Quiz ປະເພດລົດບັນທຸກຂະໜາດນ້ອຍ C,D,E Quiz ປະເພດລົດບັນທຸກຂະໜາດນ້ອຍ C,D,E ມີທັງໝົດ 30 ຄຳຖາມ ເວລາໃນການເຮັດ 30 ນາທີ ຊື່-ນາມສະກຸນ ເບີໂທລະສັບ ອີເມວ(ຖ້າມີ) 1. ເມື່ອນໍາໃຊ້ໄດ້ ໄລຍະທາງ 30,000 ກິໂລແມັດ ຈະປ່ຽນຖ່າຍ ແລະ ອະນາໄມຫຍັງແດ່? ກ. ປ່ຽນຖ່າຍ ນໍ້າມັນເຄື່ອງຈັກ, ເຄື່ອງກອງນໍ້າມັນເຄື່ອງຈັກ ແລະ ອະນາໄມເຄື່ອງ ກອງອາກາດ ແລະ ກອງແອເຢັນ ຂ. ປ່ຽນຖ່າຍ ນໍ້າມັນເຄື່ອງຈັກ, ເຄື່ອງ ກອງອາກາດ, ກອງແອເຢັນ ແລະ ອະນາໄມກອງນໍ້າມັນເຄື່ອງຈັກ ຄ. ປ່ຽນຖ່າຍ ນໍ້າມັນເຄື່ອງຈັກ, ເຄື່ອງ ກອງນໍ້າມັນເຄື່ອງຈັກ, ກອງອາກາດ, ກອງແອເຢັນ ແລະ ກອງກາຊວນ None 2. ສິ່ງລົບກວນ ແລະ ທຳລາຍ ສະມາທິ ຂອງຜູ້ຂັບຂີ່ລົດ ຢູ່ພາຍໃນລົດ ມີຫຍັງແດ່? ກ. ມີການເປີດເຄື່ອງສຽງ ຫຼື ເຄື່ອງເອເລັກໂຕຣນິກຕ່າງໆໃນລົດ, ລົມກັບຜູ້ໂດຍສານຢູ່ໃນລົດ, ມີ ເດັກນ້ອຍລົບກວນ ແລະ ສັດລ້ຽງຢູ່ໃນລົດ ຂ. ມີແມງໄມ້ເຂົ້າໃນລົດ, ລົມກັບຜູ້ໂດຍສານຢູ່ໃນລົດ, ມີ ເດັກນ້ອຍລົບກວນ ແລະ ສັດລ້ຽງຢູ່ໃນລົດ ຄ. ຖືກທັງສອງຂໍ້ None 3. ການເປົ່າປາກ ຊ່ວຍຫາຍໃຈຂອງຜູ້ບາດເຈັບຈາກອຸບປະຕິເຫດຕາມທາງຫຼວງເພື່ອໃຫ້ໄດ້ຮັບຜົນ ຄວນປະຕິບັດແນວໃດ? ກ. ເປົ່າປາກ ແຕ່ລະຄັ້ງ ຈະເຫັນໜ້າເອິກຂະຫຍາຍຕົວ, ຄວນຫຼີກລ້ຽງ ການເປົ່າລົມ ໄວ ແຮງ ແລະ ຫຼາຍເກີນໄປ ເພື່ອປ້ອງກັນ ການຍ້ອນກັບຂອງອາຫານ ຫຼື ນໍ້າຂຶ້ນມາຈາກກະເພາະອາຫານ ຂ. ເປົ່າປາກສອງຄັ້ງ ແຕ່ລະຄັ້ງ ຈະເຫັນໜ້າທ້ອງຂະຫຍາຍຕົວ, ຄວນຫຼີກລ້ຽງ ການເປົ່າລົມ ໄວ ແຮງ ແລະ ຫຼາຍເກີນໄປ ເພື່ອປ້ອງກັນການຍ້ອນກັບຂອງເສດອາຫານ ຄ. ເປົ່າປາກສອງຄັ້ງ ແຕ່ລະຄັ້ງ ຈະເຫັນໜ້າເອິກຂະຫຍາຍຕົວ, ຄວນເປົ່າລົມ ໃຫ້ໄວ ແລະ ແຮງ ເພື່ອປ້ອງກັນການຍ້ອນກັບຂອງນໍ້າມາຈາກກະເພາະອາຫານ None 4. ຜູ້ຂັບຂີ່ລົດໃນຍາມກາງຄືນ ມີຄວາມສ່ຽງແນວໃດ? ກ. ການແນມເຫັນບໍ່ກວ້າງ, ຈະເຫັນແຕ່ບ່ອນແສງໄຟຕາລົດສ່ອງໃສ່, ມີຄວາມອິດເມື່ອຍ ແລະ ການຄາດຄະເນ ໄລຍະຫ່າງລະຫວ່າງລົດທີ່ຢູ່ທາງດ້ານໜ້າບໍ່ຊັດເຈນ ຂ. ການແນມເຫັນບໍ່ກວ້າງ, ຈະເຫັນແຕ່ບ່ອນແສງໄຟຕາລົດສ່ອງໃສ່, ມີຄວາມອິດເມື່ອຍ ແລະ ການຄາດຄະເນ ໄລຍະຫ່າງຂອງລົດທີ່ສວນທາງມາບໍ່ຊັດເຈນ ຄ. ຖືກທັງສອງຂໍ້ None 5. ອາຫານປະເພດໃດທີ່ໃຫ້ ເກືອແຮ່ ແລະ ວິຕາມິນ ໃຫ້ແກ່ຮ່າງກາຍ ສໍາລັບຜູ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ? ກ. ອາຫານປະເພດທີ່ໃຫ້ ເກືອແຮ່ ແລະ ວິຕາມິນ ເຊັ່ນ ເກືອທະເລ ແລະ ເກືອໃຕ້ດິນ ຂ. ອາຫານປະເພດທີ່ໃຫ້ ເກືອແຮ່ ແລະ ວິຕາມິນ ເຊັ່ນ ພືດຜັກ ແລະ ໝາກໄມ້ຊະນິດຕ່າງໆ ຄ. ອາຫານປະເພດທີ່ໃຫ້ ເກືອແຮ່ ແລະ ວິຕາມິນ ເຊັ່ນ ວິຕາມິນເອ, ວິຕາມິນບີ ແລະ ວິຕາມິນຊີ None 6. ສໍາລັບທາງທີ່ມີ ສາມ ຊ່ອງຈະລາຈອນໃນທິດທາງດຽວກັນ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ໃຫ້ຈົ່ງຊ່ອງຈະລາຈອນກໍ້າຊ້າຍສຸດໄວ້ເພື່ອໃຫ້ລົດທີ່ແລ່ນມາຕາມຫຼັງຕ້ອງການຊີງຂຶ້ນໜ້າໄດ້ ຂ. ໃຫ້ປ່ອຍຊ່ອງຈະລາຈອນກໍ້າຊ້າຍສຸດໄວ້ສໍາລັບລົດສຸກເສີນ ແລະ ລົດຂະບວນພິເສດເທົ່ານັ້ນ, ບໍ່ອະນຸຍາດໃຫ້ລົດທົ່ວໄປນໍາໃຊ້ None 7. ເມື່ອເຫັນປ້າຍນີ້ ຜູ້ຂັບຂີ່ລົດເກງ ສາມາດຊີງຂຶ້ນໜ້າລົດບັນທຸກຄັນນີ້ໄດ້ບໍ? ກ. ຫ້າມຊີງຂຶ້ນໜ້າລົດຄັນອື່ນທີ່ຕິດເຄື່ອງຈັກນັບແຕ່ສາມລໍ້ຂຶ້ນໄປ ຂ. ຫ້າມຊີງຂຶ້ນໜ້າລົດຄັນອື່ນທີ່ຕິດເຄື່ອງຈັກນັບແຕ່ສີ່ລໍ້ຂຶ້ນໄປ ຄ. ຫ້າມຊີງຂຶ້ນໜ້າລົດຄັນອື່ນທີ່ຕິດເຄື່ອງຈັກນັບແຕ່ສອງລໍ້ຂຶ້ນໄປ None 8. ຂໍ້ຫ້າມສໍາລັບຜູ້ຂັບຂີ່ ມີຫຍັງແດ່? ກ. ຂັບຂີ່ໂດຍບໍ່ມີໃບ ຂັບຂີ່ ຍານພາຫະນະ ຫຼື ມີໃບຂັບຂີ່ແຕ່ບໍ່ຖືກຕ້ອງຕາມປະເພດຍານພາຫະນະທີ່ຕົນເອງຂັບ, ຂັບຂີ່ເຈີດຊ້າຍ ເຈີດຂວາ, ຂັບຂີ່ເກີນຄວາມໄວທີ່ໄດ້ກໍານົດໄວ້, ໃຊ້ໂທລະສັບມືຖື, ກັ້ງຄັນຮົ່ມ, ຂີ່ຮຽງກັນ, ຂັບຂີ່ໃນເວລາມຶນເມົາ, ຂັບຂີ່ກີດຂວາງຂະບວນລົດພິເສດ ຫຼື ສອດແຊກເຂົ້າໃນຂະບວນດັ່ງກ່າວ, ຂັບຂີ່ໄປຕາມທາງຄົນຍ່າງ ຂ. ສ້ອມແປງລົດຢູ່ກາງທາງ, ຖະໜົນ, ຮ່ອມ,ບັນທຸກຜູ້ໂດຍສານເກີນຈໍານວນ, ຈອດລົດຮຽງກັນບໍລິເວນຂ້າງທາງ, ບັນທຸກວັດຖຸອັນຕະລາຍໂດຍບໍ່ໄດ້ຮັບອະນຸຍາດ, ແຂ່ງລົດທຸກຊະນິດ ຄ. ຖືກທັງສອງຂໍ້ None 9. ສໍາລັບທາງທີ່ມີ ສາມ ຊ່ອງຈະລາຈອນໃນທິດທາງດຽວກັນ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ໃຫ້ຈົ່ງຊ່ອງຈະລາຈອນກໍ້າຊ້າຍສຸດໄວ້ເພື່ອໃຫ້ລົດທີ່ແລ່ນມາຕາມຫຼັງຕ້ອງການຊີງຂຶ້ນໜ້າໄດ້ ຂ. ໃຫ້ປ່ອຍຊ່ອງຈະລາຈອນກໍ້າຊ້າຍສຸດໄວ້ສໍາລັບລົດສຸກເສີນ ແລະ ລົດຂະບວນພິເສດເທົ່ານັ້ນ, ບໍ່ອະນຸຍາດໃຫ້ລົດທົ່ວໄປນໍາໃຊ້ None 10. ເມື່ອເຫັນເຄື່ອງໝາຍລູກສອນສີຂາວຢູ່ໜ້າທາງນີ້ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ຜູ້ຂັບຂີ່ຕ້ອງປ່ຽນເຂົ້າຊ່ອງຈະລາຈອນກໍ້າຂວາ ຍ້ອນວ່າທາງໜ້າຈະເປັນທາງຕັນ ຂ. ຜູ້ຂັບຂີ່ຕ້ອງປ່ຽນເຂົ້າຊ່ອງຈະລາຈອນກໍ້າຂວາ ຍ້ອນວ່າທາງດ້ານໜ້າມີສິ່ງກີດຂວາງ ຄ. ຜູ້ຂັບຂີ່ຕ້ອງປ່ຽນເຂົ້າຊ່ອງຈະລາຈອນກໍ້າຂວາ ຍ້ອນວ່າທາງດ້ານໜ້າຈະແຄບລົງ ຫຼື ຈະມີຊ່ອງຈະລາຈອນດຽວ None 11. ເມື່ອເຫັນປ້າຍ ແລະ ເຄື່ອງໝາຍນີ້ຢູ່ໜ້າທາງ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ໃຫ້ລະວັງລົດຖີບ ໂດຍໃຫ້ບີບແກ ເພື່ອເຕືອນໃຫ້ຜູ້ຂີ່ລົດຖີບຮູ້ວ່າມີລົດໃຫຍ່ແລ່ນມາ ຂ. ໃຫ້ລະວັງລົດຖີບ ຍ້ອນວ່າມີເຄື່ອງໝາຍຢູ່ໜ້າທາງເປັນທາງລົດຖີບຕັດຜ່ານທາງໃຫຍ່ ຄ. ຖືກທັງສອງຂໍ້ None 12. ເມື່ອເຫັນເຄື່ອງໝາຍສີຂາວກ່ານດໍານີ້ ຜູ້ຂັບຂີ່ມີຄວາມເຂົ້າໃຈຄືແນວໃດ? ກ. ເຄື່ອງໝາຍເຕືອນອັນຕະລາຍ ບອກເຖິງຈຸດຕໍ່າສຸດຂອງສິ່ງກໍ່ສ້າງຢູ່ເທິງທາງ ຂ. ເຄື່ອງໝາຍເຕືອນອັນຕະລາຍ ບອກເຖິງຈຸດສູງສຸດຂອງສິ່ງກໍ່ສ້າງຢູ່ເທິງທາງ ຄ. ເຄື່ອງໝາຍເຕືອນອັນຕະລາຍ ບອກເຖິງສິ່ງກໍ່ສ້າງຢູ່ເທິງທາງ None 13. ຜູ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ຫຼື ສິນຄ້າ ທີ່ປະຕິບັດໜ້າທີ່ຢ່າງເຂັ້ມງວດ ຕ້ອງປະຕິບັດຫຍັງແດ່ ? ກ. ຜູ້ຂັບຂີ່ຕ້ອງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເປັນມືອາຊີບ, ພ້ອມກັນນັ້ນ ຍັງຕ້ອງອໍານວຍຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການມີ ຄວາມສະດວກສະບາຍ, ເພີ່ງພໍໃຈ, ປອດໄພ, ວ່ອງໄວ ແລະ ໄປເຖິງຈຸດໝາຍປາຍທາງຕາມກໍານົດເວລາ ຂ. ຜູ້ຂັບຂີ່ຕ້ອງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເປັນມືອາຊີບ, ບໍ່ກ້າວກ່າຍສິດ ແລະ ໜ້າທີ່ຂອງຜູ້ອື່ນ ທີ່ຈະພາໃຫ້ເກີດຜົນເສຍຫາຍຕາມມາ, ພ້ອມກັນນັ້ນ ຍັງຕ້ອງອໍານວຍຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການມີ ຄວາມສະດວກສະບາຍ, ເພີ່ງພໍໃຈ, ປອດໄພ, ວ່ອງໄວ ແລະ ໄປເຖິງຈຸດໝາຍປາຍທາງຕາມກໍານົດເວລາ ຄ. ຖືກທັງສອງຂໍ້ None 14. ລົດແກ່ກັນດ້ວຍເຊືອກ ຫຼື ໂສ້ ຕ້ອງມີຄວາມຍາວເທົ່າໃດ? ກ. ລະຫວ່າງ 2-3 ແມັດ ຂ. ລະຫວ່າງ 4-6 ແມັດ ຄ. ລະຫວ່າງ 7-8 ແມັດ None 15. ການກວດກາລະບົບບັງຄັບລ້ຽວ ຕ້ອງກວດກາຫຍັງແດ່? ກ. ລູກໝາກຄັນສົ່ງ, ສັງເກດໄລຍະຫວ່າງ ຂອງພວງມະໄລ ແລະ ຮອບລ້ຽວມີຈໍານວນຜິດປົກກະຕິ ຫຼື ບໍ ຂ. ລະດັບນໍ້າມັນພວງມະໄລພາວເວີ, ອັດກະແລັດໃສ່ ລູກໝາກຄັນສົ່ງ ແລະ ກວດຫົວເພົາປົກກະຕິ ຫຼື ບໍ ຄ. ກວດ ລະດັບນໍ້າມັນພວງມະໄລພາວເວີ, ໄລຍະຫວ່າງ ຂອງພວງມະໄລ, ລະບົບລູກໝາກຄັນສົ່ງ ແລະ ອື່ນໆ None 16. ຜູ້ຂັບຂີ່ຜ່ານທາງແຍກທີ່ບໍ່ມີການຄວບຄຸມ ໃນກໍລະນີຂັບຂີ່ໄປຊື່ ຕ້ອງປະຕິບັດແນວໃດ? ກ. ໃຫ້ເປີດໄຟສັນຍານເຕືອນອັນຕະລາຍ ຂ. ໃຫ້ເປີດໄຟຕາຕໍ່າ ຫຼື ໄຟຕາສູງ ຄ. ບໍ່ໃຫ້ເປີດສັນຍານຫຍັງທັງໝົດ None 17. ຮູບໃດສະແດງໃຫ້ເຫັນວ່າການຊີງຂຶ້ນໜ້າລະເມີດກົດຈະລາຈອນທາງບົກ? ກ. ຮູບທີ 1 ຂ. ຮູບທີ 2 ຄ. ຮູບທີ 3 None 18. ປ້າຍສັນຍານຈະລາຈອນ ແລະ ເຄື່ອງໝາຍນໍາທາງ ນີ້ມີຄວາມໝາຍຄືແນວໃດ ? ກ. ປ້າຍສັນຍານຈະລາຈອນມີຄວາມໝາຍວ່າ ອະນຸຍາດໃຫ້ໃຊ້ຄວາມໄວເກີນ 50 ກິໂລແມັດຕໍ່ຊົ່ວໂມງ; ຄື່ອງໝາຍນໍາທາງບອກໃຫ້ຮູ້ແລວທາງໂຄ້ງໄປທາງກໍ້າຊ້າຍ ຂ. ປ້າຍສັນຍານຈະລາຈອນມີຄວາມໝາຍວ່າ ຫ້າມໃຊ້ຄວາມໄວເກີນ 50 ກິໂລແມັດຕໍ່ຊົ່ວໂມງ; ເຄື່ອງໝາຍນໍາທາງບອກໃຫ້ຮູ້ແລວທາງໂຄ້ງໄປທາງກໍ້າຂວາ ຄ. ຖືກທັງສອງຂໍ້ None 19. ໃນກໍລະນີໄຟສັນຍານຈະລາຈອນບໍ່ເຮັດວຽກ, ລົດຄັນໃດມີສິດໄປກ່ອນ? ກ. ລົດບັນທຸກໄປຊື່ ຂ. ລົດເກງມີສິດໄປກ່ອນ None 20. ຜູ້ຂັບຂີ່ລົດຂົນສົ່ງສິນຄ້າຕ້ອງຮຽນຮູ້ກົດໝາຍໃດແດ່ ? ກ. ກົດໝາຍ ວ່າດ້ວຍ ການຂົນສົ່ງທາງບົກ, ການຈະລາຈອນທາງບົກ, ທາງລົດໄຟ, ຂົນສົ່ງຫຼາຍຮູບແບບ ຂ. ກົດໝາຍ ວ່າດ້ວຍ ການຂົນສົ່ງທາງບົກ, ການຈະລາຈອນທາງບົກ, ທາງຫຼວງ, ທາງນໍ້າ ຄ. ກົດໝາຍ ວ່າດ້ວຍ ການຂົນສົ່ງທາງບົກ, ການຈະລາຈອນທາງບົກ, ຂົນສົ່ງຫຼາຍຮູບແບບ None 21. ການຊີງຂຶ້ນໜ້າໝາຍເຖິງຫຍັງ? ກ. ການຊີງຂຶ້ນໜ້າ ໝາຍເຖິງ ການຂັບຜ່ານລົດຄັນອື່ນທີ່ແລ່ນໄປໃນທິດທາງດຽວກັນ ໂດຍການຂັບອອກຈາກຊ່ອງຈະລາຈອນຂອງຕົນໄປໃຊ້ຊ່ອງຈະລາຈອນອື່ນ ໃນທິດທາງດຽວກັນ ແລະ ເມື່ອໄປຫວິດແລ້ວບໍ່ກັບຄືນສູ່ຊ່ອງຈະລາຈອນເດີມຂອງຕົນ ຂ. ການຊີງຂຶ້ນໜ້າ ໝາຍເຖິງ ການຂັບຜ່ານລົດຄັນອື່ນທີ່ແລ່ນໄປໃນທິດທາງດຽວກັນ ໂດຍການຂັບອອກຈາກຊ່ອງຈະລາຈອນຂອງຕົນໄປໃຊ້ຊ່ອງຈະລາຈອນອື່ນໃນທິດກົງກັນຂ້າມ ແລະ ເມື່ອໄປຫວິດແລ້ວຈຶ່ງຂັບກັບຄືນສູ່ຊ່ອງຈະລາຈອນເດີມຂອງຕົນ ຄ. ຖືກທັງສອງຂໍ້ None 22. ເປັນຫຍັງໃນເວລາຂັບຂີ່ລົດຜູ້ຂັບຂີ່ຕ້ອງເບິ່ງແບບໃຊ້ສາຍຕາກວາດໄປ ກວາດມາ ໃຫ້ທົ່ວທຸກຈຸດ? ກ. ເພື່ອໃຫ້ເຫັນສະພາບກ່ອນ ທັງເປັນການຝຶກໃຫ້ເປັນນິດໄສໄປໃນຕົວ, ຄວນເບິ່ງເສັ້ນແບ່ງທິດທາງສັນຈອນເປັນຫຼັກ ຈະເຮັດໃຫ້ບໍ່ເກີດຄວາມອິດເມື່ອຍໄວ ຂ. ເພື່ອໃຫ້ຮູ້ ແລະ ເຫັນສະພາບກ່ອນ ທັງເປັນການບໍລິຫານສາຍຕາໄປໃນຕົວ, ບໍ່ຄວນເບິ່ງຈ້ອງຢູ່ຈຸດໃດຈຸດໜຶ່ງດົນເກີນໄປ ຍ້ອນວ່າຈະເຮັດໃຫ້ເກີດຄວາມອິດເມື່ອຍສາຍຕາໄວ ຄ. ເພື່ອໃຫ້ເຫັນສະພາບກ່ອນ ທັງເປັນການບໍລິຫານສາຍຕາໄປໃນຕົວ, ຄວນຈ້ອງເບິ່ງແຄມທາງກໍ້າຂວາເວລາຂັບລົດໄປ ຈະເຮັດໃຫ້ບໍ່ເກີດຄວາມອິດເມື່ອຍໄວ None 23. ເມືື່ອໄຟສັນຍານຈະລາຈອນຕິດຂັດ ຜູ້ຂັບຂີ່ຕ້ອງປະຕິບັດຕາມອັນໃດ? ກ. ເມື່ອໄຟສັນຍານຈະລາຈອນຕິດຂັດ ຜູ້ຂັບຂີ່ຕ້ອງຢຸດຕາມປ້າຍບອກສິດ ເມື່ອເຫັນວ່າປອດໄພແລ້ວຈຶ່ງສາມາດໄປໄດ້ ຂ. ເມື່ອໄຟສັນຍານຈະລາຈອນຕິດຂັດ ຜູ້ຂັບຂີ່ຂັບຜ່ານໄປເລີຍ ຄ. ເມື່ອໄຟສັນຍານຈະລາຈອນຕິດຂັດ ຜູ້ຂັບຂີ່ບໍ່ປ່ອຍທາງໃຫ້ລົດກໍ້າຊ້າຍໄປກ່ອນ None 24. ການກວດກາ ແລະ ບົວລະບັດຮັກສາປະຈໍາວັນຂອງລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ມີຫຍັງແດ່? ກ. ກວດກາ ລະດັບນໍ້າມັນຫ້າມລໍ້, ນໍ້າມັນຄາດ, ນໍ້າມັນເຄື່ອງຈັກ, ລະດັບນ້ຳໃນໝໍ້ນ້ຳ, ສາຍພານເຄື່ອງຈັກ ຂ. ກວດກາ ລະດັບນໍ້າມັນຫ້າມລໍ້, ນໍ້າມັນຄາດ, ນໍ້າມັນເຄື່ອງຈັກ, ລະດັບນ້ຳໃນໝໍ້ນ້ຳ, ສາຍພານເຄື່ອງຈັກ, ລົມຢາງຕີນລົດ, ລະບົບໄຟ ແລະ ອື່ນໆ ຄ. ກວດກາ ລະດັບນໍ້າມັນຫ້າມລໍ້, ນໍ້າມັນຄາດ, ນໍ້າມັນເຄື່ອງຈັກ, ລະດັບນ້ຳໃນໝໍ້ນ້ຳ, ສາຍພານເຄື່ອງຈັກ, ລົມຢາງຕີນລົດ None 25. ການປ້ອງກັນ ຫຼື ການແກ້ໄຂ ບັນຫາອຸບປະຕິເຫດຕາມທາງຫຼວງ ແມ່ນໜ້າທີ່ຂອງໃຜ? ກ. ທຸກຄົນໃນສັງຄົມມີໜ້າທີ່ ໃນການປ້ອງກັນ ແລະ ແກ້ໄຂບັນຫາອຸບປະຕິເຫດ ໂດຍເລີ່ມຈາກ ບຸກຄົນ, ຄອບຄົວ, ການຈັດຕັ້ງທາງພາກລັດ ແລະ ເອກະຊົນ ຢ່າງຕັ້ງໜ້າ ຂ. ທຸກຄົນໃນສັງຄົມມີໜ້າທີ່ ໃນການປ້ອງກັນ ແລະ ແກ້ໄຂບັນຫາອຸບປະຕິເຫດ ໂດຍເລີ່ມຈາກ ບຸກຄົນ, ຄອບຄົວ, ສະມາຄົມ ແລະ ສັງຄົມ ຢ່າງຕັ້ງໜ້າ ຄ. ເຈົ້າໜ້າທີ່ຕໍາຫຼວດ, ເຈົ້າໜ້າທີ່ໂຍທາທິການ ແລະ ຂົນສົ່ງ, ຕ້ອງຮ່ວມກັນປ້ອງກັນ ແລະ ແກ້ໄຂບັນຫາອຸບປະຕິເຫດຕາມທາງຫຼວງ ຢ່າງເປັນປະຈໍາ None 26. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍແນວໃດ ? ກ. ປ້າຍສັນຍານຈະລາຈອນເທິງນີ້ມີຄວາມໝາຍວ່າ ທາງແຄບເຂົ້າຂົວ ເຕືອນລະວັງທາງໜ້າຊ່ອງຈະລາຈອນຈະແຄບລົງ, ປ້າຍສັນຍານຈະລາຈອນລຸ່ມນີ້ມີຄວາມໝາຍວ່າ ຈໍາກັດນໍ້າໜັກລວມສູງສຸດບໍ່ໃຫ້ເກີນ 25 ໂຕນ ຂ. ປ້າຍສັນຍານຈະລາຈອນເທິງນີ້ມີຄວາມໝາຍວ່າ ທາງແຄບເຂົ້າຂົວ ເຕືອນລະວັງທາງໜ້າຊ່ອງຈະລາຈອນຈະແຄບລົງ, ປ້າຍສັນຍານຈະລາຈອນລຸ່ມນີ້ມີຄວາມໝາຍວ່າ ຈໍາກັດນໍ້າໜັກບັນທຸກສູງສຸດເກີນ 25 ໂຕນ ຄ. ປ້າຍສັນຍານຈະລາຈອນເທິງນີ້ມີຄວາມໝາຍວ່າ ເຕືອນລະວັງທາງໜ້າ ຊ່ອງຈະລາຈອນມີການສັນຈອນສອງທິດທາງ, ປ້າຍສັນຍານຈະລາຈອນລຸ່ມນີ້ມີຄວາມໝາຍວ່າ ລົດບັນທຸກທີ່ມີນໍ້າໜັກລວມ ເກີນ 25 ໂຕນ None 27. ສາເຫດທີ່ພາໃຫ້ເກີດອຸບປະຕິເຫດ ຍ້ອນຜູ້ນໍາໃຊ້ທາງຫຼວງ ມີຫຍັງແດ່? ກ. ຄົນສ້ອມແປງທາງ, ຄົນຍ່າງຂ້າມທາງ, ສັດລ້ຽງ, ຜູ້ຄວບຄຸມສັດ ຂ. ຄົນຂີ່ລົດຖີບ, ຄົນສ້ອມແປງທາງ, ຄົນຍ່າງ, ສັດລ້ຽງ ແລະ ຜູ້ຄວບຄຸມສັດ ຄ. ຜູ້ຂັບຂີ່, ຄົນສ້ອມແປງທາງ, ຄົນຍ່າງ, ສັດລ້ຽງ, ຜູ້ຄວບຄຸມສັດ ແລະ ອື່ນໆ None 28. ປ້າຍສັນຍານຈະລາຈອນ ນີ້ມີຄວາມໝາຍຄືແນວໃດ ? ກ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ໃຫ້ຢຸດລົດຢູ່ຫຼັງເສັ້ນຢຸດ ຂ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ໃຫ້ຢຸດລົດຢູ່ໜ້າເສັ້ນຢຸດ ຄ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ໃຫ້ຢຸດຄາບເສັ້ນຢຸດ None 29. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍແນວໃດ ? ກ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ທາງໜ້າເປັນທາງໂຄ້ງອັນຕະລາຍໄປທາງກໍ້າຊ້າຍ ຂ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ທາງໜ້າເປັນທາງໂຄ້ງອັນຕະລາຍ ຜູ້ຂັບຂີ່ຕ້ອງລະວັງ ຄ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ທາງໜ້າເປັນທາງທົບຊ້າຍອັນຕະລາຍ ຂັບຂີ່ຕ້ອງລະວັງ None 30. ການກວດກາໝໍ້ໄຟ ຕ້ອງເຮັດຫຍັງແດ່? ກ. ກວດຫົວຂວັ້ນໝໍ້ໄຟ ຖ້າມີຝຸ່ນຂາວໂອບ ໃຫ້ໃຊ້ນໍ້າອຸ່ນລ້າງອອກ, ເຊັດໃຫ້ແຫ້ງ, ທາດ້ວຍນໍ້າມັນກະແລັດ; ຖ້າເປັນໝໍ້ໄຟມີນໍ້າກົດ, ຕ້ອງກວດເບິ່ງລະດັບນໍ້າກົດໃນແຕ່ລະຫ້ອງ ເມື່ອເຫັນວ່າມີຫ້ອງທີ່ມີນໍ້າກົດຫຼຸດຂີດຕ້ອງໃຫ້ເຕີມນໍ້າກັ່ນໃສ່ໃຫ້ຢູ່ໃນລະຫວ່າງຂີດ ຕໍ່າ ຫາ ສູງ ຂ. ກວດຫົວຂວັ້ນໝໍ້ໄຟ ຖ້າມີຝຸ່ນຂາວໂອບ ໃຫ້ໃຊ້ນໍ້າອຸ່ນລ້າງອອກ, ເຊັດໃຫ້ແຫ້ງ, ທາສີກັນນໍ້າໃສ່; ຖ້າເປັນໝໍ້ໄຟມີນໍ້າກົດ, ຕ້ອງກວດລະດັບນໍ້າ ເມື່ອເຫັນວ່າຫ້ອງໃດຫຼຸດຂີດຕໍ່າໃຫ້ຕື່ມນໍ້າກັນໃສ່ຫ້ອງນັ້ນ ຄ. ກວດຫົວຂວັ້ນໝໍ້ໄຟ ຖ້າມີຝຸ່ນຂາວໂອບ ໃຫ້ໃຊ້ນໍ້າອຸ່ນລ້າງອອກ, ເຊັດໃຫ້ແຫ້ງ, ທາສີກັນນໍ້າໃສ່; ຖ້າເປັນໝໍ້ໄຟມີນໍ້າກົດ, ຕ້ອງກວດລະດັບນໍ້າ ເມື່ອເຫັນວ່າຫ້ອງໃດຫຼຸດຂີດຕໍ່າໃຫ້ຕື່ມນໍ້າກົດໃສ່ຫ້ອງນັ້ນ None 1 out of 30 Prev Post Quiz ປະເພດລົດເບົາ B Next Post Quiz ປະເພດລົດບັນທຸກສິນຄ້າຂະໜາດກາງ C1