Quiz ປະເພດລົດໂດຍສານຂະໜາດໃຫຍ່ D2 Quiz ປະເພດລົດໂດຍສານຂະໜາດໃຫຍ່ D2 ມີທັງໝົດ 32 ຄຳຖາມ ເວລາໃນການເຮັດ 32 ນາທີ ຊື່-ນາມສະກຸນ ເບີໂທລະສັບ ອີເມວ(ຖ້າມີ) 1. ອາການ ຂອງຜູ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ທີ່ເສບຢາເສບຕິດເປັນຄືແນວໃດ? ກ. ຂັບລົດນິ້ມນວນ, ອາລົມດີ, ໃຈເຢັນ, ຈິດໃຈສະຫງົບ ແລະ ຂັບຂີ່ລົດດ້ວຍຄວາມຮັບຜິດຊອບ ຂ. ຂັບລົດບໍ່ນິ້ມນວນ, ໃຊ້ອາລົມງຸດງິດ, ໃຈຮ້າຍ, ກະວົນກະວາຍ, ຈິດໃຈຝັ່ນເຟືອນ ຊຶ່ງພາໃຫ້ເກີດອຸບປະຕິເຫດໄດ້ງາຍຕາມທາງຫຼວງ ຄ. ຖືກທັງສອງຂໍ້ None 2. ເມື່ອເຫັນລົດຈອດຢູ່ທາງທີ່ມີທິດສັນຈອນທິດທາງດຽວດັ່ງຮູບນີ້ ລົດຄັນໃດລະເມີດປ້າຍຫ້າມຢຸດ-ຫ້າມຈອດ? ກ. ຄັນທີ 1 ຂ. ຄັນທີ 2 ຄ. ລະເມີດ ທັງສອງຄັນ None 3. ການລ້ຽວລົດໃນທາງແຍກ, ທາງວົງວຽນ ຫຼື ທາງຄົບ ຜູ້ຂັບຂີ່ລົດ ຕ້ອງຄຳນຶງຫຍັງແດ່? ກ. ຄວາມຍາວຂອງລົດທີ່ຕົນຂັບ, ຄວາມໄວ, ໄລຍະການຕີວົງລ້ຽວ, ນໍ້າໜັກການບັນທຸກ ແລະ ການຈັດວາງສີນຄ້າ ຂ. ຄວາມຍາວຂອງທາງ, ຄວາມກວ້າງຂອງລົດ, ຄວາມສູງຂອງລົດ ແລະ ສິນຄ້າຍາວລື່ນທ້າຍລົດ ຄ. ຄວາມຍາວ, ນໍ້າໜັກ, ຄວາມແຮງ, ຄວາມໄວ ຂອງລົດ ແລະ ການສັນຈອນຂອງລົດຄັນອື່ນໆ None 4. ໃນກໍລະນີທີ່ມີປ້າຍສັນຍານຈະລາຈອນ ແລະ ເຄື່ອງໝາຍຂອບທາງບໍ່ສອດຄ່ອງກັນ ຜູ້ຂັບຂີ່ຕ້ອງປະຕິບັດຕາມອັນໃດ? ກ. ປະຕິບັດຕາມປ້າຍສັນຍານຈະລາຈອນ ຍ້ອນວ່າປ້າຍມີສິດເໜືອກວ່າເຄື່ອງໝາຍຂອບທາງ ຂ. ປະຕິບັດຕາມເຄື່ອງໝາຍຂອບທາງ ຄ. ຕິດຕັ້ງປ້າຍຈະລາຈອນຜິດ None 5. ປ້າຍສັນຍານຈະລາຈອນ ນີ້ມີຄວາມໝາຍຄືແນວໃດ ? ກ. ປ້າຍສຸດເຂດຄວາມໄວຈໍາກັດ ຈາກປ້າຍນີ້ໄປ ອະນຸຍາດໃຫ້ໃຊ້ຄວາມໄວບໍ່ໃຫ້ເກີນ 50 ກິໂລແມັດຕໍ່ຊົ່ວໂມງ ນັບຈາກປ້າຍນີ້ໄປຂ້າງໜ້າ ຂ. ປ້າຍສຸດເຂດຄວາມໄວຈໍາກັດ ຈາກປ້າຍນີ້ ອະນຸຍາດໃຊ້ຄວາມໄວເກີນ 50 ກິໂລແມັດຕໍ່ຊົ່ວໂມງ, ແຕ່ ລົດເບົາ ບໍ່ໃຫ້ເກີນ 100 ກິໂລແມັດຕໍ່ຊົ່ວໂມງ, ລົດບັນທຸກບໍ່ໃຫ້ເກີນ 90 ກິໂລແມັດຕໍ່ຊົ່ວໂມງ ຄ. ປ້າຍສຸດເຂດຄວາມໄວຈໍາກັດ ຈາກປ້າຍນີ້ໄປ ອະນຸຍາດໃຊ້ຄວາມໄວເກີນ 50 ກິໂລແມັດຕໍ່ຊົ່ວໂມງ ແຕ່ ລົດເບົາ ບໍ່ໃຫ້ເກີນ 90 ກິໂລແມັດຕໍ່ຊົ່ວໂມງ, ລົດບັນທຸກບໍ່ໃຫ້ເກີນ 70 ກິໂລແມັດຕໍ່ຊົ່ວໂມງ None 6. ປ້າຍບັງຄັບສະເພາະ ນີ້ມີຄວາມໝາຍຄືແນວໃດ? ກ. ທາງທີ່ມີການສັນຈອນທິດທາງດຽວ, ລົດທຸກປະເພດບໍ່ສາມາດລ້ຽວ ຂວາ, ຊ້າຍໄດ້ ເມື່ອພົບທາງແຍກ ຂ. ທາງທີ່ມີການສັນຈອນທິດທາງດຽວ, ລົດທຸກປະເພດບໍ່ສາມາດລ້ຽວ ຊ້າຍໄດ້ ເມື່ອພົບທາງແຍກ ຄ. ທາງທີ່ມີການສັນຈອນທິດທາງດຽວ, ລົດທຸກປະເພດຕ້ອງແລ່ນໄປໃນທິດທາງດຽວກັນໝົດ None 7. ໃນການລ້ຽວລົດບັນທຸກຂະໜາດໃຫຍ່ກັບຄືນ ຜູ້ຂັບຂີ່ລົດຕ້ອງປະຕິບັດແນວໃດ? ກ. ສັງເກດເບິ່ງ ປ້າຍ, ເຄື່ອງໝາຍ ແລະ ຈໍານວນ ສາມ ຊ່ອງ ຈະລາຈອນຂຶ້ນໄປ, ເປີດໄຟສັນຍານລ້ຽວ, ຜ່ອນຄວາມໄວ, ເບິ່ງແວ່ນຂ້າງ ເພື່ອເບີ່ງລົດທີ່ສັນຈອນມາໃນທິດທາງດຽວກັນ ຂ. ສັງເກດເບິ່ງ ປ້າຍ, ເຄື່ອງໝາຍ ແລະ ຈໍານວນ ສີ່ ຊ່ອງ ຈະລາຈອນຂຶ້ນໄປ, ເປີດໄຟສັນຍານລ້ຽວ, ຜ່ອນຄວາມໄວ, ເບິ່ງແວ່ນຂ້າງ ເພື່ອເບີ່ງລົດທີ່ສັນຈອນມາໃນທິດທາງດຽວກັນ ຄ. ຖືກທັງສອງຂໍ້ None 8. ອາຫານປະເພດໃດທີ່ໃຫ້ ເກືອແຮ່ ແລະ ວິຕາມິນ ໃຫ້ແກ່ຮ່າງກາຍ ສໍາລັບຜູ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ? ກ. ອາຫານປະເພດທີ່ໃຫ້ ເກືອແຮ່ ແລະ ວິຕາມິນ ເຊັ່ນ ເກືອທະເລ ແລະ ເກືອໃຕ້ດິນ ຂ. ອາຫານປະເພດທີ່ໃຫ້ ເກືອແຮ່ ແລະ ວິຕາມິນ ເຊັ່ນ ພືດຜັກ ແລະ ໝາກໄມ້ຊະນິດຕ່າງໆ ຄ. ອາຫານປະເພດທີ່ໃຫ້ ເກືອແຮ່ ແລະ ວິຕາມິນ ເຊັ່ນ ວິຕາມິນເອ, ວິຕາມິນບີ ແລະ ວິຕາມິນຊີ None 9. ໃນເວລາເຄື່ອງຈັກຍັງເຢັນ ຜູ້ຂັບຂີ່ລົດກ່ອນຈະອອກລົດຕ້ອງປະຕິບັດແນວໃດ? ກ. ຕ້ອງຕິດ ແລະ ອຸ່ນ ເຄື່ອງຈັກຈົນກວ່າເຂັມຄວາມຮ້ອນຂຶ້ນເຖິງໂຕອັກສອນ H ແລ້ວຈຶ່ງເຄື່ອນລົດອອກ ຂ. ຕ້ອງຕິດ ແລະ ອຸ່ນ ເຄື່ອງຈັກຈົນກວ່າເຂັມຄວາມຮ້ອນຂຶ້ນເຖິງໂຕອັກສອນ C ແລ້ວຈຶ່ງເຄື່ອນລົດອອກ ຄ. ຖືກທັງສອງຂໍ້ None 10. ຈົ່ງລຽງລຳດັບຜູ້ຂັບຂີ່ລົດຄັນໃດມີສິດໄປກ່ອນ ແລະ ຄັນໃດໄປຕາມຫຼັງ? ກ. ລົດຂົນສົ່ງຜູ້ໂດຍສານສີແດງໄປທີ 1, ລົດເກງສີເທົາໄປທີ 2, ລົດຈິບສີຂຽວໄປສຸດທ້າຍ ຂ. ລົດຈິບສີຂຽວໄປທີ 1, ລົດເກງສີເທົາໄປທີ 2, ລົດຂົນສົ່ງຜູ້ໂດຍສານສີແດງໄປສຸດທ້າຍ ຄ. ລົດເກັງສີເທົາໄປທີ 1, ລົດຂົນສົ່ງຜູ້ໂດຍສານສີແດງໄປທີ 2, ລົດຈິບສີຂຽວໄປສຸດທ້າຍ None 11. ເມື່ອເຫັນເຄື່ອງໝາຍລູກສອນສີຂາວຢູ່ໜ້າທາງນີ້ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ຜູ້ຂັບຂີ່ຕ້ອງປ່ຽນເຂົ້າຊ່ອງຈະລາຈອນກໍ້າຂວາ ຍ້ອນວ່າທາງໜ້າຈະເປັນທາງຕັນ ຂ. ຜູ້ຂັບຂີ່ຕ້ອງປ່ຽນເຂົ້າຊ່ອງຈະລາຈອນກໍ້າຂວາ ຍ້ອນວ່າທາງດ້ານໜ້າມີສິ່ງກີດຂວາງ ຄ. ຜູ້ຂັບຂີ່ຕ້ອງປ່ຽນເຂົ້າຊ່ອງຈະລາຈອນກໍ້າຂວາ ຍ້ອນວ່າທາງດ້ານໜ້າຈະແຄບລົງ ຫຼື ຈະມີຊ່ອງຈະລາຈອນດຽວ None 12. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍແນວໃດ ? ກ. ຫ້າມຢຸດ ແລະ ຫ້າມຈອດລົດທຸກປະເພດ ແຕ່ບ່ອນຕັ້ງປ້າຍອອກໄປຂ້າງໜ້າໄລຍະ 50 ແມັດ ຂ. ຫ້າມຢຸດ ແລະ ຫ້າມຈອດລົດທຸກປະເພດ ແຕ່ບ່ອນຕັ້ງປ້າຍຄືນຫຼັງໄລຍະ 50 ແມັດ ຄ. ຫ້າມຈອດລົດທຸກປະເພດ ແຕ່ບ່ອນຕັ້ງປ້າຍອອກໄປຂ້າງໜ້າໄລຍະ 50 ແມັດ None 13. ປ້າຍບັງຄັບສະເພາະ ນີ້ມີຄວາມໝາຍຄືແນວໃດ ? ກ. ຜູ້ຂັບຂີ່ຕ້ອງຢຸດລົດຢູ່ເສັ້ນຢຸດຕໍ່ໜ້າປ້າຍ ເມື່ອເຫັນຄົນກໍາລັງຍ່າງຂ້າມທາງມ້າລາຍ ເພື່ອໃຫ້ຄົນຍ່າງຂ້າມທາງໄປຫວິດກ່ອນ ຂ. ຜູ້ຂັບຂີ່ຕ້ອງບີບແກ ເມື່ອເຫັນຄົນກໍາລັງຍ່າງຂ້າມທາງມ້າລາຍ ເພື່ອໃຫ້ຄົນຍ່າງຮີບຮ້ອນຂ້າມທາງ ຄ. ຜູ້ຂັບຂີ່ຕ້ອງເພີ່ມຄວາມໄວເພື່ອໃຫ້ໄປຫວິດ ເມື່ອເຫັນຄົນກໍາລັງຈະຍ່າງຂ້າມທາງມ້າລາຍ None 14. ຜູ້ຂັບຂີ່ຕ້ອງຈອດລົດໃກ້ກັບທາງແຍກ ຫຼື ປາກທາງເຂົ້າ-ອອກ ສໍານັກງານໃນໄລຍະຈັກແມັດ? ກ. 5 ແມັດຂຶ້ນໄປ ຂ. ຕໍ່າກວ່າ 5 ແມັດ ຄ. ຖືກໝົດທຸກຂໍ້ None 15. ໃນກໍລະນີລົດຂົນສົ່ງສິນຄ້າຂອງ ສປປ ລາວ ເກີດອຸບປະຕິເຫດໃນດິນແດນຂອງປະເທດພາຄີຄູ່ສັນຍາໃດໜຶ່ງ ຕ້ອງເຮັດແນວໃດ? ກ. ຕ້ອງແຈ້ງໃຫ້ສະຖານທູດລາວປະຈໍາປະເທດນັ້ນຊາບ ເພື່ອໃຫ້ຄວາມຊ່ວຍເຫຼືອອັນຈໍາເປັນໃຫ້ແກ່ຜູ້ຂັບລົດ, ຜູ້ໂດຍສານ, ສິນຄ້າທີ່ມານໍາລົດ ແລະ ດໍາເນີນການແກ້ໄຂຕາມກົດໝາຍ ແລະ ຂໍ້ກໍານົດທີ່ກ່ຽວຂ້ອງ ຂອງຝ່າຍນັ້ນ, ພ້ອມກັນນັ້ນ ຕ້ອງແຈ້ງໃຫ້ອົງການກ່ຽວຂ້ອງຂອງລັດທີ່ມີສິດອໍານາດຂອງອີກຝ່າຍໜຶ່ງຊາບ ຂ. ຕ້ອງແຈ້ງໃຫ້ເຈົ້າໜ້າທີ່ຝ່າຍນັ້ນຊາບເພື່ອໃຫ້ຄວາມຊ່ວຍເຫຼືອອັນຈໍາເປັນໃຫ້ແກ່ຜູ້ຂັບລົດ, ຜູ້ໂດຍສານ, ສິນຄ້າທີ່ມານໍາລົດ ແລະ ດໍາເນີນການແກ້ໄຂຕາມກົດໝາຍ ແລະ ຂໍ້ກໍານົດທີ່ກ່ຽວຂ້ອງ ຂອງຝ່າຍນັ້ນ, ພ້ອມກັນນັ້ນ ຕ້ອງແຈ້ງໃຫ້ອົງການກ່ຽວຂ້ອງຂອງລັດທີ່ມີສິດອໍານາດຂອງອີກຝ່າຍໜຶ່ງຊາບ ຄ. ຖືກທັງສອງຂໍ້ None 16. ການບໍາລຸງຮັກສາລົດຕາມກໍານົດເວລາໃຊ້ງານມີຫຍັງແດ່ ? ກ. ປ່ຽນຖ່າຍນໍ້າມັນເຄື່ອງຈັກ, ນໍ້າມັນເກຍ, ນໍ້າມັນເຟືອງທ້າຍ, ນໍ້າມັນຫ້າມລໍ້, ໄສ້ກອງອາກາດ, ໄສ້ກອງແອເຢັນ, ປ່ຽນສະຫຼັບຢາງລໍ້, ປ່ຽນຖ່າຍຢາງລໍ້ ຫຼື ຕາມປຶ້ມຄູ່ມືທີ່ໄດ້ກຳນົດໄວ້ຈາກຜູ້ຜະລິດ ຂ. ປ່ຽນຖ່າຍນໍ້າມັນເຄື່ອງຈັກ, ນໍ້າມັນເກຍ, ນໍ້າມັນເຟືອງທ້າຍ, ໄສ້ກອງອາກາດ, ໄສ້ກອງແອເຢັນ, ປ່ຽນສະຫຼັບຢາງລໍ້ ຫຼື ປ່ຽນຖ່າຍຢາງລໍ້, ລະບົບໄຟສະຫວ່າງ ແລະ ໄຟເຕືອນອັນຕະລາຍ ຄ. ປ່ຽນຖ່າຍນໍ້າມັນເຄື່ອງຈັກ, ນໍ້າມັນເກຍ, ນໍ້າມັນເຟືອງທ້າຍ, ໄສ້ກອງອາກາດ, ປ່ຽນສະຫຼັບຢາງລໍ້ ຫຼື ປ່ຽນຖ່າຍຢາງລໍ້, ຢາງປັດນໍາຝົນ ຫຼື ຕາມປຶ້ມຄູ່ມືທີ່ໄດ້ກຳນົດໄວ້ຈາກຜູ້ຜະລິດ None 17. ປ້າຍເຕືອນອັນຕະລາຍ ແລະ ປ້າຍເພີ່ມນີ້ ມີຄວາມໝາຍແນວໃດ? ກ. ເຕືອນຜູ້ຂັບຂີ່ໃຫ້ຮູ້ວ່າ ນັບແຕ່ປ້າຍນີ້ໄປອີກ 300 ແມັດ ຈະຮອດທາງທົບສອກເລີ່ມຈາກທາງກໍ້າຊ້າຍ ຂ. ເຕືອນຜູ້ຂັບຂີ່ໃຫ້ຮູ້ວ່າ ນັບແຕ່ປ້າຍນີ້ໄປອີກ 300 ແມັດ ຈະຮອດທາງທົບສອກເລີ່ມຈາກທາງກໍ້າຂວາ ຄ. ຖືກທັງສອງຂໍ້ None 18. ຄວາມສ່ຽງຂອງການຂັບຂີ່ລົດລາກ ເຂົ້າ-ອອກ ທາງໂຄ້ງກໍ້າຊ້າຍ ຕ້ອງລະວັງຫຍັງແດ່? ກ. ຫົວລາກອາດຈະດາດກັບ ຫຼັກນໍາທາງ, ປ້າຍສັນຍານຈະລາຈອນ ຫຼື ອອກຈາກຂອບທາງກໍ້າຊ້າຍ, ຫາງລາກອາດຈະກວມຊ່ອງຈະລາຈອນອື່ນ ຂ. ຫົວລາກອາດຈະດາດກັບ ຫຼັກນໍາທາງ, ປ້າຍສັນຍານຈະລາຈອນ ຫຼື ອອກຈາກຂອບທາງກໍ້າຂວາ, ຫາງລາກອາດຈະກວມຊ່ອງຈະລາຈອນອື່ນ ຄ. ຖືກທັງສອງຂໍ້ None 19. ເມືື່ອໄຟສັນຍານຈະລາຈອນຕິດຂັດ ຜູ້ຂັບຂີ່ຕ້ອງປະຕິບັດຕາມອັນໃດ? ກ. ເມື່ອໄຟສັນຍານຈະລາຈອນຕິດຂັດ ຜູ້ຂັບຂີ່ຕ້ອງຢຸດຕາມປ້າຍບອກສິດ ເມື່ອເຫັນວ່າປອດໄພແລ້ວຈຶ່ງສາມາດໄປໄດ້ ຂ. ເມື່ອໄຟສັນຍານຈະລາຈອນຕິດຂັດ ຜູ້ຂັບຂີ່ຂັບຜ່ານໄປເລີຍ ຄ. ເມື່ອໄຟສັນຍານຈະລາຈອນຕິດຂັດ ຜູ້ຂັບຂີ່ບໍ່ປ່ອຍທາງໃຫ້ລົດກໍ້າຊ້າຍໄປກ່ອນ None 20. ຈຸດພັກລົດຕາມສາຍທາງ ໝາຍເຖິງຫຍັງ? ກ. ໝາຍເຖິງ ສະຖານທີ່ພັກຊົ່ວຄາວ ທີ່ຈັດໄວ້ຕາມບ້ານປະຊາຊົນ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ຂັບຂີ່ລົດ, ຜູ້ເດີນທາງ ໄດ້ພັກຜ່ອນ ແລະ ກວດກາຍານພາຫະນະຂອງຕົນໃນໄລຍະເດີນທາງ ຂ. ໝາຍເຖິງ ສະຖານທີ່ພັກຊົ່ວຄາວ ທີ່ຈັດໄວ້ຕາມທາງຫຼວງ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ຂັບຂີ່ລົດ, ຜູ້ເດີນທາງ ໄດ້ພັກຜ່ອນ ແລະ ກວດກາຍານພາຫະນະຂອງຕົນໃນໄລຍະເດີນທາງ ຄ. ໝາຍເຖິງ ສະຖານທີ່ພັກຊົ່ວຄາວ ທີ່ຈັດໄວ້ຕາມທາງແຍກ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ຂັບຂີ່ລົດ, ຜູ້ເດີນທາງ ໄດ້ພັກຜ່ອນ ແລະ ກວດກາຍານພາຫະນະຂອງຕົນໃນໄລຍະເດີນທາງ None 21. ອົງການໃດເປັນຜູ້ອອກໃບອະນຸຍາດຂົນສົ່ງລະຫວ່າງປະເທດສຳລັບ ສປປ ລາວ? ກ. ກະຊວງໂຍທາທິການ ແລະ ຂົນສົ່ງ ຂ. ກະຊວງການເງີນ ແລະ ກະຊວງຕ່າງປະເທດ ຄ. ກະຊວງອຸດສະຫະກຳ ແລະ ການຄ້າ None 22. ໃບອະນຸຍາດແລ່ນລົດ ແມ່ນຫຍັງ? ກ. ແມ່ນ ໜັງສືຢັ້ງຢືນປະຈໍາລົດແຕ່ລະຄັນ ທີ່ນໍາໃຊ້ເຂົ້າໃນການຂົນສົ່ງຮັບຈ້າງ, ການຂົນສົ່ງສະເພາະຖືກຕ້ອງຕາມ ປະເພດ, ຂອບເຂດການຂົນສົ່ງ ແລະ ມາດຕະຖານເຕັກນິກ ຂ. ແມ່ນ ໜັງສືຢັ້ງຢືນຂອງບຸກຄົນ ທີ່ຂັບລົດຂົນສົ່ງຮັບຈ້າງ, ຂົນສົ່ງສະເພາະ ຖືກຕ້ອງ ຕາມປະເພດ, ຂອບເຂດການຂົນສົ່ງ ແລະ ມາດຕະຖານເຕັກນິກ ຄ. ແມ່ນ ໜັງສືຢັ້ງຢືນສາຍທາງແລ່ນລົດ ທີ່ນໍາໃຊ້ເຂົ້າໃນການຂົນສົ່ງຮັບຈ້າງ, ການຂົນສົ່ງສະເພາະ ຖືກຕ້ອງຕາມປະເພດ, ຂອບເຂດການຂົນສົ່ງ ແລະ ມາດຕະຖານເຕັກນິກ None 23. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍແນວໃດ ? ກ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ທາງໜ້າເປັນທາງທົບສອກອັນຕະລາຍ ເລີ່ມຈາກທາງກໍ້າຂວາ ຂ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ທາງໜ້າເປັນທາງທົບສອກອັນຕະລາຍເລີ່ມຈາກທາງກໍ້າຊ້າຍ ຄ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ທາງໜ້າເປັນທາງໂຄ້ງອັນຕະລາຍ ເລີ່ມຈາກທາງກໍ້າຂວາ None 24. ການຂົນສົ່ງ ສິ່ງທີ່ໃຊ້ເປັນອາຫານ ແລະ ພືດ ຕ້ອງນໍາໃຊ້ຍານພາຫະນະແນວໃດ? ກ. ຕ້ອງນໍາໃຊ້ຍານພະຫະນະທີ່ມີຕູ້ສິນຄ້າ ແລະ ພາຊະນະຂົນສົ່ງທີ່ເໝາະສົມ, ດ້ານໃນຂອງຕູ້ ແລະ ພາຊະນະຂົນສົ່ງ ຕ້ອງເປັນວັດຖຸທີ່ບໍ່ເຂົ້າໝ້ຽງ, ກັນນໍ້າໄດ້, ສະດວກໃນການອະນາໄມ, ອະເຊື້ອ ແລະ ບໍ່ເຮັດໃຫ້ມີຜົນກະທົບທາງລົບ ຕໍ່ສິ່ງຂອງທີ່ຂົນສົ່ງ ຂ. ຕ້ອງນໍາໃຊ້ຍານພະຫະນະທີ່ມີຕູ້ສິນຄ້າ ແລະ ພາຊະນະຂົນສົ່ງທີ່ເໝາະສົມ, ດ້ານໃນຂອງຕູ້ ແລະ ພາຊະນະຂົນສົ່ງ ຕ້ອງເປັນຢາງປລາສຕິກ, ກັນນໍ້າໄດ້, ສະດວກໃນການອະນາໄມ, ອະເຊື້ອ ແລະ ບໍ່ເຮັດໃຫ້ມີຜົນກະທົບທາງລົບ ຕໍ່ສິ່ງຂອງທີ່ຂົນສົ່ງ ຄ. ຖືກທັງສອງຂໍ້ None 25. ບຸກຄົນທີ່ບໍ່ມີເງື່ອນໄຂຂັບຂີ່ລົດຕາມທາງຫຼວງ ແລ້ວເກີດອຸບປະຕິເຫດ ເຮັດໃຫ້ບຸກຄົນອື່ນໄດ້ຮັບບາດເຈັບ ຜິດກົດໝາຍໃດແດ່? ກ. ຜິດກົດໝາຍວ່າດ້ວຍການຈະລາຈອນທາງບົກ ແລະ ປະມວນກົດໝາຍອາຍາ ຂ. ຜິດກົດໝາຍວ່າດ້ວຍທາງຫຼວງ ແລະ ປະມວນກົດໝາຍອາຍາ ຄ. ຜິດກົດໝາຍວ່າດ້ວຍການຈະລາຈອນທາງບົກ ແລະ ກົດໝາຍວ່າດ້ວຍທາງຫຼວງ None 26. ການຊ່ວຍເຫຼືອຜູ້ບາດເຈັບຈາກອຸບປະຕິເຫດຕາມທາງຫຼວງ ໂດຍວິທີປ້ຳຫົວໃຈ ແລະ ເປົ່າລົມເຂົ້າປອດ ຕ້ອງຢຸດໃນເວລາໃດ? ກ. ເມື່ອຜູ້ບາດເຈັບມີສັນຍານຟື້ນຊີບກັບມາ ເຊັ່ນ ຮູ້ສຶກໂຕເຄື່ອນໄຫວຮ່າງກາຍ ໄອ, ກືນ, ຫາຍໃຈ, ສີຜິວໜັງປ່ຽນແປງດີຂຶ້ນ, ຮ່າງກາຍອຸ່ນຂຶ້ນ ຂ. ເມື່ອຜູ້ບາດເຈັບມີສັນຍານຟື້ນຊີບກັບມາ ຫຼື ມີອານການສະແດງໃຫ້ເຫັນເຖິງການມີຊີວິດ ເຊັ່ນ ຮູ້ສຶກໂຕ, ການເຄື່ອນໄຫວຂອງຮ່າງກາຍ, ໄອ, ກືນ, ຫາຍໃຈ ສີຜິວໜັງປ່ຽນແປງດີຂຶ້ນ, ອຸນຫະພູມຮ່າງກາຍອຸ່ນຂຶ້ນ ຄ. ເມື່ອຜູ້ບາດເຈັບມີສັນຍານຟື້ນຊີບກັບມາ ເຊັ່ນ ຮູ້ສຶກໂຕ, ໄອ, ໄຫ້ອອກສຽງ ສີຜິວໜັງແດງຂຶ້ນ ອຸນຫະພູມຮ່າງກາຍອຸ່ນຂຶ້ນ None 27. ປ້າຍໃດ ທີ່ບອກໃຫ້ຮູ້ວ່າມີທາງມ້າລາຍ ຫຼື ບ່ອນທາງຄົນຍ່າງຂ້າມທາງ ກ. ປ້າຍທີ 1 ຂ. ປ້າຍທີ 2 ຄ. ປ້າຍທີ 3 None 28. ເປັນຫຍັງຈຶ່ງໃຫ້ຜູ້ຂັບຂີ່ຮຽນຮູ້ ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ? ກ. ເພື່ອເຮັດໃຫ້ຜູ້ຂັບຂີ່ເຂົ້າໃຈ ບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ, ຕໍ່ ຍານພາຫະນະທີ່ຂັບຂີ່, ຜູ້ໂດຍສານ, ສິນຄ້າ, ວັດຖຸສິ່ງຂອງ ຂ. ເພື່ອເຮັດໃຫ້ຜູ້ຂັບຂີ່ເຂົ້າໃຈ ບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ, ຕໍ່ ຍານພາຫະນະທີ່ຂັບຂີ່, ຜູ້ໂດຍສານ, ສິນຄ້າ, ວັດຖຸສິ່ງຂອງ, ຄອບຄົວ, ຊຸມຊົນ ແລະ ສັງຄົມ ຄ. ເພື່ອເຮັດໃຫ້ຜູ້ຂັບຂີ່ເຂົ້າໃຈ ບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ, ຕໍ່ ຍານພາຫະນະທີ່ຂັບຂີ່, ຜູ້ໂດຍສານ, ສິນຄ້າ, ຄອບຄົວ, ຊຸມຊົນ ແລະ ສັງຄົມ None 29. ເມື່ອເຫັນປ້າຍນີ້ ຜູ້ຂັບຂີ່ລົດເກງ ສາມາດຊີງຂຶ້ນໜ້າລົດຈັກໄດ້ບໍ? ກ. ຊີງບໍ່ໄດ້ ຍ້ອນວ່າ ປ້າຍຫ້າມນີ້ມີຜົນບັງຄັບໃຊ້ກັບລົດເບົາ ລວມທັງ ລົດຈັກ, ລົດສາມລໍ້ ແລະ ລົດໄຖນາ ຂ. ຊີງໄດ້ ຍ້ອນວ່າ ປ້າຍຫ້າມນີ້ບໍ່ມີຜົນບັງຄັບໃຊ້ກັບລົດຈັກ ຄ. ຊີງບໍ່ໄດ້ ຍ້ອນວ່າ ປ້າຍຫ້າມນີ້ມີຜົນບັງຄັບໃຊ້ກັບລົດທຸກປະເພດ None 30. ລົດແກ່ກັນດ້ວຍເຊືອກ ຫຼື ໂສ້ ຕ້ອງມີຄວາມຍາວເທົ່າໃດ? ກ. ລະຫວ່າງ 2-3 ແມັດ ຂ. ລະຫວ່າງ 4-6 ແມັດ ຄ. ລະຫວ່າງ 7-8 ແມັດ None 1 out of 30 Time's upTime is Up! Prev Post Quiz ປະເພດລົດໂດຍສານຂະໜາດກາງ D1 Next Post Quiz ປະເພດລົດລາກ ແລະ ພ່ວງ.