັງ? ກ. ລົດບັນທຸກດ່ຽວຊຶ່ງປະກອບດ້ວຍກະບະບັນທຸກຮັບນ້ຳໜັນບັນທຸກໄດ້ດ້ວຍໂຕເອງ ແລະມີຂໍເກາະທ້າຍກະບະສາມາດລາກແກ່ຫາງພ່ວງໄດ້ ຂ. ເຄິ່ງຫາງລາກ ໝາຍເຖິງ ພາຫະນະທີ່ເກາະໃສ່ລົດຫົວລາກ ຄ. ລົດທີ່ໃຊ້ສຳລັບແກ່ຫາງລາກ ບັນທຸກວັດຖຸຍາວໂດຍສະເພາະ ເພື່ອໃຊ້ສຳລັບແກ່ລົດ, ເຄື່ອງມືການກະເສດ ຫຼື ເຄື່ອງກໍ່ສ້າງ None 32. ປ້າຍບອກສິດ ແລະ ປ້າຍກໍານົດ ມີຄວາມໝາຍຄືແນວໃດ ? ກ. ປ້າຍບອກສິດຂ້າງເທິງນີ້ແມ່ນ ປ້າຍບໍ່ປ່ອຍທາງ ໃຫ້ລົດໃນວົງວຽນໄປກ່ອນ; ປ້າຍກໍານົດຂ້າງລຸ່ມນີ້ແມ່ນ ໃຫ້ລ້ຽວໄປຕາມທິດຂອງລູກສອນ ຂ. ປ້າຍບອກສິດຂ້າງເທິງນີ້ແມ່ນ ປ້າຍປ່ອຍທາງ ໃຫ້ລົດໃນວົງວຽນໄປກ່ອນ; ປ້າຍກໍານົດຂ້າງລຸ່ມນີ້ແມ່ນ ໃຫ້ລ້ຽວໄປຕາມທິດຂອງລູກສອນ ຄ. ຖືກທັງສອງຂໍ້ None 33. ເຕົ້າລົມຫ້າມລໍ້ສອງຊັ້ນແລະຊັ້ນດຽວມີຄວາມແຕກຕ່າງກັນຄືແນວໃດ? ກ. ເຕົ້າລົມຫ້າມລໍ້ ສອງຊັ້ນຖ້າບໍ່ມີລົມພຽງພໍຈະເຄື່ອນລົດອອກບໍ່ໄດ້, ຊັ້ນດຽວບໍ່ມີລົມພຽງພໍກໍເຄື່ອນລົດອອກໄດ້ ຂ.ເຕົ້າລົມຫ້າມລໍ້ສອງຊັ້ນຈະຫ້າມລໍ້ໄດ້ເຖິງວ່າໃນລະບົບເບກຈະບໍ່ມີລົມ, ຊັ້ນດຽວຈະບໍ່ສາມາດ ຫ້າມລໍ້ໄດ້ ຄ.ຖືກໝົດທຸກຂໍ້ None 34. ການຂັບຂີ່ລົດບັນທຸກຂະໜາດໃຫຍ່ ແລະ ຍາວ ລົງທາງຄ້ອຍຊັນ ຜູ້ຂັບຂີ່ລົດຕ້ອງ ມີທັກສະແນວໃດ? ກ. ຕ້ອງຮູ້ປະເມີນທາງລົງຄ້ອຍໃຫ້ຖືກຕ້ອງ, ສັງເກດເບິ່ງ ປ້າຍ ແລະ ເຄື່ອງໝາຍ ຈະລາຈອນ, ມີທັກສະສູງໃນການນໍາໃຊ້ອຸປະກອນພາຍໃນລົດ ຢ່າງຄົບຖ້ວນ, ບໍ່ໃຫ້ ປ່ຽນເກຍກາງທາງລົງຄ້ອຍ ແລະ ຊີງລົງຄ້ອຍ ຂ. ຕ້ອງຮູ້ປະເມີນທາງລົງຄ້ອຍໃຫ້ຖືກຕ້ອງ, ສັງເກດເບິ່ງ ປ້າຍ ແລະ ເຄື່ອງໝາຍ ຈະລາຈອນ, ມີທັກສະສູງໃນການນໍາໃຊ້ອຸປະກອນພາຍໃນລົດ ຢ່າງຄົບຖ້ວນ, ປ່ຽນເກຍກາງທາງລົງຄ້ອຍໃຫ້ເໝາະສົມ ແລະ ຊີງລົງຄ້ອຍ ຄ. ຖືກທັງສອງຂໍ້ None 35. ວິທີປ້ອງກັນບໍ່ໃຫ້ລົດແລ່ນມາທາງດ້ານຫຼັງຕໍາທ້າຍລົດເຮົາ ຕ້ອງເຮັດແນວໃດ? ກ. ຕ້ອງໝັ່ນເບິ່ງແວ່ນສ່ອງຂ້າງ ຫຼື ແວ່ນສ່ອງຫຼັງ ໃນທຸກໆ 4-6 ວິນາທີ ໃນເຂດການຈະລາຈອນແອອັດ ແລະ ບ່ອນທາງຫຼວງທີ່ທຸລະກັນດານ ເພື່ອໃຫ້ແນມເຫັນລົດທີ່ແລ່ນມາຕາມທາງດ້ານຫຼັງ ແລະ ດ້ານຂ້າງ ຂ. ຕ້ອງໝັ່ນເບິ່ງແວ່ນສ່ອງຂ້າງ ຫຼື ແວ່ນສ່ອງຫຼັງ ໃນທຸກໆ 7-10 ວິນາທີ ໃນເຂດການຈະລາຈອນແອອັດ ແລະ ບ່ອນທາງຫຼວງທີ່ທຸລະກັນດານ ເພື່ອໃຫ້ແນມເຫັນລົດທີ່ແລ່ນມາຕາມທາງດ້ານຫຼັງ ແລະ ດ້ານຂ້າງ ຄ. ຕ້ອງໝັ່ນເບິ່ງແວ່ນສ່ອງຂ້າງ ຫຼື ແວ່ນສ່ອງຫຼັງ ໃນທຸກໆ 11-15 ວິນາທີ ໃນເຂດການຈະລາຈອນແອອັດ ແລະ ບ່ອນທາງຫຼວງທີ່ທຸລະກັນດານ ເພື່ອໃຫ້ແນມເຫັນລົດທີ່ແລ່ນມາຕາມທາງດ້ານຫຼັງ ແລະ ດ້ານຂ້າງ None 36. ປ້າຍຫ້າມ ແລະ ປ້າຍເພີ່ມນີ້ ມີຄວາມໝາຍແນວໃດ? ກ. ນັບແຕ່ປ້າຍນີ້ໄປໃນໄລຍະທາງ 1.400 ແມັດ ຜູ້ຂັບຂີ່ລົດຄັນທາງຫຼັງ ຕ້ອງຮັກສາໄລຍະຫ່າງຈາກຄັນທາງ ໜ້າ ຢ່າງໜ້ອຍ 70 ແມັດ ຂ. ນັບແຕ່ປ້າຍນີ້ໄປອີກ 1.400 ແມັດ ຜູ້ຂັບຂີ່ລົດຄັນທາງຫຼັງ ຕ້ອງຮັກສາໄລຍະຫ່າງຈາກຄັນທາງໜ້າ ຢ່າງໜ້ອຍ 70 ແມັດ ຄ. ນັບແຕ່ປ້າຍນີ້ໄປໃນໄລຍະທາງ 1.400 ແມັດ ຜູ້ຂັບຂີ່ລົດຄັນທາງຫຼັງ ຕ້ອງຮັກສາໄລຍະຫ່າງຈາກຄັນທາງ ໜ້າໜ້ອຍກວ່າ 70 ແມັດ None 37. ຫຼັກການກ່ຽວກັບການຂົນສົ່ງຫຼາຍຮູບແບບມີແນວໃດແດ່? ກ.ຮັບປະກັນຄວາມສະດວກ, ວ່ອງໄວ, ປອດໄພ, ໂປ່ງໃສ, ທັນເວລາ, ຍຸຕິທຳ, ຖືກໃຈຜູ້ໃຊ້ບໍລິການ ຂ.ຖືກຕ້ອງກັບແຜນພັດທະນາເສດຖະກິດສັງຄົມ, ຄວາມສະດວກ, ວ່ອງໄວ, ປອດໄພແລະຍຸຕິທຳ ຄ.ຮັບປະກັນ ຄວາມສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ, ຄວາມສະດວກ, ວ່ອງໄວ, ປອດໄພ, ໂປ່ງໃສ, ທັນເວລາ, ຍຸຕິທຳ, ໄດ້ມາດຕະຖານສາກົນແລະປົກປັກຮັກສາສິ່ງແວດລ້ອມ None 38. ອາການເຕືອນລ່ວງໜ້າຂອງຄວາມອິດເມື່ອຍອ່ອນເພຍ ຂອງຜູ້ຂັບຂີ່ສະແດງອອກແນວໃດ? ກ. ເກີດອາການໝົດແຮງລົງເລື້ອຍໆ, ຮູ້ສຶກໜັກຕາ ຫຼື ປວດຕາ, ຢາກກິນນໍ້າ ແລະ ມັກຕື່ນຕົກໃຈງ່າຍ ຂ. ເກີດອາການຫາວນອນເລື້ອຍໆ, ມີອາການຕາແດງ, ເບິ່ງເຫັນພາບມົວໆ ແລະ ມັກຕື່ນຕົກໃຈງ່າຍ ຄ. ເກີດອາການຫາວນອນເລື້ອຍໆ, ຮູ້ສຶກໜັກຕາ ຫຼື ປວດຕາ, ເຫັນພາບຊ້ອນ, ປາກແຫ້ງ ແລະ ຕົກໃຈງ່າຍ None 39. ສິນຄ້າປະເພດໃດທີ່ໄດ້ຮັບບູລິມະສິດໃນການກວດກາ ແລະ ຜ່ານດ່ານຊາຍແດນ ສປປ ລາວ-ສສ ຫວຽດນາມ ? ກ. ເຄື່ອງກໍ່ສ້າງ ແລະ ສິນຄ້າເຄື່ອງອາໄຫຼ່ກົນຈັກ ຂ. ເຄື່ອງປ່າຂອງດົງ, ສັດ ແລະ ສິນຄ້າໃຊ້ສອຍໃນຄົວເຮືອນ ຄ. ສິນຄ້າທີ່ເໜົ່າເປື່ອຍໄວ ແລະ ສິນຄ້າວັດຖຸອັນຕະລາຍ None 40. ການປົກຄຸມສິນຄ້າດ້ວຍຜ້າບັດທີ່ມີຂະໜາດນ້ອຍ ຜູ້ຂັບຂີ່ລົດຂົນສົ່ງສິນຄ້າ ຕ້ອງເຮັດແນວໃດ? ກ. ຕ້ອງໃຊ້ຜ້າບັດສອງຜືນປົກຄຸມ ໂດຍໃຊ້ຜືນທີໜຶ່ງປົກທາງດ້ານຫຼັງລົດກ່ອນ ແລ້ວຈຶ່ງເອົາຜ້າບັດຜືນທີສອງມາປົກຄຸມໃຫ້ເຫຼື່ອມກັນກັບຜ້າບັດຜຶນທີໜຶ່ງ ຢ່າງພຽງພໍ ເພື່ອປ້ອງກັນບໍ່ໃຫ້ນໍ້າຝົນໄຫຼເຂົ້າຕາມຮອຍຕໍ່ຂອງຜ້າບັດໄດ້ ຂ. ຕ້ອງໃຊ້ຜ້າບັດສອງຜືນປົກຄຸມ ໂດຍໃຊ້ຜືນທີໜຶ່ງປົກທາງດ້ານໜ້າລົດກ່ອນ ແລ້ວຈຶ່ງເອົາຜ້າບັດຜືນທີສອງມາປົກຄຸມໃຫ້ຕໍ່ກັນກັບຜ້າບັດຜຶນທີໜຶ່ງ ເພື່ອປ້ອງກັນບໍ່ໃຫ້ນໍ້າຝົນໄຫຼເຂົ້າຕາມຮອຍຕໍ່ຂອງຜ້າບັດໄດ້ ຄ. ຖືກທັງສອງຂໍ້ None 1 out of 40 Time's upTime is Up! Prev Post Quiz ປະເພດລົດໂດຍສານຂະໜາດໃຫຍ່ D2