Quiz ປະເພດລົດເບົາ B Quiz ປະເພດລົດເບົາ B ມີທັງໝົດ 25 ຄຳຖາມ ເວລາໃນການເຮັດ 25 ນາທີ ຊື່-ນາມສະກຸນ ເບີໂທລະສັບ ອີເມວ(ຖ້າມີ) 1. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍແນວໃດ ? ກ. ຫ້າມຈອດລົດທຸກປະເພດໃນວັນຄູ່ຕາມປະຕິທິນ (ວັນທີ 2, 4, 6,...) ແຕ່ບ່ອນຕັ້ງປ້າຍໄປຈົນເຖິງທາງແຍກຂ້າງໜ້າ ຂ. ຫ້າມຈອດລົດທຸກປະເພດໃນວັນຄີກຕາມປະຕິທິນ (ວັນທີ 1, 3, 5,...) ແຕ່ບ່ອນຕັ້ງປ້າຍໄປຈົນເຖິງທາງແຍກຂ້າງໜ້າ ຄ. ຫ້າມຈອດລົດທຸກປະເພດໃນວັນຄີກຕາມປະຕິທິນ (ວັນ ຈັນ, ພຸດ, ສຸກ, ອາທິດ) ແຕ່ບ່ອນຕັ້ງປ້າຍໄປຈົນເຖິງທາງແຍກຂ້າງໜ້າ None 2. ປ້າຍຫ້າມ ແລະ ປ້າຍເພີ່ມນີ້ ມີຄວາມໝາຍຄືແນວໃດ? ກ. ໃຊ້ຄວາມໄວເກີນ 40 ກິໂລແມັດຕໍ່ຊົ່ວໂມງ ໃນເວລາໜ້າທາງປຽກ ຂ. ຫ້າມໃຊ້ຄວາມໄວເກີນ 40 ກິໂລແມັດຕໍ່ຊົ່ວໂມງ ໃນເວລາໜ້າທາງປຽກ ຄ. ຫ້າມໃຊ້ຄວາມໄວເກີນ 40 ກິໂລແມັດຕໍ່ຊົ່ວໂມງ ໃນເວລາຟ້າມືດມົວ None 3. ເປັນຫຍັງຈຶ່ງກວດສາຍຕາ ຂອງຜູ້ຈະເຂົ້າຝຶກອົບຮົມ ແລະ ສອບເສັງເອົາໃບອະນຸຍາດຂັບຂີ່ລົດ? ກ. ຍ້ອນວ່າສາຍຕາມີຄວາມສໍາຄັນຫຼາຍຕໍ່ຜູ້ຂັບຂີ່, ຕ້ອງເປັນຜູ້ທີ່ມີສາຍຕາດີ, ສາມາດແນມເຫັນໄດ້ ຂ. ຍ້ອນວ່າສາຍຕາມີຄວາມສໍາຄັນຫຼາຍຕໍ່ຜູ້ຂັບຂີ່, ຕ້ອງເປັນຜູ້ທີ່ມີສາຍຕາດີ, ບໍ່ບອດສີ, ສາມາດແນມເຫັນໄດ້ທັງ ກວ້າງ ແລະ ແຄບ, ສັ້ນ ແລະ ຍາວ ຄ. ຖືກທັງສອງຂໍ້ None 4. ໃນເວລາຈະຂັບຂີ່ເຂົ້າສູ່ວົງວຽນ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ຜູ້ຂັບຂີ່ຕ້ອງຢຸດລົດໃນເວລາຈະເຂົ້າສູ່ວົງວຽນ ແລະ ປ່ອຍທາງໃຫ້ລົດທີ່ແລ່ນຢູ່ໃນວົງວຽນກໍ້າຊ້າຍຂອງຕົນໄປກ່ອນ ຂ. ຜູ້ຂັບຂີ່ຕ້ອງຜ່ອນຄວາມໄວ ຫຼື ຢຸດລົດໃນເວລາຈະເຂົ້າສູ່ວົງວຽນ ແລະ ປ່ອຍທາງໃຫ້ລົດທີ່ແລ່ນຢູ່ໃນວົງວຽນກໍ້າຊ້າຍຂອງຕົນໄປກ່ອນ ຄ. ຖືກທັງສອງຂໍ້ None 5. ຜູ້ຂັບຂີ່ລົດຄັນໃດມີສິດໄປກ່ອນ? ກ. ລົດເກັງມີສິດໄປກ່ອນ ຂ. ລົດຈິບ(ສີແດງ)ມີສິດໄປກ່ອນ None 6. ຜູ້ຂັບຂີ່ລົດຄັນໃດມີສິດໄປກ່ອນ? ກ. ລົດເກັງສີຟ້າມີສິດໄປກ່ອນ ຂ. ລົດເກັງສີຂຽວມີສິດໄປກ່ອນ None 7. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍແນວໃດ ? ກ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ທາງແຍກຂ້າງໜ້າມີໄຟສັນຍານຄົນຍ່າງຂ້າມທາງ ຂ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ທາງແຍກຂ້າງໜ້າມີໄຟສັນຍານຈະລາຈອນ ຄ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ທາງແຍກຂ້າງໜ້າມີໄຟສັນຍານເຕືອນອັນຕະລາຍ None 8. ການສັງເກດການເຮັດວຽກຂອງລົດທີ່ຜິດປົກກະຕິ ຜູ້ຂັບຂີ່ຕ້ອງເຮັດແນວໃດ? ກ. ສັງເກດ ໃນເວລາ ຢຽບ-ປ່ອຍ ຂາຄາດ, ຢຽບ-ປ່ອຍ ຄັນເລັ່ງ ເພື່ອສັງເກດການເຮັດວຽກຂອງເຄື່ອງຈັກລົດ ໃນເວລາ ອອກລົດ, ກໍາລັງແລ່ນ, ຫ້າມລໍ້ ແລະ ລ້ຽວ ລົດ ຂ. ສັງເກດ ໃນເວລາ ຢຽບ-ປ່ອຍ ຂາຄາດ, ຢຽບ-ປ່ອຍ ຄັນເລັ່ງ ເພື່ອສັງເກດການເຮັດວຽກຂອງກະປຸກເກຍ, ເວລາອອກລົດ, ຕອນກໍາລັງແລ່ນລົດ, ການຫ້າມລໍ້ ແລະ ລ້ຽວລົດ ຄ. ສັງເກດ ໃນເວລາ ຢຽບ-ປ່ອຍ ຂາຄາດ, ຢຽບ-ປ່ອຍ ຄັນເລັ່ງ ເພື່ອສັງເກດການເຮັດວຽກຂອງເພົາກາງ, ເວລາອອກລົດ, ຕອນກໍາລັງແລ່ນລົດ, ການຫ້າມລໍ້ ແລະການລ້ຽວລົດ None 9. ການຈອດລົດເພື່ອພັກຜ່ອນໄລຍະຍາວ ຫຼື ນອນຄ້າງຄືນຕ້ອງເຮັດແນວໃດ? ກ. ຈອດແຄມທາງກໍ້າຂວາ, ເປີດໄຟຕາລີ່ ແລະ ໃສ່ເຄື່ອງໝາຍເຕືອນອັນຕະລາຍໄວ້ໃນຕົວເມືອງ, ຖ້າຢູ່ທາງນອກຕົວເມືອງໃຫ້ຈອດຢູ່ສະຖານທີ່ກໍານົດໄວ້ ຫຼື ຈອດນອກທາງ ຂ. ຈອດແຄມທາງກໍ້າຊ້າຍ ຫຼື ກໍ້າຂວາ, ເປີດໄຟຕາລີ່ ແລະ ໃສ່ເຄື່ອງໝາຍເຕືອນອັນຕະລາຍໄວ້ໃນຕົວເມືອງ, ຖ້າຢູ່ທາງນອກຕົວເມືອງໃຫ້ຈອດຢູ່ບ່ອນຈອດລົດຂົນສົ່ງຜູ້ໂດຍສານປະຈໍາທາງ ຄ. ຈອດແຄມທາງກໍ້າຂວາ, ເປີດໄຟຕາລີ່ ແລະ ໃສ່ເຄື່ອງໝາຍເຕືອນອັນຕະລາຍໄວ້, ຖ້າຢູ່ຕາມທາງນອກຕົວເມືອງໃຫ້ຈອດຢູ່ບ່ອນຈອດລົດຂົນສົ່ງຜູ້ໂດຍສານປະຈໍາທາງ ຫຼື ບ່ອນລ້ຽວກັບ None 10. ການສັນຈອນຕາມທາງຫຼວງທີ່ມີສອງຊ່ອງຈະລາຈອນ ໃນທິດທາງດຽວກັນ ຕ້ອງປະຕິບັດແນວໃດ? ກ. ຜູ້ຂັບຂີ່ຕ້ອງແລ່ນແນບທາງກໍ້າຊ້າຍ ເພື່ອໃຫ້ລົດຄັນທີ່ແລ່ນນໍາຫຼັງຊີງຂຶ້ນໜ້າໄດ້ ຂ. ຜູ້ຂັບຂີ່ຕ້ອງແລ່ນແນບທາງກໍ້າຂວາສະເໝີ ເພື່ອບໍ່ໃຫ້ກີດຂວາງຜູ້ຂັບຂີ່ລົດຄັນອື່ນແລ່ນນໍາຫຼັງທີ່ຕ້ອງການຊີງຂຶ້ນໜ້າ ຄ. ຜູ້ຂັບຂີ່ຕ້ອງແລ່ນແນບທາງກໍ້າຂວາສະເໝີ ຖ້າຊ່ອງຈະລາຈອນກໍ້າຂວາຍັງຫວ່າງຢູ່ ເພື່ອສະດວກໃນເວລາຈະເຂົ້າຢຸດ ຫຼື ຈອດລົດ None 11. ສະວິດ ໄຟຂໍທາງຕິດຕັ້ງໄວ້ຢູ່ບ່ອນໃດ ແລະ ນໍາໃຊ້ແນວໃດ? ກ. ຕິດຕັ້ງໄວ້ກັບ ຄັນປິດ-ເປີດ ປັດນໍ້າຝົນ, ດຶງຄັນສະວິດໄຟສັນຍານລ້ຽວມາຫາຜູ້ຂັບຂີ່ ໄຟຕາສູງຈະຮຸ່ງ ເວລາວາງມື ໄຟຕາສູງກໍຈະມອດທັນທີ ເອີ້ນວ່າ ກົດໄຟຂໍທາງ ຂ. ຕິດຕັ້ງໄວ້ກັບ ຄັນປິດ-ເປີດໄຟສັນຍານລ້ຽວ, ຍູ້ຄັນສະວິດໄຟສັນຍານລ້ຽວໄປທາງໜ້າຜູ້ຂັບຂີ່ ໄຟຕາສູງຈະຮຸ່ງ ເວລາວາງມື ໄຟຕາສູງກໍຈະມອດທັນທີ ເອີ້ນວ່າ ກົດໄຟຂໍທາງ ຄ. ຕິດຕັ້ງໄວ້ກັບ ຄັນປິດ-ເປີດໄຟສັນຍານລ້ຽວ, ດຶງຄັນສະວິດໄຟສັນຍານລ້ຽວມາຫາຜູ້ຂັບຂີ່ ໄຟຕາສູງຈະຮຸ່ງ ເວລາວາງມື ໄຟຕາສູງກໍຈະມອດທັນທີ ເອີ້ນວ່າ ກົດໄຟຂໍທາງ None 12. ລົດສອງຄັນນີ້ ຄັນໃດຕ້ອງໄດ້ປ່ອຍທາງ? ກ. ລົດເກງແກ່ຫາງລາກຕ້ອງໄດ້ປ່ອຍທາງ ຂ. ລົດບັນທຸກແກ່ຫາງລາກຕ້ອງໄດ້ປ່ອຍທາງ None 13. ໃນກໍລະນີທີ່ພົບເຫັນຜູ້ບາດເຈັບທີ່ ຫົວ, ຄໍ ແລະ ກະດູກສັນຫຼັງ ທີ່ຍັງຮູ້ສຶກໂຕ ຈາກອຸບປະຕິເຫດຕາມທາງຫຼວງ ຕ້ອງປະຕິບັດແນວໃດ? ກ. ຫ້າມເຄື່ອນຍ້າຍຜູ້ບາດເຈັບ, ໃຫ້ຄົນເຈັບນອນນີ້ງ, ກວດເບິ່ງ ກໍາມະຈອນ, ການຫາຍໃຈ ແລະ ຄວາມຮູ້ສຶກ, ໂທລະສັບຂໍຄວາມຊ່ວຍເຫຼືອຈາກສູນບັນຊາການ-ຄວບຄຸມ ແລະ ແຈ້ງເຫດດ້ານເເພດສຸກເສີນ (1195) ຫຼື ໜ່ວຍກູ້ໄພຊ່ວຍເຫຼືອສຸກເສີນ (1623,1624, 1625,...) ຂ. ເຄື່ອນຍ້າຍຜູ້ບາດເຈັບໄປບ່ອນທີ່ປອດໄພ, ກວດເບິ່ງ ການຫາຍໃຈ ແລະ ຄວາມຮູ້ສຶກ ແລ້ວໂທລະສັບຂໍຄວາມຊ່ວຍເຫຼືອຈາກສູນບັນຊາການ-ຄວບຄຸມ ແລະ ແຈ້ງເຫດດ້ານເເພດສຸກເສີນ (1195) ຫຼື ໜ່ວຍກູ້ໄພຊ່ວຍເຫຼືອສຸກເສີນ (1623,1624, 1625,...) ຄ. ຫ້າມເຄື່ອນຍ້າຍຜູ້ບາດເຈັບ, ກວດເບິ່ງ ການຕອບສະໜອງ ແລະ ການເຈັບປວດ ແລ້ວໂທລະສັບຂໍຄວາມຊ່ວຍເຫຼືອຈາກສູນບັນຊາການ-ຄວບຄຸມ ແລະ ແຈ້ງເຫດດ້ານເເພດສຸກເສີນ (1195) ຫຼື ໜ່ວຍກູ້ໄພຊ່ວຍເຫຼືອສຸກເສີນ (1623,1624, 1625,...) None 14. ເມື່ອໄດ້ຍິນສຽງສັນຍານຫວໍ ແລະ ເຫັນໄຟສັນຍານເທິງຫຼັງຄາລົດແລ່ນໃກ້ເຂົ້າມາ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ໃຊ້ຄວາມໄວປົກກະຕິ, ບໍ່ເປີດໄຟສັນຍານ ແລະ ບໍ່ປ່ຽນຊ່ອງຈະລາຈອນ ຂ. ຢຸດລົດທັນທີຢູ່ຊ່ອງຈະລາຈອນຂອງຕົນ ເພື່ອປ່ອຍໃຫ້ລົດທີ່ມີສັນຍານຫວໍໄປກ່ອນ ຄ. ຜ່ອນຄວາມໄວລົງ, ເປີດໄຟສັນຍານກໍ້າຂວາ, ແນບເຂົ້າແຄມທາງກໍ້າຂວາ ແລະ ຢຸດລົດ None 15. ປ້າຍສັນຍານຈະລາຈອນ ນີ້ມີຄວາມໝາຍຄືແນວໃດ ? ກ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ໃຫ້ຢຸດລົດຢູ່ຫຼັງເສັ້ນຢຸດ ຂ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ໃຫ້ຢຸດລົດຢູ່ໜ້າເສັ້ນຢຸດ ຄ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ໃຫ້ຢຸດຄາບເສັ້ນຢຸດ None 16. ໃນເວລາຂັບລົດ ຖ້າເກີດອາການເຫງົານອນຂຶ້ນຜູ້ຂັບຂີ່ ຕ້ອງເຮັດແນວໃດ? ກ. ຕ້ອງຫາບ່ອນຈອດລົດທີ່ປອດໄພ ເພື່ອຊອກຫາວິທີ່ແກ້ໄຂເພື່ອໃຫ້ຮ່າງກາຍສົດຊື່ນ ຫຼື ນອນພັກຜ່ອນປະມານ 10-20 ນາທີ ຂ. ຕ້ອງຫາບ່ອນຈອດລົດທີ່ປອດໄພ ເພື່ອຊອກຫາສົ້ມມາກິນ ຫຼື ນອນພັກຜ່ອນປະມານ 20-30 ນາທີ ຄ. ຕ້ອງຫາບ່ອນຈອດລົດທີ່ປອດໄພ ເພື່ອດື່ມກາເຟຮ້ອນ ຫຼື ນອນພັກຜ່ອນປະມານ 30-60 ນາທີ None 17. ເມື່ອເຫັນປ້າຍນີ້ ຜູ້ຂັບຂີ່ລົດບັນທຸກ ສາມາດຊີງຂຶ້ນໜ້າໄດ້ບໍ? ກ. ຫ້າມລົດບັນທຸກ ຊີງຂຶ້ນໜ້າ ປະເພດລົດເບົາ ທີ່ແລ່ນໃນທິດທາງດຽວກັນ ຊີງໄດ້ແຕ່ລົດບັນທຸກ ທີ່ມີນໍ້າ ໜັກລວມເກີນ 3,500 ກິໂລກຣາມ ຂ. ຫ້າມລົດບັນທຸກ ຊີງຂຶ້ນໜ້າ ຍົກເວັ້ນ ລົດຈັກສອງລໍ້, ກວຽນ, ລໍ້ ທີ່ລາກແກ່ດ້ວຍສັດ ແລະ ລົດທີ່ມີຄວາມໄວຕໍ່າ ຄ. ຖືກທັງສອງຂໍ້ None 18. ປ້າຍບໍລິການ ມີຄວາມໝາຍຄືແນວໃດ? ກ. ນັບແຕ່ປ້າຍນີ້ໄປໃນໄລຍະທາງ 5 ກິໂລແມັດ ມີຮ້ານອາຫານ ຂ. ນັບແຕ່ປ້າຍນີ້ໄປອີກ 5 ກິໂລແມັດ ມີຮ້ານຂາຍເຄື່ອງຄົວເຮືອນ ຄ. ນັບແຕ່ປ້າຍນີ້ໄປອີກ 5 ກິໂລແມັດ ມີຮ້ານອາຫານ None 19. ເມື່ອເຫັນເຄື່ອງໝາຍເສັ້ນສີຂາວ ແລະ ປ້າຍນີ້ຢູ່ທາງໜ້າ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ຕ້ອງຢຸດລົດຢູ່ຕໍ່ໜ້າເສັ້ນຢຸດ ໂດຍໃຫ້ຕີນລົດຢຽບເສັ້ນຢຸດກໍໄດ້ ຂ. ຕ້ອງຢຸດລົດຢູ່ຕໍ່ໜ້າເສັ້ນຢຸດ ໂດຍບໍ່ໃຫ້ຫົວລົດກາຍເສັ້ນຢຸດ ຄ. ຖືກທັງສອງຂໍ້ None 20. ໃນກໍລະນີເຫັນໄຟຫ້າມລໍ້ລົດຄັນຢູ່ທາງໜ້າຮຸ່ງ ຜູ້ຂັບຂີ່ຄັນຕາມຫຼັງຈະມີຄວາມເຂົ້າໃຈແນວໃດ? ກ. ຜູ້ຂັບຂີ່ຄັນຕາມຫຼັງ ເຂົ້າໃຈວ່າລົດຢູ່ທາງໜ້າໄດ້ຢຽບຫ້າມລໍ້ເພື່ອເຕືອນໃຫ້ຮູ້ວ່າລົດທີ່ມາຕາມຫຼັງຫຍັບເຂົ້າຈໍ້ທ້າຍລົດ ໂພດ, ຫຼຸດຜ່ອນຄວາມໄວ ຫຼື ຢຸດລົດ ຂ. ຜູ້ຂັບຂີ່ຄັນຕາມຫຼັງ ເຂົ້າໃຈວ່າລົດຢູ່ທາງໜ້າໄດ້ຢຽບຫ້າມລໍ້ເພື່ອເຕືອນ ໃຫ້ຮູ້ວ່າລົດຄັນຢູ່ທາງໜ້ານັ້ນ ເກີດຂັດຂ້ອງທາງດ້ານເຕັກນິກ ຫຼື ເຕືອນໃຫ້ຮູ້ວ່າຈະມີສິ່ງກີດຂວາງຢູ່ທາງດ້ານໜ້າ ຄ. ຜູ້ຂັບຂີ່ຄັນຕາມຫຼັງ ເຂົ້າໃຈວ່າລົດຢູ່ທາງໜ້າໄດ້ຢຽບຫ້າມລໍ້ເພື່ອເຕືອນ ໃຫ້ຮູ້ວ່າລົດຄັນຢູ່ທາງໜ້າ ມີຈຸດກວດກາຂອງເຈົ້າໜ້າທີ່ຈະລາຈອນ None 21. ອຸບປະຕິເຫດຕາມທາງຫຼວງ ມີຄວາມໝາຍແນວໃດ? ກ. ອຸບປະຕິເຫດຕາມທາງຫຼວງໝາຍເຖິງ ເຫດການທີ່ເກີດຂຶ້ນກັບຍານພາຫະນະທີ່ຈະລາຈອນຕາມທາງຫຼວງ ດ້ວຍການ ກະທົບກັບ ຍານພາຫະນະ, ຄົນ, ສັດ, ວັດຖຸສິ່ງຂອງ, ສິ່ງປຸກສ້າງ ຕາມແຄມທາງ ຊຶ່ງພາໃຫ້ມີຜູ້ບາດເຈັບ, ເສຍຊີວິດ ຫຼື ຊັບສິນໄດ້ຮັບຄວາມເສຍຫາຍ ຂ.ອຸບປະຕິເຫດຕາມທາງຫຼວງໝາຍເຖິງ ເຫດການທີ່ເກີດຂຶ້ນກັບຍານພາຫະນະທີ່ຈະລາຈອນຕາມທາງຫຼວງ ດ້ວຍການກະທົບກັບ ຍານພາຫະນະ, ຄົນ, ສັດ, ວັດຖຸສິ່ງຂອງ, ສິ່ງປຸກສ້າງ ທີ່ພາໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິດ ຄ. ອຸບປະຕິເຫດຕາມທາງຫຼວງໝາຍເຖິງ ເຫດການທີ່ເກີດຂຶ້ນລະຫວ່າງຍານພາຫະນະສອງ ຫຼື ຫຼາຍຄັນຕໍາກັນ ຊຶ່ງເຮັດໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິດ None 22. ການປັບເບາະນັ່ງ ຫ່າງຈາກພວງມະໄລບໍ່ເໝາະສົມກັບຜູ້ຂັບຂີ່ຈະມີຜົນກະທົບແນວໃດ? ກ. ຍ້ອນວ່າຈະເຮັດໃຫ້ມີຄວາມອິດເມື່ອຍງ່າຍ, ປວດຫຼັງ, ປວດກ້າມເນື້ອ ແລະ ມີບັນຫາໃນການໝູນພ່ວງມະໄລ ຂ. ຍ້ອນວ່າຈະເຮັດໃຫ້ທ່າຂັບຂີ່ ສະດວກ, ການໝູນພວງມະໄລໄດ້ຢ່າງຄ່ອງແຄ້ວ, ໃສ່ເກຍໄດ້ງ່າຍ ຄ. ຍ້ອນວ່າບໍ່ມີຜົນກະທົບຫຍັງ, ການໝູນພ່ວງມະໄລມີຄວາມສະດວກ ແລະ ຂັບຂີ່ງ່າຍ None 23. ເມື່ອນໍາໃຊ້ລົດໄດ້ ໄລຍະທາງ 10,000 ກິໂລແມັດ ຈະປ່ຽນຖ່າຍ ແລະ ອະນາໄມ ຫຍັງແດ່? ກ. ປ່ຽນຖ່າຍ ນໍ້າມັນເຄື່ອງ ແລະ ກອງນໍ້າມັນ ເຄື່ອງຈັກ, ອະນາໄມແຜງຄວາມຮ້ອນຂອງນໍ້າມັນເຄື່ອງ ແລະ ກວດກາລະບົບອື່ນໆ ຂ. ປ່ຽນຖ່າຍ ນໍ້າມັນເຄື່ອງ ແລະ ກອງນໍ້າມັນ ເຄື່ອງຈັກ, ອະນາໄມເຄື່ອງ ກອງອາກາດ ແລະ ກອງແອເຢັນ ແລະ ກວດກາລະບົບອື່ນໆ ຄ. ປ່ຽນຖ່າຍ ນໍ້າມັນເຄື່ອງ ແລະ ກອງນໍ້າມັນ ເຄື່ອງຈັກ, ເຄື່ອງກອງນໍ້າມັນເຊື້ອໄຟ, ອະນາໄມເຄື່ອງກອງອາກາດ ແລະ ກວດກາລະບົບອື່ນໆ None 24. ຮູບພາບໃດເປັນການຊີງຂຶ້ນໜ້າ? ກ. ຮູບພາບທີ 1 ຂ. ຮູບພາບທີ 2 None 25. ຜູ້ຂັບຂີ່ຜ່ານທາງແຍກທີ່ມີອຸປະສັກຄວນປະຕິບັດແນວໃດ? ກ. ຖ້າຢູ່ໃນທາງແຍກຍັງມີລົດໄປບໍ່ຫວິດ ແລະ ຍັງຕໍ່ກົ້ນກັນຢູ່ ຜູ້ຂັບຂີ່ຕ້ອງຄ່ອຍໆເຄື່ອນລົດອອກໄປຊ້າໆ ຫຼົບຫຼີກລົດ ທີ່ຍັງຄ້າງຢູ່ໃນທາງແຍກນັ້ນໄປ ຂ. ຖ້າຢູ່ໃນທາງແຍກຍັງມີລົດໄປບໍ່ຫວິດ ແລະ ຍັງຕໍ່ກົ້ນກັນຢູ່ ຜູ້ຂັບຂີ່ຕ້ອງບີບແກເຕືອນ ແລະ ອອກລົດໄປເພາະເຮົາໄດ້ຮັບສັນຍານໄຟຈະລາຈອນສີຂຽວແລ້ວ ຄ. ຖ້າຢູ່ໃນທາງແຍກນັ້ນ ຍັງມີລົດໄປບໍ່ຫວິດ ແລະ ຍັງຕໍ່ກົ້ນກັນຢູ່ ຜູ້ຂັບຂີ່ຕ້ອງຢຸດລົດຢູ່ບ່ອນເສັ້ນຢຸດ ລໍຖ້າໃຫ້ລົດທີ່ຍັງຄ້າງຢູ່ໃນທາງແຍກນັ້ນ ໄປຫວິດກ່ອນ None 1 out of 25 Prev Post 3.ເຕັກນິກຂັບຂີ່ລົດຈັກ Next Post Quiz ປະເພດລົດບັນທຸກຂະໜາດນ້ອຍ C,D,E