Quiz ປະເພດລົດໂດຍສານຂະໜາດກາງ D1 Quiz ປະເພດລົດໂດຍສານຂະໜາດກາງ D1 ມີທັງໝົດ 35 ຄຳຖາມ ເວລາໃນການເຮັດ 35 ນາທີ ຊື່-ນາມສະກຸນ ເບີໂທລະສັບ ອີເມວ(ຖ້າມີ) 1. ເມື່ອເຫັນປ້າຍ ແລະ ເຄື່ອງໝາຍນີ້ຢູ່ໜ້າທາງ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ໃຫ້ລະວັງລົດຖີບ ໂດຍໃຫ້ບີບແກ ເພື່ອເຕືອນໃຫ້ຜູ້ຂີ່ລົດຖີບຮູ້ວ່າມີລົດໃຫຍ່ແລ່ນມາ ຂ. ໃຫ້ລະວັງລົດຖີບ ຍ້ອນວ່າມີເຄື່ອງໝາຍຢູ່ໜ້າທາງເປັນທາງລົດຖີບຕັດຜ່ານທາງໃຫຍ່ ຄ. ຖືກທັງສອງຂໍ້ None 2. ປ້າຍບັງຄັບສະເພາະ ນີ້ມີຄວາມໝາຍຄືແນວໃດ ? ກ. ຜູ້ຂັບຂີ່ຕ້ອງຢຸດລົດຢູ່ເສັ້ນຢຸດຕໍ່ໜ້າປ້າຍ ເມື່ອເຫັນຄົນກໍາລັງຍ່າງຂ້າມທາງມ້າລາຍ ເພື່ອໃຫ້ຄົນຍ່າງຂ້າມທາງໄປຫວິດກ່ອນ ຂ. ຜູ້ຂັບຂີ່ຕ້ອງບີບແກ ເມື່ອເຫັນຄົນກໍາລັງຍ່າງຂ້າມທາງມ້າລາຍ ເພື່ອໃຫ້ຄົນຍ່າງຮີບຮ້ອນຂ້າມທາງ ຄ. ຜູ້ຂັບຂີ່ຕ້ອງເພີ່ມຄວາມໄວເພື່ອໃຫ້ໄປຫວິດ ເມື່ອເຫັນຄົນກໍາລັງຈະຍ່າງຂ້າມທາງມ້າລາຍ None 3. ເມື່ອເຫັນເຄື່ອງໝາຍຄັນຄູນີ້ຢູ່ໜ້າທາງ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ຮັກສາຄວາມໄວປົກກະຕິ ແລະ ມີຄວາມລະມັດລະວັງຄົນຍ່າງຂ້າມທາງ ຂ. ຫຼຸດຜ່ອນຄວາມໄວ ແລະ ບີບແກລົດເພື່ອເຕືອນໃຫ້ຄົນຍ່າງຂ້າມທາງມີຄວາມລະມັດລະວັງ ຄ. ຫຼຸດຜ່ອນຄວາມໄວ ແລະ ມີຄວາມລະມັດລະວັງຄົນຍ່າງຂ້າມທາງ None 4. ການອອກລົດຈາກປໍ້ານໍ້າມັນ, ສໍານັກງານ, ເຮືອນ, ອາຄານ ເພື່ອເຂົ້າສູ່ທາງໃຫຍ່ ຜູ້ຂັບຂີ່ ຕ້ອງປະຕິບັດແນວໃດ? ກ. ຕ້ອງເປີດໄຟສັນຍານລ້ຽວ ແລະ ຄ່ອຍໆເຄື່ອນລົດອອກຕາມທິດທາງທີ່ຈະໄປ ຂ. ຕ້ອງເປີດໄຟສັນຍານລ້ຽວຕາມທິດທາງທີ່ຈະໄປ, ຢຸດລົດເພື່ອສັງເກດເບິ່ງ ເມື່ອເຫັນວ່າມີຄວາມປອດໄພ ແລ້ວຈຶ່ງອອກລົດ ຄ. ບໍ່ເປີດໄຟສັນຍານລ້ຽວ, ບໍ່ຢຸດລົດ ແລະ ຄ່ອຍໆເຄື່ອນລົດອອກຕາມທິດທາງທີ່ຈະໄປ None 5. ການບໍາລຸງຮັກສາລົດຕາມກໍານົດເວລາໃຊ້ງານມີຫຍັງແດ່ ? ກ. ປ່ຽນຖ່າຍນໍ້າມັນເຄື່ອງຈັກ, ນໍ້າມັນເກຍ, ນໍ້າມັນເຟືອງທ້າຍ, ນໍ້າມັນຫ້າມລໍ້, ໄສ້ກອງອາກາດ, ໄສ້ກອງແອເຢັນ, ປ່ຽນສະຫຼັບຢາງລໍ້, ປ່ຽນຖ່າຍຢາງລໍ້ ຫຼື ຕາມປຶ້ມຄູ່ມືທີ່ໄດ້ກຳນົດໄວ້ຈາກຜູ້ຜະລິດ ຂ. ປ່ຽນຖ່າຍນໍ້າມັນເຄື່ອງຈັກ, ນໍ້າມັນເກຍ, ນໍ້າມັນເຟືອງທ້າຍ, ໄສ້ກອງອາກາດ, ໄສ້ກອງແອເຢັນ, ປ່ຽນສະຫຼັບຢາງລໍ້ ຫຼື ປ່ຽນຖ່າຍຢາງລໍ້, ລະບົບໄຟສະຫວ່າງ ແລະ ໄຟເຕືອນອັນຕະລາຍ ຄ. ປ່ຽນຖ່າຍນໍ້າມັນເຄື່ອງຈັກ, ນໍ້າມັນເກຍ, ນໍ້າມັນເຟືອງທ້າຍ, ໄສ້ກອງອາກາດ, ປ່ຽນສະຫຼັບຢາງລໍ້ ຫຼື ປ່ຽນຖ່າຍຢາງລໍ້, ຢາງປັດນໍາຝົນ ຫຼື ຕາມປຶ້ມຄູ່ມືທີ່ໄດ້ກຳນົດໄວ້ຈາກຜູ້ຜະລິດ None 6. ເມື່ອນໍາໃຊ້ໄດ້ ໄລຍະທາງ 40,000 ກິໂລແມັດ ຈະປ່ຽນຖ່າຍ ຫຍັງແດ່? ກ. ປ່ຽນຖ່າຍ ນໍ້າມັນ ເຄື່ອງຈັກ, ຫ້າມລໍ້, ຄາດ, ພາວເວີພວງມະໄລ, ເກຍ, ນໍ້າຢາໝໍ້ນໍ້າ ແລະ ສາຍພານພັດລົມ ຂ. ປ່ຽນຖ່າຍ ເຄື່ອງກອງ ນໍ້າມັນ ເຄື່ອງຈັກ, ເຊື້ອໄຟ, ເຄື່ອງກອງ ອາກາດ ແລະ ແອເຢັນ, ກະແລັດຫົວເພົາ ແລະ ຢາງຕີນລົດ ຄ. ຖືກທັງສອງຂໍ້ None 7. ຜູ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ຕ້ອງດື່ມນໍ້າມື້ໜຶ່ງປະມານຈັກລິດ? ກ. ຜູ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ຕ້ອງດື່ມນໍ້າ ປະມານ 1-1.8 ລິດ ຕໍ່ມື້ ຂ. ຜູ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ຕ້ອງດື່ມນໍ້າ ປະມານ 2-3 ລິດ ຕໍ່ມື້ ຄ. ຖືກທັງສອງຂໍ້ None 8. ເປັນຫຍັງໃນເວລາຂັບຂີ່ລົດຜູ້ຂັບຂີ່ຕ້ອງເບິ່ງແບບໃຊ້ສາຍຕາກວາດໄປ ກວາດມາ ໃຫ້ທົ່ວທຸກຈຸດ? ກ. ເພື່ອໃຫ້ເຫັນສະພາບກ່ອນ ທັງເປັນການຝຶກໃຫ້ເປັນນິດໄສໄປໃນຕົວ, ຄວນເບິ່ງເສັ້ນແບ່ງທິດທາງສັນຈອນເປັນຫຼັກ ຈະເຮັດໃຫ້ບໍ່ເກີດຄວາມອິດເມື່ອຍໄວ ຂ. ເພື່ອໃຫ້ຮູ້ ແລະ ເຫັນສະພາບກ່ອນ ທັງເປັນການບໍລິຫານສາຍຕາໄປໃນຕົວ, ບໍ່ຄວນເບິ່ງຈ້ອງຢູ່ຈຸດໃດຈຸດໜຶ່ງດົນເກີນໄປ ຍ້ອນວ່າຈະເຮັດໃຫ້ເກີດຄວາມອິດເມື່ອຍສາຍຕາໄວ ຄ. ເພື່ອໃຫ້ເຫັນສະພາບກ່ອນ ທັງເປັນການບໍລິຫານສາຍຕາໄປໃນຕົວ, ຄວນຈ້ອງເບິ່ງແຄມທາງກໍ້າຂວາເວລາຂັບລົດໄປ ຈະເຮັດໃຫ້ບໍ່ເກີດຄວາມອິດເມື່ອຍໄວ None 9. ໃນເວລາຢຽບຄັນຫ້າມລໍ້ຮູ້ວ່າ ມີຄວາມຝືດຢຽບບໍ່ລົງດີ ແມ່ນສາເຫດມາຈາກຫຍັງ? ກ. ຄວາມດັນເຕົ້າລົມຊ່ວຍຫ້າມລໍ້ສູງໂພດ ຕ້ອງໄດ້ຮັບການສ້ອມແປງແກ້ໄຂກ່ອນຈຶ່ງນໍາໃຊ້ໄດ້ ຂ. ເຕົ້າລົມຊ່ວຍຫ້າມລໍ້ ເກີດມີຂໍ້ຂັດຂ້ອງ ຕ້ອງຮຽກເອີ້ນຊ່າງມາກວດກາແກ້ໄຂ ຄ. ຄວາມດັນລົມຊ່ວຍຫ້າມລໍ້ປົກກະຕິ, ແມ່ປໍ້າຫ້າມລໍ້ເຂົ້າໝ້ຽງ ຕ້ອງໄດ້ຮັບການສ້ອມແປງແກ້ໄຂ None 10. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍແນວໃດ ? ກ. ຫ້າມຈອດລົດທຸກປະເພດໃນວັນຄູ່ຕາມປະຕິທິນ (ວັນທີ 2, 4, 6,...) ແຕ່ບ່ອນຕັ້ງປ້າຍໄປຈົນເຖິງທາງແຍກຂ້າງໜ້າ ຂ. ຫ້າມຈອດລົດທຸກປະເພດໃນວັນຄີກຕາມປະຕິທິນ (ວັນທີ 1, 3, 5,...) ແຕ່ບ່ອນຕັ້ງປ້າຍໄປຈົນເຖິງທາງແຍກຂ້າງໜ້າ ຄ. ຫ້າມຈອດລົດທຸກປະເພດໃນວັນຄີກຕາມປະຕິທິນ (ວັນ ຈັນ, ພຸດ, ສຸກ, ອາທິດ) ແຕ່ບ່ອນຕັ້ງປ້າຍໄປຈົນເຖິງທາງແຍກຂ້າງໜ້າ None 11. ປ້າຍໃດເປັນປ້າຍສຸດເຂດຫ້າມທຸກປະເພດ? ກ. ປ້າຍທີ 1 ຂ. ປ້າຍທີ 2 ຄ. ປ້າຍທີ 3 ງ. ປ້າຍທີ 4 None 12. ຜູ້ຂັບຂີ່ລົດຕ້ອງບໍລິໂພກ ຫຼື ກິນ ອາຫານປະເພດໃດແດ່ເພື່ອເສີມສ້າງສະມັດຖະພາບຂອງຮ່າງກາຍ? ກ. ຕ້ອງບໍລິໂພກ ຫຼື ກິນ ອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ, ມີຄວາມສະອາດ ແລະ ຖືກຫຼັກສຸຂານາໄມ ຂ. ຕ້ອງບໍລິໂພກ ຫຼື ກິນ ອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ແລະ ໃຫ້ສານອາຫານທີ່ມີຄຸນຄ່າທາງໂພສະນາການຄົບທັງ ຫ້າ ໝວດ ຄ. ຖືກທັງສອງຂໍ້ None 13. ການແນມເຫັນຈໍາກັດ ໝາຍເຖິງຫຍັງ? ກ. ການແນມເຫັນຈໍາກັດ ໝາຍເຖິງ ການແນມເຫັນແລວທາງພຽງ 200 ແມັດ ຍ້ອນມີສິ່ງກີດຂວາງປິດບັງ ເປັນຕົ້ນ ທາງທົບ, ທາງໂຄ້ງ, ທາງໂນນ, ຕົ້ນໄມ້, ສິ່ງປຸກສ້າງ, ລົດບັນທຸກຈອດຢູ່ແຄມທາງ ຂ. ການແນມເຫັນຈໍາກັດ ໝາຍເຖິງ ການແນມເຫັນແລວທາງພຽງ 300 ແມັດ ຍ້ອນມີໝອກໜາ, ຂີ້ຝຸ່ນ, ຝົນຕົກ ແລະ ອາກາດມືດມົວ,ສິ່ງປຸກສ້າງ, ລົດບັນທຸກຈອດຢູ່ແຄມທາງ ຄ. ການແນມເຫັນຈໍາກັດ ໝາຍເຖິງ ການແນມເຫັນແລວທາງຂ້າງໜ້າ ຂອງຜູ້ຂັບຂີ່ ຖືກຈໍາກັດດ້ວຍສິ່ງປິດບັງຕ່າງໆ ເປັນຕົ້ນ ທາງທົບ, ທາງໂຄ້ງ, ທາງໂນນ, ຕົ້ນໄມ້, ສິ່ງປຸກສ້າງ, ລົດບັນທຸກຈອດຢູ່ແຄມທາງ None 14. ຜູ້ຂັບຂີ່ລົດຂົນສົ່ງສິນຄ້າຕ້ອງຮຽນຮູ້ກົດໝາຍໃດແດ່ ? ກ. ກົດໝາຍ ວ່າດ້ວຍ ການຂົນສົ່ງທາງບົກ, ການຈະລາຈອນທາງບົກ, ທາງລົດໄຟ, ຂົນສົ່ງຫຼາຍຮູບແບບ ຂ. ກົດໝາຍ ວ່າດ້ວຍ ການຂົນສົ່ງທາງບົກ, ການຈະລາຈອນທາງບົກ, ທາງຫຼວງ, ທາງນໍ້າ ຄ. ກົດໝາຍ ວ່າດ້ວຍ ການຂົນສົ່ງທາງບົກ, ການຈະລາຈອນທາງບົກ, ຂົນສົ່ງຫຼາຍຮູບແບບ None 15. ການປັບເບາະນັ່ງ ຫ່າງຈາກພວງມະໄລບໍ່ເໝາະສົມກັບຜູ້ຂັບຂີ່ຈະມີຜົນກະທົບແນວໃດ? ກ. ຍ້ອນວ່າຈະເຮັດໃຫ້ມີຄວາມອິດເມື່ອຍງ່າຍ, ປວດຫຼັງ, ປວດກ້າມເນື້ອ ແລະ ມີບັນຫາໃນການໝູນພ່ວງມະໄລ ຂ. ຍ້ອນວ່າຈະເຮັດໃຫ້ທ່າຂັບຂີ່ ສະດວກ, ການໝູນພວງມະໄລໄດ້ຢ່າງຄ່ອງແຄ້ວ, ໃສ່ເກຍໄດ້ງ່າຍ ຄ. ຍ້ອນວ່າບໍ່ມີຜົນກະທົບຫຍັງ, ການໝູນພ່ວງມະໄລມີຄວາມສະດວກ ແລະ ຂັບຂີ່ງ່າຍ None 16. ຈົ່ງລຽງລໍາດັບ ຜູ້ຂັບຂີ່ລົດຄັນໃດມີສິດໄປກ່ອນ? ກ. 1-2-3-4 ຂ. 2-1-4-3 ຄ. 3-4-1-2 ງ. 4-3-2-1 None 17. ອຸບປະຕິເຫດຕາມທາງຫຼວງ ມີຄວາມໝາຍແນວໃດ? ກ. ອຸບປະຕິເຫດຕາມທາງຫຼວງໝາຍເຖິງ ເຫດການທີ່ເກີດຂຶ້ນກັບຍານພາຫະນະທີ່ຈະລາຈອນຕາມທາງຫຼວງ ດ້ວຍການ ກະທົບກັບ ຍານພາຫະນະ, ຄົນ, ສັດ, ວັດຖຸສິ່ງຂອງ, ສິ່ງປຸກສ້າງ ຕາມແຄມທາງ ຊຶ່ງພາໃຫ້ມີຜູ້ບາດເຈັບ, ເສຍຊີວິດ ຫຼື ຊັບສິນໄດ້ຮັບຄວາມເສຍຫາຍ ຂ.ອຸບປະຕິເຫດຕາມທາງຫຼວງໝາຍເຖິງ ເຫດການທີ່ເກີດຂຶ້ນກັບຍານພາຫະນະທີ່ຈະລາຈອນຕາມທາງຫຼວງ ດ້ວຍການກະທົບກັບ ຍານພາຫະນະ, ຄົນ, ສັດ, ວັດຖຸສິ່ງຂອງ, ສິ່ງປຸກສ້າງ ທີ່ພາໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິດ ຄ. ອຸບປະຕິເຫດຕາມທາງຫຼວງໝາຍເຖິງ ເຫດການທີ່ເກີດຂຶ້ນລະຫວ່າງຍານພາຫະນະສອງ ຫຼື ຫຼາຍຄັນຕໍາກັນ ຊຶ່ງເຮັດໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິດ None 18. ປ້າຍຫ້າມ ແລະ ປ້າຍເພີ່ມນີ້ ມີຄວາມໝາຍແນວໃດ? ກ. ກໍານົດໃຫ້ຢຸດ,ໃຫ້ຈອດ ທາງດ້ານໜ້າຂອງປ້າຍ ຂ. ບອກຈຸດສິ້ນສຸດເຂດບັງຄັບໃຊ້ຂອງປ້າຍ ຫ້າມຢຸດ ແລະ ຫ້າມຈອດລົດທຸກປະເພດ ຄ. ເຂດເລີ່ມຫ້າມຢຸດ ແລະ ຫ້າມຈອດລົດທຸກປະເພດນັບແຕ່ປ້າຍນີ້ຈົນຮອດທາງແຍກຂ້າງໜ້າ None 19. ເມື່ອເຫັນປ້າຍກໍານົດນີ້ ລົດຄັນໃດລະເມີດກົດຈະລາຈອນ? ກ. ຄັນທີ 1 ລະເມີດ ຍ້ອນວ່າຂ້າມເສັ້ນແບ່ງໃຈກາງທາງ ຂ. ຄັນທີ 2 ລະເມີດ ຍ້ອນວ່າມີປ້າຍກໍານົດໃຫ້ເວັ້ນໄປທາງກໍ້າຊ້າຍ ຄ. ບໍ່ມີຄັນໃດລະເມີດ None 20. ເປັນຫຍັງຈຶ່ງໃຫ້ຫຼີກເວັ້ນການຢຸດລົດແບບກະທັນຫັນ? ກ. ຈະກໍ່ໃຫ້ເກີດອຸບປະຕິເຫດ, ລົດທີ່ມາຕາມຫຼັງບໍ່ສາມາດຫຼົບຫຼີກໄດ້ທັນ ແລະ ຈະເຮັດໃຫ້ຕຳທ້າຍລົດເຮົາ ຫຼື ບາງທີ່ລົດເຮົາອາດຈະເສຍຫຼັກໄດ້ ຂ. ຈະກໍ່ໃຫ້ເກີດອຸບປະຕິເຫດ, ລົດທີ່ມາຕາມຫຼັງບໍ່ສາມາດຢຽບຫ້າມລໍ້ໄດ້ທັນ ແລະ ຈະເຮັດໃຫ້ຕຳທ້າຍລົດເຮົາ ຫຼື ບາງທີ່ລົດເຮົາອາດຈະເສຍຫຼັກໄດ້ ຄ. ຖືກທັງສອງຂໍ້ None 21. ຄຸນວຸດທິຂອງຜູ້ຂັບຂີ່ໃດ ຈຶ່ງຈະສາມາດ ປະຖົມພະຍາບານ ຜູ້ບາດເຈັບຈາກອຸບປະຕິເຫດຕາມທາງຫຼວງໄດ້? ກ. ຕ້ອງແມ່ນຜູ້ຂັບຂີ່ທີ່ມີ ຄວາມຮູ້ ແລະ ຄວາມສາມາດ, ມີສະຕິຄວບຄຸມຕົນເອງ, ມີຄວາມສະໝັກໃຈ, ມີຄວາມຮອບຄອບໃນການສັງເກດອາການບາດເຈັບ ແລະ ສາມາດໝູນໃຊ້ອຸປະກອນທີ່ມີຢ່າງເໝາະສົມ ຂ. ຕ້ອງແມ່ນຜູ້ຂັບຂີ່ທີ່ມີ ຄວາມຮູ້, ມີຄວາມສະໝັກໃຈ, ມີຄວາມຮູ້ໃນການສັງເກດອາການບາດເຈັບ ແລະ ສາມາດໝູນໃຊ້ອຸປະກອນທີ່ມີ ຄ. ຕ້ອງແມ່ນຜູ້ຂັບຂີ່ທີ່ມີ ຄວາມສະໝັກໃຈ, ມີຄວາມຮູ້ໃນການສັງເກດອາການບາດເຈັບ ແລະ ສາມາດນໍາໃຊ້ອຸປະກອນທີ່ມີ None 22. ສາເຫດທີ່ພາໃຫ້ເກີດອຸບປະຕິເຫດ ຍ້ອນຜູ້ນໍາໃຊ້ທາງຫຼວງ ມີຫຍັງແດ່? ກ. ຄົນສ້ອມແປງທາງ, ຄົນຍ່າງຂ້າມທາງ, ສັດລ້ຽງ, ຜູ້ຄວບຄຸມສັດ ຂ. ຄົນຂີ່ລົດຖີບ, ຄົນສ້ອມແປງທາງ, ຄົນຍ່າງ, ສັດລ້ຽງ ແລະ ຜູ້ຄວບຄຸມສັດ ຄ. ຜູ້ຂັບຂີ່, ຄົນສ້ອມແປງທາງ, ຄົນຍ່າງ, ສັດລ້ຽງ, ຜູ້ຄວບຄຸມສັດ ແລະ ອື່ນໆ None 23. ເມື່ອເຫັນເຄື່ອງໝາຍສີເຫຼືອງເສັ້ນຂາດນີ້ຢູ່ແຄມທາງ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ອະນຸຍາດໃຫ້ຢຸດຊົ່ວຄາວໄດ້ ຂ. ອະນຸຍາດໃຫ້ຈອດລົດໄດ້ ຄ. ຖືກທັງສອງຂໍ້ None 24. ໃນເວລາຈະຂັບຂີ່ເຂົ້າສູ່ວົງວຽນ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ຜູ້ຂັບຂີ່ຕ້ອງຢຸດລົດໃນເວລາຈະເຂົ້າສູ່ວົງວຽນ ແລະ ປ່ອຍທາງໃຫ້ລົດທີ່ແລ່ນຢູ່ໃນວົງວຽນກໍ້າຊ້າຍຂອງຕົນໄປກ່ອນ ຂ. ຜູ້ຂັບຂີ່ຕ້ອງຜ່ອນຄວາມໄວ ຫຼື ຢຸດລົດໃນເວລາຈະເຂົ້າສູ່ວົງວຽນ ແລະ ປ່ອຍທາງໃຫ້ລົດທີ່ແລ່ນຢູ່ໃນວົງວຽນກໍ້າຊ້າຍຂອງຕົນໄປກ່ອນ ຄ. ຖືກທັງສອງຂໍ້ None 25. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍແນວໃດ ? ກ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ສຸດເຂດຫ້າມໄປຊື ອະນຸຍາດຜ່ານເຂົ້າໄປໄດ້ ຂ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ຫ້າມ ຍານພາຫະນະທຸກປະເພດໄປຊື່ ຄ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ສຸດເຂດເສັ້ນທາງສັນຈອນທິດທາງດຽວ None 26. ປ້າຍສັນຍານຈະລາຈອນເທິງນີ້ມີຄວາມໝາຍແນວໃດ? ກ. ປ້າຍສັນຍານຈະລາຈອນເທິງນີ້ມີຄວາມໝາຍວ່າ ປ້າຍເຕືອນອັນຕະລາຍ ລະວັງທາງໜ້າມີໂຮງຮຽນຢູ່ແຄມທາງ ຂ. ປ້າຍສັນຍານຈະລາຈອນເທິງນີ້ມີຄວາມໝາຍວ່າ ປ້າຍກໍານົດຄົນຍ່າງຂ້າມທາງ ຄ. ປ້າຍສັນຍານຈະລາຈອນເທິງນີ້ມີຄວາມໝາຍວ່າ ປ້າຍເຕືອນອັນຕະລາຍ ລະວັງຄົນຍ່າງຂ້າມທາງ None 27. ປ້າຍສັນຍານຈະລາຈອນ ນີ້ມີຄວາມໝາຍຄືແນວໃດ ? ກ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ໃຫ້ຢຸດລົດຢູ່ຫຼັງເສັ້ນຢຸດ ຂ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ໃຫ້ຢຸດລົດຢູ່ໜ້າເສັ້ນຢຸດ ຄ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ໃຫ້ຢຸດຄາບເສັ້ນຢຸດ None 28. ກ່ອນຈະເປີດປະຕູລົດເພື່ອອອກຈາກລົດ ທີ່ຈອດຕາມແຄມທາງ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ກ່ອນຈະເປີດປະຕູລົດທີ່ຈອດຢູ່ຕາມແຄມທາງ ຜູ້ຂັບຂີ່ຕ້ອງແນມເບິ່ງລົດທີ່ແລ່ນມາທາງດ້ານໜ້າ ດ້ວຍຄວາມລະມັດລະວັງ ເພື່ອຮັບປະກັນຄວາມປອດໄພ ຂ. ກ່ອນຈະເປີດປະຕູລົດທີ່ຈອດຢູ່ຕາມແຄມທາງ ຜູ້ຂັບຂີ່ຕ້ອງແນມເບິ່ງລົດທີ່ແລ່ນມາທາງດ້ານຫຼັງ ດ້ວຍຄວາມລະມັດລະວັງ ເພື່ອຮັບປະກັນຄວາມປອດໄພ ຄ. ກ່ອນຈະເປີດປະຕູລົດທີ່ຈອດຢູ່ຕາມແຄມທາງ ຜູ້ຂັບຂີ່ຕ້ອງແນມເບິ່ງລົດທີ່ແລ່ນມາທາງດ້ານຫຼັງ ແລະ ທາງດ້ານໜ້າ ດ້ວຍຄວາມລະມັດລະວັງ ເພື່ອຮັບປະກັນຄວາມປອດໄພ None 29. ຜູ້ຂັບຂີ່ຕ້ອງຈອດລົດໃກ້ກັບທາງແຍກ ຫຼື ປາກທາງເຂົ້າ-ອອກ ສໍານັກງານໃນໄລຍະຈັກແມັດ? ກ. 5 ແມັດຂຶ້ນໄປ ຂ. ຕໍ່າກວ່າ 5 ແມັດ ຄ. ຖືກໝົດທຸກຂໍ້ None 30. ໃນສະພາບທາງປູຢາງ ທີ່ໃຊ້ຄວາມໄວ 50 ກິໂລແມັດຕໍ່ຊົ່ວໂມງ ໄລຍະທາງທີ່ໃຊ້ໃນການຢຸດລົດຈະເປັນເທົ່າໃດແມັດ? ກ. 22 ແມັດ ຂ. 32 ແມັດ ຄ. 42 ແມັດ None 31. ກ່ອນຕິດຈັກລົດ ແລະ ປ່ຽນເກຍ ລົດເກຍໂອໂຕມາຕິກ ຜູ້ຂັບຂີ່ຕ້ອງເຮັດແນວໃດ? ກ. ຢຽບຄາດທຸກຄັ້ງ ກ່ອນຕິດຈັກລົດ ແລະ ປ່ຽນເກຍ ຈາກຕຳແໜ່ງ "P" ຫາ "R" ຫາ "N" ຫາ "D" ຂ. ຢຽບຫ້າມລໍ້ທຸກຄັ້ງ ກ່ອນຕິດຈັກລົດ ແລະ ປ່ຽນເກຍ ຈາກຕຳແໜ່ງ "P" ຫາ "R" ຫາ "N" ຫາ "D" ຄ. ໃສ່ຫ້າມລໍ້ມືທຸກຄັ້ງ ກ່ອນຕິດຈັກລົດ ແລະ ປ່ຽນເກຍ ຈາກຕຳແໜ່ງ "P" ຫາ "R" ຫາ "N" ຫາ "D" None 32. ຜູ້ຂັບຂີ່ຜ່ານທາງແຍກທີ່ມີອຸປະສັກຄວນປະຕິບັດແນວໃດ? ກ. ຖ້າຢູ່ໃນທາງແຍກຍັງມີລົດໄປບໍ່ຫວິດ ແລະ ຍັງຕໍ່ກົ້ນກັນຢູ່ ຜູ້ຂັບຂີ່ຕ້ອງຄ່ອຍໆເຄື່ອນລົດອອກໄປຊ້າໆ ຫຼົບຫຼີກລົດ ທີ່ຍັງຄ້າງຢູ່ໃນທາງແຍກນັ້ນໄປ ຂ. ຖ້າຢູ່ໃນທາງແຍກຍັງມີລົດໄປບໍ່ຫວິດ ແລະ ຍັງຕໍ່ກົ້ນກັນຢູ່ ຜູ້ຂັບຂີ່ຕ້ອງບີບແກເຕືອນ ແລະ ອອກລົດໄປເພາະເຮົາໄດ້ຮັບສັນຍານໄຟຈະລາຈອນສີຂຽວແລ້ວ ຄ. ຖ້າຢູ່ໃນທາງແຍກນັ້ນ ຍັງມີລົດໄປບໍ່ຫວິດ ແລະ ຍັງຕໍ່ກົ້ນກັນຢູ່ ຜູ້ຂັບຂີ່ຕ້ອງຢຸດລົດຢູ່ບ່ອນເສັ້ນຢຸດ ລໍຖ້າໃຫ້ລົດທີ່ຍັງຄ້າງຢູ່ໃນທາງແຍກນັ້ນ ໄປຫວິດກ່ອນ None 33. ອຸບປະຕິເຫດ ທີ່ເກີດຈາກຜູ້ຂັບຂີ່ທີ່ລະເມີດກົດລະບຽບຈະລາຈອນ ມີຫຍັງແດ່? ກ. ຂັບຂີ່ ໃນເວລາສຸຂະພາບອິດເມື່ອຍອ່ອນເພຍ, ແລ່ນລົດໄວເກີນກໍານົດ, ບໍ່ປະຕິບັດຕາມ ປ້າຍ, ເຄຶ່ອງໝາຍ ແລະ ໄຟສັນຍານ ຈະລາຈອນ ຂ. ຂັບຂີ່ ໃນສະພາບມືນເມົາ, ໃນເວລາສຸຂະພາບອິດເມື່ອຍອ່ອນເພຍ, ແລ່ນລົດໄວເກີນກໍານົດ, ບໍ່ປະຕິບັດຕາມ ປ້າຍ, ເຄຶ່ອງໝາຍ ແລະ ໄຟສັນຍານ ຈະລາຈອນ ຄ. ຂັບລົດ ໃນຍາມຝົນຕົກ, ທາງເປັນຂຸມ, ບໍ່ປະຕິບັດຕາມ ປ້າຍ, ເຄຶ່ອງໝາຍ ແລະ ໄຟສັນຍານ ຈະລາຈອນ None 34. ເປັນຫຍັງ ຜູ້ຂັບຂີ່ຈຶ່ງມີຄວາມຮັບຜິດຊອບຕໍ່ຍານພາຫະນະຂອງຕົນ? ກ. ຜູ້ຂັບຂີ່ຕ້ອງ ກວດກາ ສະພາບເຕັກນິກລົດ ຕາມກໍານົດໝາຍເຕັກນິກ ເພື່ອໃຫ້ມີຄວາມປອດໄພ ແລະ ມີອາຍຸການໃຊ້ງານຍາວນານ, ໃຫ້ການບໍລິການທີ່ ສະດວກ, ວ່ອງໄວ ແລະ ຊ່ວຍປະຢັດຄ່າໃຊ້ຈ່າຍໃນການສ້ອມແປງ, ທັງເປັນການຊ່ວຍຫຼຸດຜ່ອນການເກີດອຸບປະຕິເຫດຕາມທາງຫຼວງ ຂ. ຜູ້ຂັບຂີ່ຕ້ອງ ດູແລຮັກສາ ແລະ ກວດກາ ສະພາບເຕັກນິກລົດ ຕາມກໍານົດໝາຍເຕັກນິກ ເພື່ອໃຫ້ມີຄວາມປອດໄພ ແລະ ມີອາຍຸການໃຊ້ງານຍາວນານ, ໃຫ້ການບໍລິການທີ່ ສະດວກ, ວ່ອງໄວ, ທັນຕາມກຳນົດເວລາ ແລະ ຊ່ວຍປະຢັດຄ່າໃຊ້ຈ່າຍໃນການສ້ອມແປງ, ທັງເປັນການຊ່ວຍຫຼຸດຜ່ອນການເກີດອຸບປະຕິເຫດຕາມທາງຫຼວງ ຄ. ຜູ້ຂັບຂີ່ຕ້ອງ ດູແລຮັກສາ ແລະ ກວດກາ ສະພາບເຕັກນິກລົດ ຕາມກໍານົດໝາຍເຕັກນິກ ເພື່ອໃຫ້ມີຄວາມປອດໄພ ແລະ ມີອາຍຸການໃຊ້ງານຍາວນານ, ໃຫ້ການບໍລິການທີ່ ສະດວກ, ວ່ອງໄວ ແລະ ຊ່ວຍປະຢັດຄ່າໃຊ້ຈ່າຍໃນການສ້ອມແປງ ແລະ ນໍ້າມັນເຊື້ອໄຟ None 35. ການອອກກໍາລັງກາຍໃຫ້ປະໂຫຍດຫຍັງແດ່ສໍາລັບຜູ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ? ກ. ການອອກກໍາລັງກາຍເຮັດໃຫ້ ສິ້ນເປືອງເງິນຄໍາ, ເສຍເວລາ, ອິດເມື່ອຍ, ສ້າງຄວາມຕຶງຄຽດ ແລະ ເຮັດໃຫ້ຄວາມຈຳບໍ່ດີ ຂ. ການອອກກໍາລັງກາຍເຮັດໃຫ້ ຊີວິດຄອບຄົວບໍ່ມີຄວາມອົບອຸ່ນທຸ່ນທ່ຽງ, ສິ້ນເປືອງເງິນຄໍາ, ເສຍເວລາ, ອິດເມື່ອຍ, ສ້າງຄວາມຕຶງຄຽດ ແລະ ເຮັດໃຫ້ຄວາມຈຳບໍ່ດີ ຄ. ການອອກກໍາລັງກາຍທີ່ ຖືກຕ້ອງ ແລະ ເໝາະສົມ ເປັນສິ່ງສຳຄັນ ເພື່ອຊ່ວຍໃຫ້ ມີສຸຂະພາບແຂງແຮງ, ຫຼຸດຜ່ອນຄວາມຕຶງຄຽດ, ມີຄວາມຈຳດີຂຶ້ນ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຕົນເອງ None 1 out of 35 Time's upTime is Up! Prev Post Quiz ປະເພດລົດບັນທຸກສິນຄ້າຂະໜາດໃຫຍ່ C2 Next Post Quiz ປະເພດລົດໂດຍສານຂະໜາດໃຫຍ່ D2