Quiz ປະເພດລົດໂດຍສານຂະໜາດກາງ D1 Quiz ປະເພດລົດໂດຍສານຂະໜາດກາງ D1 ມີທັງໝົດ 35 ຄຳຖາມ ເວລາໃນການເຮັດ 35 ນາທີ ຊື່-ນາມສະກຸນ ເບີໂທລະສັບ ອີເມວ(ຖ້າມີ) 1. ເມືື່ອເຫັນປ້າຍສຸດເຂດຫ້າມນີ້ ລົດຄັນສີແດງສາມາດຊີງຂຶ້ນໜ້າໄດ້ບໍ? ກ. ລົດຄັນສີແດງສາມາດຊີງຂື້ນໜ້າໄດ້ ຖ້າເຫັນວ່າຂ້າງໜ້າມີຄວາມປອດໄພ ຂ. ລົດຄັນສີແດງບໍ່ສາມາດຊີງຂື້ນໜ້າໄດ້ ຍ້ອນວ່າຂ້າງໜ້າມີລົດສອງຄັນ ຄ. ຖືກທັງສອງຂໍ້ None 2. ເມື່ອເຫັນເຄື່ອງໝາຍເສັ້ນສີຂາວ ແລະ ປ້າຍນີ້ຢູ່ທາງໜ້າ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ຕ້ອງຢຸດລົດຢູ່ຕໍ່ໜ້າເສັ້ນຢຸດ ໂດຍໃຫ້ຕີນລົດຢຽບເສັ້ນຢຸດກໍໄດ້ ຂ. ຕ້ອງຢຸດລົດຢູ່ຕໍ່ໜ້າເສັ້ນຢຸດ ໂດຍບໍ່ໃຫ້ຫົວລົດກາຍເສັ້ນຢຸດ ຄ. ຖືກທັງສອງຂໍ້ None 3. ເປັນຫຍັງໃນເວລາຂັບຂີ່ລົດຜູ້ຂັບຂີ່ຕ້ອງເບິ່ງແບບໃຊ້ສາຍຕາກວາດໄປ ກວາດມາ ໃຫ້ທົ່ວທຸກຈຸດ? ກ. ເພື່ອໃຫ້ເຫັນສະພາບກ່ອນ ທັງເປັນການຝຶກໃຫ້ເປັນນິດໄສໄປໃນຕົວ, ຄວນເບິ່ງເສັ້ນແບ່ງທິດທາງສັນຈອນເປັນຫຼັກ ຈະເຮັດໃຫ້ບໍ່ເກີດຄວາມອິດເມື່ອຍໄວ ຂ. ເພື່ອໃຫ້ຮູ້ ແລະ ເຫັນສະພາບກ່ອນ ທັງເປັນການບໍລິຫານສາຍຕາໄປໃນຕົວ, ບໍ່ຄວນເບິ່ງຈ້ອງຢູ່ຈຸດໃດຈຸດໜຶ່ງດົນເກີນໄປ ຍ້ອນວ່າຈະເຮັດໃຫ້ເກີດຄວາມອິດເມື່ອຍສາຍຕາໄວ ຄ. ເພື່ອໃຫ້ເຫັນສະພາບກ່ອນ ທັງເປັນການບໍລິຫານສາຍຕາໄປໃນຕົວ, ຄວນຈ້ອງເບິ່ງແຄມທາງກໍ້າຂວາເວລາຂັບລົດໄປ ຈະເຮັດໃຫ້ບໍ່ເກີດຄວາມອິດເມື່ອຍໄວ None 4. ເປັນຫຍັງຈຶ່ງບໍ່ໃຫ້ຜູ້ຂັບຂີ່ລົດຈັກແລ່ນອອກຈາກຂອບທາງເກີນ 1,5 ແມັດ? ກ. ບໍ່ອະນຸຍາດໃຫ້ຜູ້ຂັບຂີ່ລົດຈັກ ແລ່ນເຂົ້າໃນຊ່ອງຈະລາຈອນຂອງລົດໃຫຍ່ ຍ້ອນວ່າຈະເປັນການກີດຂວາງ ສັນຈອນຂອງລົດຂະໜາດໃຫຍ່ ຂ. ບໍ່ອະນຸຍາດໃຫ້ຜູ້ຂັບຂີ່ລົດຈັກ ແລ່ນເຂົ້າໃນຊ່ອງຈະລາຈອນຂອງລົດໃຫຍ່ ຍ້ອນວ່າຈະມີຄວາມສ່ຽງຕໍ່ການເກີດອຸບປະຕິເຫດ ຄ. ບໍ່ອະນຸຍາດໃຫ້ຜູ້ຂັບຂີ່ລົດຈັກ ແລ່ນເຂົ້າໃນຊ່ອງຈະລາຈອນຂອງລົດໃຫຍ່ ຍ້ອນວ່າຈະພາໃຫ້ການສັນຈອນແອອັດ ແລະ ມີຄວາມສ່ຽງຕໍ່ການເກີດອຸບປະຕິເຫດ None 5. ລົດເກັງສີແດງເລກ 2 ຈະປ່ຽນໄປຊ່ອງຈະລາຈອນກໍ້າຊ້າຍ ຕ້ອງປະຕິບັດແນວໃດ? ກ. ລົດເກັງສີແດງເລກ 2 ຈະປ່ຽນໄປຊ່ອງຈະລາຈອນກໍ້າຊ້າຍຕ້ອງເປີດໄຟສັນຍານລ້ຽວຊ້າຍ ແລະ ເລັ່ງຄວາມໄວຂຶ້ນ ຂ. ລົດເກັງສີແດງເລກ 2 ຈະປ່ຽນໄປຊ່ອງຈະລາຈອນກໍ້າຊ້າຍຕ້ອງເປີດໄຟສັນຍານລ້ຽວຊ້າຍ ແລະ ປ່ອຍໃຫ້ລົດເກັງສີເຫຼືອງໄປກ່ອນ None 6. ເມືື່ອໄຟສັນຍານຈະລາຈອນຕິດຂັດ ຜູ້ຂັບຂີ່ຕ້ອງປະຕິບັດຕາມອັນໃດ? ກ. ເມື່ອໄຟສັນຍານຈະລາຈອນຕິດຂັດ ຜູ້ຂັບຂີ່ຕ້ອງຢຸດຕາມປ້າຍບອກສິດ ເມື່ອເຫັນວ່າປອດໄພແລ້ວຈຶ່ງສາມາດໄປໄດ້ ຂ. ເມື່ອໄຟສັນຍານຈະລາຈອນຕິດຂັດ ຜູ້ຂັບຂີ່ຂັບຜ່ານໄປເລີຍ ຄ. ເມື່ອໄຟສັນຍານຈະລາຈອນຕິດຂັດ ຜູ້ຂັບຂີ່ບໍ່ປ່ອຍທາງໃຫ້ລົດກໍ້າຊ້າຍໄປກ່ອນ None 7. ຜູ້ຂັບຂີ່ລົດເພດຊາຍ ທີ່ຂັບລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ມີຄວາມຈໍາເປັນກິນອາຫານທີ່ໃຫ້ພະລັງງານຕໍ່ຮ່າງກາຍຈັກກາໂລຣີ ຕໍ່ມື້? ກ. 1,000 – 2,000 ກາໂລຣີ ຂ. 2,000 – 2,500 ກາໂລຣີ ຄ. 2,500 – 5,000 ກາໂລຣີ None 8. ລົດຄັນໃດມີສິດໄປກ່ອນ? ກ. ລົດຂົນສົ່ງຜູ້ໂດຍສານມີສິດໄປກ່ອນ ຂ. ລົດເກງມີສິດໄປກ່ອນ None 9. ເມື່ອເກີດອຸບປະຕິເຫດ ການສິ້ນເປືອງໃນການປິ່ນປົວ ມີການພົວພັນເຖິງໃຜແດ່? ກ. ຕົນເອງ, ຜູ້ປົກຄອງ, ຍາດພີ່ນ້ອງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ການດູແລຊ່ວຍເຫຼືອຂອງພາກ ລັດ ແລະ ເອກະຊົນ ຂ. ຜູ້ຮູ້ຈັກ ຮັກແພງກັນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ການດູແລຊ່ວຍເຫຼືອຂອງພາກ ລັດ ແລະ ເອກະຊົນ ຄ. ມູນນິທິຂອງຕ່າງປະເທດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ການດູແລຊ່ວຍເຫຼືອຂອງພາກ ລັດ ແລະ ເອກະຊົນ ຕໍ່ຜູ້ບາດເຈັບ None 10. ຖ້າເຮົາແລ່ນລົດດ້ວຍຄວາມໄວ 100 ກິໂລແມັດຕໍ່ຊົ່ວໂມງ ໃນ 1 ວິນາທີ ລົດຈະແລ່ນໄປໄດ້ຈັກແມັດ? ກ. 14 ແມັດ ຂ. 28 ແມັດ ຄ. 56 ແມັດ None 11. ອາຫານປະເພດໃດທີ່ມີສານຄາໂບໄຮເດຣດເພື່ອເສີມສ້າງພະລັງງານໃຫ້ແກ່ຮ່າງກາຍສໍາລັບຜູ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ? ກ. ອາຫານທີ່ເປັນທາດຊີ້ນສັດນໍ້າ ເຊັ່ນ ປາ, ກົບ, ຫອຍ ແລະ ອື່ນໆ ຂ. ອາຫານທີ່ເປັນທາດແປ້ງ ເຊັ່ນ ເຂົ້າ, ສາລີ, ເຜືອກ, ມັນ ແລະ ອື່ນໆ ຄ. ອາຫານທີ່ເປັນພືດຜັກ ເຊັ່ນ ກາຣົດ, ກະລໍາປີ, ຜັກກາດຂາວ, ຜັກຕົບ ແລະ ອື່ນໆ None 12. ເມື່ອຝົນຕົກໜັກເຮັດໃຫ້ທາງປຽກມື່ນ ໄລຍະທາງໃນການຢຸດລົດ ຈະເພີ່ມຂຶ້ນເທົ່າໃດ? ກ. ຈະເພີ່ມຈາກສະພາບທາງແຫ້ງຂຶ້ນເປັນ 2-3 ເທົ່າ ຂ. ຈະເພີ່ມຈາກສະພາບທາງແຫ້ງຂຶ້ນເປັນ 4-5 ເທົ່າ ຄ. ຈະເພີ່ມຈາກສະພາບທາງແຫ້ງຂຶ້ນເປັນ 6-7 ເທົ່າ None 13. ການອອກກໍາລັງກາຍໃຫ້ປະໂຫຍດຫຍັງແດ່ສໍາລັບຜູ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ? ກ. ການອອກກໍາລັງກາຍເຮັດໃຫ້ ສິ້ນເປືອງເງິນຄໍາ, ເສຍເວລາ, ອິດເມື່ອຍ, ສ້າງຄວາມຕຶງຄຽດ ແລະ ເຮັດໃຫ້ຄວາມຈຳບໍ່ດີ ຂ. ການອອກກໍາລັງກາຍເຮັດໃຫ້ ຊີວິດຄອບຄົວບໍ່ມີຄວາມອົບອຸ່ນທຸ່ນທ່ຽງ, ສິ້ນເປືອງເງິນຄໍາ, ເສຍເວລາ, ອິດເມື່ອຍ, ສ້າງຄວາມຕຶງຄຽດ ແລະ ເຮັດໃຫ້ຄວາມຈຳບໍ່ດີ ຄ. ການອອກກໍາລັງກາຍທີ່ ຖືກຕ້ອງ ແລະ ເໝາະສົມ ເປັນສິ່ງສຳຄັນ ເພື່ອຊ່ວຍໃຫ້ ມີສຸຂະພາບແຂງແຮງ, ຫຼຸດຜ່ອນຄວາມຕຶງຄຽດ, ມີຄວາມຈຳດີຂຶ້ນ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຕົນເອງ None 14. ໜ້າທີ່ຂອງຜູ້ຂັບຂີ່ລົດຂົນສົ່ງ ຜູ້ໂດຍສານ ຫຼື ສິນຄ້າ ມີຫຍັງແດ່? ກ. ຂັບລົດຂົນສົ່ງ ຜູ້ໂດຍສານ ຫຼື ສິນຄ້າ ໃຫ້ໄປເຖິງຈຸດໝາຍປາຍທາງດ້ວຍຄວາມປອດໄພ, ທັນຕາມກໍານົດເວລາ, ປະຕິບັດຕາມກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ຂ. ຂັບລົດຂົນສົ່ງ ຜູ້ໂດຍສານ ຫຼື ສິນຄ້າ ໃຫ້ໄປເຖິງຈຸດໝາຍປາຍທາງດ້ວຍຄວາມວ່ອງໄວ, ປະຕິບັດຕາມກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ຄ. ຂັບລົດຂົນສົ່ງ ຜູ້ໂດຍສານ ຫຼື ສິນຄ້າ ໃຫ້ໄປເຖິງຈຸດໝາຍປາຍທາງດ້ວຍຄວາມວ່ອງໄວ, ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ None 15. ການປ້ອງກັນ ຫຼື ການແກ້ໄຂ ບັນຫາອຸບປະຕິເຫດຕາມທາງຫຼວງ ແມ່ນໜ້າທີ່ຂອງໃຜ? ກ. ທຸກຄົນໃນສັງຄົມມີໜ້າທີ່ ໃນການປ້ອງກັນ ແລະ ແກ້ໄຂບັນຫາອຸບປະຕິເຫດ ໂດຍເລີ່ມຈາກ ບຸກຄົນ, ຄອບຄົວ, ການຈັດຕັ້ງທາງພາກລັດ ແລະ ເອກະຊົນ ຢ່າງຕັ້ງໜ້າ ຂ. ທຸກຄົນໃນສັງຄົມມີໜ້າທີ່ ໃນການປ້ອງກັນ ແລະ ແກ້ໄຂບັນຫາອຸບປະຕິເຫດ ໂດຍເລີ່ມຈາກ ບຸກຄົນ, ຄອບຄົວ, ສະມາຄົມ ແລະ ສັງຄົມ ຢ່າງຕັ້ງໜ້າ ຄ. ເຈົ້າໜ້າທີ່ຕໍາຫຼວດ, ເຈົ້າໜ້າທີ່ໂຍທາທິການ ແລະ ຂົນສົ່ງ, ຕ້ອງຮ່ວມກັນປ້ອງກັນ ແລະ ແກ້ໄຂບັນຫາອຸບປະຕິເຫດຕາມທາງຫຼວງ ຢ່າງເປັນປະຈໍາ None 16. ປ້າຍສັນຍານຈະລາຈອນ ນີ້ມີຄວາມໝາຍຄືແນວໃດ ? ກ. ປ້າຍສຸດເຂດຄວາມໄວຈໍາກັດ ຈາກປ້າຍນີ້ໄປ ອະນຸຍາດໃຫ້ໃຊ້ຄວາມໄວບໍ່ໃຫ້ເກີນ 50 ກິໂລແມັດຕໍ່ຊົ່ວໂມງ ນັບຈາກປ້າຍນີ້ໄປຂ້າງໜ້າ ຂ. ປ້າຍສຸດເຂດຄວາມໄວຈໍາກັດ ຈາກປ້າຍນີ້ ອະນຸຍາດໃຊ້ຄວາມໄວເກີນ 50 ກິໂລແມັດຕໍ່ຊົ່ວໂມງ, ແຕ່ ລົດເບົາ ບໍ່ໃຫ້ເກີນ 100 ກິໂລແມັດຕໍ່ຊົ່ວໂມງ, ລົດບັນທຸກບໍ່ໃຫ້ເກີນ 90 ກິໂລແມັດຕໍ່ຊົ່ວໂມງ ຄ. ປ້າຍສຸດເຂດຄວາມໄວຈໍາກັດ ຈາກປ້າຍນີ້ໄປ ອະນຸຍາດໃຊ້ຄວາມໄວເກີນ 50 ກິໂລແມັດຕໍ່ຊົ່ວໂມງ ແຕ່ ລົດເບົາ ບໍ່ໃຫ້ເກີນ 90 ກິໂລແມັດຕໍ່ຊົ່ວໂມງ, ລົດບັນທຸກບໍ່ໃຫ້ເກີນ 70 ກິໂລແມັດຕໍ່ຊົ່ວໂມງ None 17. ການກວດກາ ແລະ ບົວລະບັດຮັກສາປະຈໍາວັນຂອງລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ມີຫຍັງແດ່? ກ. ກວດກາ ລະດັບນໍ້າມັນຫ້າມລໍ້, ນໍ້າມັນຄາດ, ນໍ້າມັນເຄື່ອງຈັກ, ລະດັບນ້ຳໃນໝໍ້ນ້ຳ, ສາຍພານເຄື່ອງຈັກ ຂ. ກວດກາ ລະດັບນໍ້າມັນຫ້າມລໍ້, ນໍ້າມັນຄາດ, ນໍ້າມັນເຄື່ອງຈັກ, ລະດັບນ້ຳໃນໝໍ້ນ້ຳ, ສາຍພານເຄື່ອງຈັກ, ລົມຢາງຕີນລົດ, ລະບົບໄຟ ແລະ ອື່ນໆ ຄ. ກວດກາ ລະດັບນໍ້າມັນຫ້າມລໍ້, ນໍ້າມັນຄາດ, ນໍ້າມັນເຄື່ອງຈັກ, ລະດັບນ້ຳໃນໝໍ້ນ້ຳ, ສາຍພານເຄື່ອງຈັກ, ລົມຢາງຕີນລົດ None 18. ໃນເວລາລົດເກຍໂອໂຕມາຕິກ ຈະ ຂຶ້ນ-ລົງ ຄ້ອຍສູງຊັນ ຫຼື ທາງເປັນບວກເປັນຕົມ ຜູ້ຂັບຂີ່ຕ້ອງໃສ່ເກຍຫຍັງ? ກ. ໃສ່ເກຍ "D" ເພາະມັນເປັນເກຍໂອໂຕມາຕິກ ເກຍຈະປັບຂຶ້ນ ຫຼື ປັບລົງຕາມຄວາມໄວຂອງລົດ ຂ. ໃສ່ເກຍຕໍ່າ ເຊັ່ນ ເກຍ "L" ຫຼື "S" ຫຼື ໃສ່ເກຍ 2-1 ຈະເຮັດໃຫ້ເຄື່ອງຈັກເບົາ ແລະ ຊ່ວຍຫ້າມລໍ້ ຄ. ໃສ່ເກຍຕໍ່າ ເຊັ່ນ ເກຍ "L" ຫຼື "S" ຫຼື 2-1 ໃຊ້ບືນໃນເວລາລົດຄາ ຫຼື ລົດຕີນໝູນເທົ່ານັ້ນ None 19. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍແນວໃດ ? ກ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ທາງແຍກຂ້າງໜ້າມີໄຟສັນຍານຄົນຍ່າງຂ້າມທາງ ຂ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ທາງແຍກຂ້າງໜ້າມີໄຟສັນຍານຈະລາຈອນ ຄ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ທາງແຍກຂ້າງໜ້າມີໄຟສັນຍານເຕືອນອັນຕະລາຍ None 20. ເປັນຫຍັງຈຶ່ງໃຫ້ຜູ້ຂັບຂີ່ຮຽນຮູ້ ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ? ກ. ເພື່ອເຮັດໃຫ້ຜູ້ຂັບຂີ່ເຂົ້າໃຈ ບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ, ຕໍ່ ຍານພາຫະນະທີ່ຂັບຂີ່, ຜູ້ໂດຍສານ, ສິນຄ້າ, ວັດຖຸສິ່ງຂອງ ຂ. ເພື່ອເຮັດໃຫ້ຜູ້ຂັບຂີ່ເຂົ້າໃຈ ບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ, ຕໍ່ ຍານພາຫະນະທີ່ຂັບຂີ່, ຜູ້ໂດຍສານ, ສິນຄ້າ, ວັດຖຸສິ່ງຂອງ, ຄອບຄົວ, ຊຸມຊົນ ແລະ ສັງຄົມ ຄ. ເພື່ອເຮັດໃຫ້ຜູ້ຂັບຂີ່ເຂົ້າໃຈ ບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ, ຕໍ່ ຍານພາຫະນະທີ່ຂັບຂີ່, ຜູ້ໂດຍສານ, ສິນຄ້າ, ຄອບຄົວ, ຊຸມຊົນ ແລະ ສັງຄົມ None 21. ການສັນຈອນຕາມທາງຫຼວງທີ່ມີສອງຊ່ອງຈະລາຈອນ ໃນທິດທາງດຽວກັນ ຕ້ອງປະຕິບັດແນວໃດ? ກ. ຜູ້ຂັບຂີ່ຕ້ອງແລ່ນແນບທາງກໍ້າຊ້າຍ ເພື່ອໃຫ້ລົດຄັນທີ່ແລ່ນນໍາຫຼັງຊີງຂຶ້ນໜ້າໄດ້ ຂ. ຜູ້ຂັບຂີ່ຕ້ອງແລ່ນແນບທາງກໍ້າຂວາສະເໝີ ເພື່ອບໍ່ໃຫ້ກີດຂວາງຜູ້ຂັບຂີ່ລົດຄັນອື່ນແລ່ນນໍາຫຼັງທີ່ຕ້ອງການຊີງຂຶ້ນໜ້າ ຄ. ຜູ້ຂັບຂີ່ຕ້ອງແລ່ນແນບທາງກໍ້າຂວາສະເໝີ ຖ້າຊ່ອງຈະລາຈອນກໍ້າຂວາຍັງຫວ່າງຢູ່ ເພື່ອສະດວກໃນເວລາຈະເຂົ້າຢຸດ ຫຼື ຈອດລົດ None 22. ການຂົນສົ່ງສິນຄ້າເກີນຂະໜາດ ອະນຸຍາດໃຫ້ລື່ນອອກຈາກຕົວລົດແຕ່ລະດ້ານເທົ່າໃດ? ກ. ການຂົນສົ່ງສິນຄ້າເກີນຂະໜາດ ອະນຸຍາດໃຫ້ລື່ນອອກແຕ່ລະດ້ານດັ່ງນີ້: ສໍາລັບດ້ານ ໜ້າ, ຫຼັງ ບໍ່ເກີນ 2 ແມັດ, ສໍາລັບດ້ານຂ້າງ ບໍ່ເກີນ 0.5 ແມັດ, ຄວາມສູງ ບໍ່ເກີນ 4.5 ແມັດ, ລົດຂົນສົ່ງຂະໜາດນ້ອຍຄວາມສູງຈາກຫຼັງຄາຫົວລົດບໍ່ເກີນ 1.5 ແມັດ ຂ. ການຂົນສົ່ງສິນຄ້າເກີນຂະໜາດ ອະນຸຍາດໃຫ້ລື່ນອອກແຕ່ລະດ້ານດັ່ງນີ້: ສໍາລັບດ້ານ ໜ້າ ບໍ່ເກີນ 1 ແມັດ, ຫຼັງ ບໍ່ເກີນ 1 ແມັດ, ສໍາລັບດ້ານຂ້າງ ບໍ່ເກີນ 0.5 ແມັດ, ຄວາມສູງຈາກໜ້າທາງ ບໍ່ເກີນ 4.5 ແມັດ, ລົດຂົນສົ່ງຂະໜາດນ້ອຍຄວາມສູງຈາກຫຼັງຄາຫົວລົດບໍ່ເກີນ 0.6 ແມັດ ຄ. ການຂົນສົ່ງສິນຄ້າເກີນຂະໜາດ ອະນຸຍາດໃຫ້ລື່ນອອກແຕ່ລະດ້ານດັ່ງນີ້: ສໍາລັບດ້ານ ໜ້າ, ຫຼັງ ບໍ່ເກີນ 3 ແມັດ, ສໍາລັບດ້ານຂ້າງບໍ່ເກີນ 0.5 ແມັດ, ຄວາມສູງບໍ່ເກີນ 4.5 ແມັດ, ລົດຂົນສົ່ງຂະໜາດນ້ອຍຄວາມສູງຈາກຫຼັງຄາຫົວລົດບໍ່ເກີນ 1 ແມັດ None 23. ເມື່ອເຫັນປ້າຍ ແລະ ເຄື່ອງໝາຍນີ້ຢູ່ໜ້າທາງ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ໃຫ້ລະວັງລົດຖີບ ໂດຍໃຫ້ບີບແກ ເພື່ອເຕືອນໃຫ້ຜູ້ຂີ່ລົດຖີບຮູ້ວ່າມີລົດໃຫຍ່ແລ່ນມາ ຂ. ໃຫ້ລະວັງລົດຖີບ ຍ້ອນວ່າມີເຄື່ອງໝາຍຢູ່ໜ້າທາງເປັນທາງລົດຖີບຕັດຜ່ານທາງໃຫຍ່ ຄ. ຖືກທັງສອງຂໍ້ None 24. ການສູນເສຍຊັບສິນຈາກການເກີດອຸບປະຕິເຫດ ມີຫຍັງແດ່? ກ. ຍານພາຫະນະເປ່ເພ, ວັດຖຸປະກອນຕາມທາງຫຼວງ, ເງິນ, ຄໍາ, ວັດຖຸມີຄ່າ, ທຶນຂອງ ບຸກຄົນ ແລະ ການຈັດຕັ້ງ ຂ. ຊັບສິນ, ຍານພາຫະນະເປ່ເພ, ວັດຖຸປະກອນຕາມທາງຫຼວງ, ເງິນ, ຄໍາ, ວັດຖຸມີຄ່າ, ທຶນຂອງ ບຸກຄົນ ແລະ ການຈັດຕັ້ງ ຄ. ການສູນເສຍ ຊັບສິນ, ວັດຖຸ, ຈິດໃຈ ຂອງສະມາຊິກຄອບຄົວ, ຍາດພີ່ນ້ອງ ແລະ ເພື່ອນມິດສະຫາຍ None 25. ເມື່ອຜູ້ຂັບຂີ່ລົດແນມເຫັນສິ່ງກີດຂວາງຢູ່ທາງດ້ານໜ້າ ຈະໃຊ້ເວລາຕັດສີນໃຈເທົ່າໃດ? ກ. ໃຊ້ເວລາ 1 ວິນາທີ ຂ. ໃຊ້ເວລາ 2 ວິນາທີ ຄ. ໃຊ້ເວລາ 3 ວິນາທີ None 26. ປ້າຍຫ້າມ ແລະ ປ້າຍເພີ່ມນີ້ ມີຄວາມໝາຍແນວໃດ? ກ. ນັບແຕ່ປ້າຍນີ້ໄປໃນໄລຍະທາງ 1,400 ແມັດ ຜູ້ຂັບຂີ່ລົດຄັນທາງຫຼັງ ຕ້ອງຮັກສາໄລຍະຫ່າງຈາກຄັນທາງ ໜ້າ ຢ່າງໜ້ອຍ 70 ແມັດ ຂ. ນັບແຕ່ປ້າຍນີ້ໄປອີກ 1,400 ແມັດ ຜູ້ຂັບຂີ່ລົດຄັນທາງຫຼັງ ຕ້ອງຮັກສາໄລຍະຫ່າງຈາກຄັນທາງໜ້າ ຢ່າງໜ້ອຍ 70 ແມັດ ຄ. ນັບແຕ່ປ້າຍນີ້ໄປໃນໄລຍະທາງ 1,400 ແມັດ ຜູ້ຂັບຂີ່ລົດຄັນທາງຫຼັງ ຕ້ອງຮັກສາໄລຍະຫ່າງຈາກຄັນທາງ ໜ້າ ໜ້ອຍກວ່າ 70 ແມັດ None 27. ເປັນຫຍັງບໍ່ໃຫ້ຜູ້ຂັບຂີ່ທາງດ້ານຫຼັງ ຈີ້ທ້າຍລົດຄັນອື່ນຢູ່ທາງດ້ານໜ້າ? ກ. ຍ້ອນມີຄວາມສ່ຽງທີ່ຈະເຮັດໃຫ້ລົດຕິດ ແລະ ລົດຄັນທາງຫຼັງຈະມາຕໍາທ້າຍລົດເຮົາ ຂ. ຍ້ອນມີຄວາມສ່ຽງທີ່ຈະເກີດອຸບປະຕິເຫດ ແລະ ມີຄວາມຫຍຸ້ງຍາກໃນການຊີງຂື້ນໜ້າ ຄ. ຍ້ອນມີຄວາມສ່ຽງທີ່ຈະຕໍາທ້າຍລົດຄັນທີ່ຢູ່ທາງໜ້າ ແລະ ກົດດັນຜູ້ຂັບຂີ່ລົດຄັນຢູ່ທາງໜ້າອີກດ້ວຍ None 28. ນໍ້າມັນລໍ່ລື່ນມີຄວາມສໍາຄັນຕໍ່ ເຄື່ອງຈັກຄືແນວໃດ? ກ. ມີຜົນຕໍ່ອາຍຸການໃຊ້ຂອງເຄື່ອງຈັກ, ມີໜ້າທີຮັບ ແຮງກະແທກ, ຫຼຸດຜ່ອນ ແຮງສຽດສີ, ຄວາມຮ້ອນ ແລະ ນໍາສົ່ງຄວາມເປື້ອນພາຍໃນເຄື່ອງຈັກໄປຫາໝໍ້ກອງ ຂ. ມີຜົນຕໍ່ອາຍຸການນໍາໃຊ້ຂອງເຄື່ອງຈັກ, ເຮັດໃຫ້ເຄື່ອງຈັກແຮງ, ຫຼຸດຜ່ອນສິ້ນເປືອງນໍ້າມັນເຊື້ອໄຟ, ສະລ້າງຄວາມເປື້ອນ ແລະ ລະບາຍຄວາມຮ້ອນ ຄ. ມີຜົນຕໍ່ການກໍານົດອາຍຸໃຊ້ງານຂອງເຄື່ອງຈັກ, ມີໜ້າທີຮັບແຮງກະແທກ, ຫຼຸດຜ່ອນແຮງສຽດສີ, ສະລ້າງຄວາມເປື້ອນ ແລະ ລະບາຍຄວາມຮ້ອນ None 29. ຜູ້ຂັບຂີ່ລົດຄັນໃດມີສິດໄປກ່ອນ? ກ. ລົດເກັງ ຂ. ລົດຂົນສົ່ງຜູ້ໂດຍສານ None 30. ປ້າຍແນະນໍາທາງ ແລະ ປ້າຍເພີ່ມນີ້ ມີຄວາມໝາຍແນວໃດ? ກ. ນັບແຕ່ປ້າຍນີ້ອອກໄປ 100 ແມັດ ສາມາດລ້ຽວຊ້າຍໄດ້ ຂ. ນັບແຕ່ປ້າຍນີ້ອອກໄປອີກ 100 ແມັດ ຈະໄປເຖິງບ່ອນລ້ຽວກັບ ຄ. ຖືກທັງສອງຂໍ້ None 31. ການທົດລອງຫ້າມລໍ້ລົດດ້ວຍຕີນ ຜູ້ຂັບຂີ່ຕ້ອງເຮັດແນວໃດ? ກ. ຖ້າຢຽບຂາຫ້າມລໍ້ລົງຈົນເກືອບຈຳພື້ນລົດ ໝາຍຄວາມວ່າ ກາບຫ້າມລໍ້ລົດຫ້ຽນໝົດ ຫຼື ມີນໍ້າມັນຫ້າມລໍ້ຮົ່ວຊຶມ ຂ. ຖ້າຢຽບຂາຫ້າມລໍ້ລົງຈົນເກືອບຈຳພື້ນລົດ ໝາຍຄວາມວ່າ ກາບຫ້າມລໍ້ລົດຫ້ຽນຫຼາຍ ຫຼື ມີລົມເຂົ້າໄປໃນລະບົບຫ້າມລໍ້ ຄ. ຖືກທັງສອງຂໍ້ None 32. ພາຍຫຼັງການດາມຊົ່ວຄາວບ່ອນກະດູກຫັກ ຕ້ອງສັງເກດອາການຂອງຜູ້ບາດເຈັບຈາກອຸບປະຕິເຫດຕາມທາງຫຼວງແນວໃດ? ກ.ຖ້າສັງເກດເຫັນວ່າສ່ວນປາຍຂອງອະໄວຍະວະທີ່ຫັກ ມີອາການ ມືນຊາ, ຈືດມ້ານ, ເຢັນ, ບວມ ສະແດງວ່າມີອາການຂາດເລືອດ ຍ້ອນວ່າມັດແໜ້ນເກີນໄປ ແລ້ວໃຫ້ຮີບຮ້ອນມາຍເຊືອກມັດໃຫ້ຍານອອກ ຂ. ຖ້າສັງເກດເຫັນວ່າສ່ວນປາຍຂອງອະໄວຍະວະທີ່ຫັກ ມີອາການຈືດມ້ານ, ເຢັນຊາ, ໃຄ່ຂື້ນ ສະແດງວ່າມີອາການຂາດເລືອດ ຍ້ອນວ່າມັດແໜ້ນເກີນໄປ ແລ້ວໃຫ້ຮີບຮ້ອນມາຍເຊືອກມັດໃຫ້ຍານອອກ ຄ. ຖ້າສັງເກດເຫັນວ່າສ່ວນປາຍຂອງອະໄວຍະວະທີ່ຫັກຫາກມີອາການ ມືນຊາ, ຈືດມ້ານ, ເຢັນ, ບວມ ສະແດງວ່າມີອາການຂາດເລືອດ ຍ້ອນວ່າມັດແໜ້ນເກີນໄປ ແລ້ວໃຫ້ຮີບຮ້ອນແກ້ເຊືອກມັດອອກ None 33. ເມື່ອເຫັນເຄື່ອງໝາຍສີຂາວກ່ານດໍານີ້ ຜູ້ຂັບຂີ່ມີຄວາມເຂົ້າໃຈຄືແນວໃດ? ກ. ເຄື່ອງໝາຍເຕືອນອັນຕະລາຍ ບອກເຖິງຈຸດຕໍ່າສຸດຂອງສິ່ງກໍ່ສ້າງຢູ່ເທິງທາງ ຂ. ເຄື່ອງໝາຍເຕືອນອັນຕະລາຍ ບອກເຖິງຈຸດສູງສຸດຂອງສິ່ງກໍ່ສ້າງຢູ່ເທິງທາງ ຄ. ເຄື່ອງໝາຍເຕືອນອັນຕະລາຍ ບອກເຖິງສິ່ງກໍ່ສ້າງຢູ່ເທິງທາງ None 34. ຜູ້ຂັບຂີ່ລົດເກັງຄັນນີ້ ກໍາລັງຈະເຮັດຫຍັງ? ກ. ຂັບຊີງຂຶ້ນໜ້າ ຂ. ປ່ຽນຊ່ອງຈະລາຈອນ ຄ. ຫັກຫຼີກລົດບັນທຸກ None 35. ກ່ອນຈະລ້ຽວລົດໄປກໍ້າຊ້າຍ ຫຼື ລ້ຽວກັບ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ກ່ອນຈະລ້ຽວລົດໄປກໍ້າຊ້າຍ ຫຼື ລ້ຽວກັບ ຜູ້ຂັບຂີ່ ຕ້ອງແນບລົດເຂົ້າຫາເສັ້ນແບ່ງໃຈກາງທາງ ຫຼື ດອນກາງ ກ່ອນຈະເຖິງບ່ອນລ້ຽວປະມານ 100 ແມັດ, ການລ້ຽວຊ້າຍບໍ່ໃຫ້ລ້ຽວຕັດແລວທາງການສັນຈອນຂອງລົດທີ່ມາທາງກໍ້າຊ້າຍ, ໃຫ້ລ້ຽວໂຄງອ້ອມຈຸດໃຈກາງຂອງທາງແຍກ ຂ. ກ່ອນຈະລ້ຽວລົດໄປກໍ້າຊ້າຍ ຫຼື ລ້ຽວກັບ ຜູ້ຂັບຂີ່ ຕ້ອງແນບລົດເຂົ້າຫາເສັ້ນແບ່ງໃຈກາງທາງ ຫຼື ດອນກາງ ກ່ອນຈະເຖິງບ່ອນລ້ຽວປະມານ 150 ແມັດ, ການລ້ຽວຊ້າຍບໍ່ໃຫ້ລ້ຽວຕັດແລວທາງການສັນຈອນຂອງລົດທີ່ມາທາງກໍ້າຊ້າຍ, ໃຫ້ລ້ຽວໂຄງອ້ອມຈຸດໃຈກາງຂອງທາງແຍກ ຄ. ຖືກທັງສອງຂໍ້ None 1 out of 35 Time's upTime is Up! Prev Post Quiz ປະເພດລົດບັນທຸກສິນຄ້າຂະໜາດໃຫຍ່ C2 Next Post Quiz ປະເພດລົດໂດຍສານຂະໜາດໃຫຍ່ D2