Quiz ປະເພດລົດບັນທຸກຂະໜາດນ້ອຍ C,D,E Quiz ປະເພດລົດບັນທຸກຂະໜາດນ້ອຍ C,D,E ມີທັງໝົດ 30 ຄຳຖາມ ເວລາໃນການເຮັດ 30 ນາທີ ຊື່-ນາມສະກຸນ ເບີໂທລະສັບ ອີເມວ(ຖ້າມີ) 1. ການ ປ້ອງກັນ ຄວາມອິດເມື່ອຍຮ່າງກາຍຂອງຜູ້ຂັບຂີ່ລົດ ຕ້ອງເຮັດແນວໃດ? ກ. ກ່ອນຈະຂັບຂີ່ລົດຕ້ອງນອນໃຫ້ພຽງພໍ, ໃນເວລາຂັບຂີ່ລົດ ທຸກ 2 ຊົ່ວໂມງໃດ ຄວນຢຸດພັກຜ່ອນເທື່ອໜຶ່ງ ແລະ ຫັດກາຍບໍລິຫານເພື່ອຜ່ອນຄາຍຄວາມຕຶງຄຽດ ຂ. ກ່ອນຈະຂັບຂີ່ລົດຕ້ອງນອນໃຫ້ພຽງພໍ, ໃນເວລາຂັບຂີ່ລົດ ທຸກ 3 ຊົ່ວໂມງໃດ ຄວນຢຸດພັກຜ່ອນເທື່ອໜຶ່ງ ແລະ ຫັດກາຍບໍລິຫານເພື່ອຜ່ອນຄາຍຄວາມຕຶງຄຽດ ຄ. ກ່ອນຈະຂັບຂີ່ລົດຕ້ອງນອນໃຫ້ພຽງພໍ, ໃນເວລາຂັບຂີ່ລົດ ທຸກ 4 ຊົ່ວໂມງໃດ ຄວນຢຸດພັກຜ່ອນເທື່ອໜຶ່ງ ແລະ ຫັດກາຍບໍລິຫານເພື່ອຜ່ອນຄາຍຄວາມຕຶງຄຽດ None 2. ເມື່ອເຫັນປ້າຍກໍານົດນີ້ ການສັນຈອນໄປໃນທິດທາງໃດ ທີ່ບໍ່ລະເມີດກົດຈະລາຈອນ? ກ. ໄປຊື່ ແລະ ລ້ຽວກັບໄດ້ ຂ. ລ້ຽວຂວາ ແລະ ລ້ຽວຊ້າຍໄດ້ ຄ. ລ້ຽວຊ້າຍ ແລະ ລ້ຽວກັບໄດ້ None 3. ພຶດຕິກໍາຂອງຜູ້ຂັບຂີ່ທີ່ບໍ່ປ່ອຍລົດຄັນທາງດ້ານຫຼັງຊີງຂື້ນໜ້າມີຄືແນວໃດ? ກ. ເປີດໄຟສັນຍານກໍ້າຊ້າຍ, ປິດມຸມການຊີງ ແລະ ເລັ່ງຄວາມໄວຂຶ້ນ ຂ. ເປີດໄຟສັນຍານກໍ້າຂວາ, ແນບເຂົ້າແຄມທາງກໍ້າຂວາ ແລະ ຜ່ອນຄວາມໄວລົງ ຄ. ເປີດໄຟສັນຍານກໍ້າຂວາ ແລະ ຂັບຂີ່ຕາມປົກກະຕິ ເພື່ອໃຫ້ສັນຍານຊີງຂຶ້ນໜ້າໄດ້ None 4. ການຍ່າງຕາມທາງຫຼວງນອກຕົວເມືອງທີ່ບໍ່ມີທາງຍ່າງສະເພາະຕ້ອງປະຕິບັດແນວໃດ? ກ. ການຍ່າງຕາມທາງຫຼວງນອກຕົວເມືອງທີ່ບໍ່ມີທາງຄົນຍ່າງສະເພາະຕ້ອງຍ່າງລຽບຕາມແຄມທາງເບື້ອງຊ້າຍ ຂ. ການຍ່າງຕາມທາງຫຼວງນອກຕົວເມືອງທີ່ບໍ່ມີທາງຄົນຍ່າງສະເພາະຕ້ອງຍ່າງລຽບຕາມແຄມທາງເບື້ອງຂວາ ຄ. ຖືກທັງສອງຂໍ້ None 5. ປ້າຍຫ້າມ ແລະ ປ້າຍເພີ່ມນີ້ ມີຄວາມໝາຍແນວໃດ? ກ. ກໍານົດໃຫ້ຢຸດ,ໃຫ້ຈອດ ທາງດ້ານໜ້າຂອງປ້າຍ ຂ. ບອກຈຸດສິ້ນສຸດເຂດບັງຄັບໃຊ້ຂອງປ້າຍ ຫ້າມຢຸດ ແລະ ຫ້າມຈອດລົດທຸກປະເພດ ຄ. ເຂດເລີ່ມຫ້າມຢຸດ ແລະ ຫ້າມຈອດລົດທຸກປະເພດນັບແຕ່ປ້າຍນີ້ຈົນຮອດທາງແຍກຂ້າງໜ້າ None 6. ປ້າຍໃດ ເປັນປ້າຍກໍານົດຄວາມໄວຕໍ່າສຸດ? ກ. ປ້າຍທີ 1 ຂ. ປ້າຍທີ 2 ຄ. ປ້າຍທີ 3 None 7. ການຈອດລົດຕາມແຄມທາງແບບສະຫຼ່ຽງ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ເຂົ້າຈອດຕາມລັກສະນະ ແລະ ຮູບແບບສະເພາະຕາມຄອງຈອດລົດທີ່ໄດ້ກໍານົດໄວ້ເທົ່ານັ້ນ ຂ. ເຂົ້າຈອດຄາບເສັ້ນຄອງຈອດລົດທີ່ໄດ້ກໍານົດໄວ້ ຫຼື ອີງຕາມສະພາບຄວາມເປັນຈິງ ຄ. ເຂົ້າຈອດໄດ້ສະເພາະບ່ອນທີ່ມີບໍລິເວນແຄບເທົ່ານັ້ນ None 8. ໃນເວລາລົດເກຍໂອໂຕມາຕິກ ຈະ ຂຶ້ນ-ລົງ ຄ້ອຍສູງຊັນ ຫຼື ທາງເປັນບວກເປັນຕົມ ຜູ້ຂັບຂີ່ຕ້ອງໃສ່ເກຍຫຍັງ? ກ. ໃສ່ເກຍ "D" ເພາະມັນເປັນເກຍໂອໂຕມາຕິກ ເກຍຈະປັບຂຶ້ນ ຫຼື ປັບລົງຕາມຄວາມໄວຂອງລົດ ຂ. ໃສ່ເກຍຕໍ່າ ເຊັ່ນ ເກຍ "L" ຫຼື "S" ຫຼື ໃສ່ເກຍ 2-1 ຈະເຮັດໃຫ້ເຄື່ອງຈັກເບົາ ແລະ ຊ່ວຍຫ້າມລໍ້ ຄ. ໃສ່ເກຍຕໍ່າ ເຊັ່ນ ເກຍ "L" ຫຼື "S" ຫຼື 2-1 ໃຊ້ບືນໃນເວລາລົດຄາ ຫຼື ລົດຕີນໝູນເທົ່ານັ້ນ None 9. ການກວດກາ ແລະ ບົວລະບັດຮັກສາປະຈໍາວັນຂອງລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ມີຫຍັງແດ່? ກ. ກວດກາ ລະດັບນໍ້າມັນຫ້າມລໍ້, ນໍ້າມັນຄາດ, ນໍ້າມັນເຄື່ອງຈັກ, ລະດັບນ້ຳໃນໝໍ້ນ້ຳ, ສາຍພານເຄື່ອງຈັກ ຂ. ກວດກາ ລະດັບນໍ້າມັນຫ້າມລໍ້, ນໍ້າມັນຄາດ, ນໍ້າມັນເຄື່ອງຈັກ, ລະດັບນ້ຳໃນໝໍ້ນ້ຳ, ສາຍພານເຄື່ອງຈັກ, ລົມຢາງຕີນລົດ, ລະບົບໄຟ ແລະ ອື່ນໆ ຄ. ກວດກາ ລະດັບນໍ້າມັນຫ້າມລໍ້, ນໍ້າມັນຄາດ, ນໍ້າມັນເຄື່ອງຈັກ, ລະດັບນ້ຳໃນໝໍ້ນ້ຳ, ສາຍພານເຄື່ອງຈັກ, ລົມຢາງຕີນລົດ None 10. ການບໍາລຸງຮັກສາລົດຕາມກໍານົດເວລາໃຊ້ງານມີຫຍັງແດ່ ? ກ. ປ່ຽນຖ່າຍນໍ້າມັນເຄື່ອງຈັກ, ນໍ້າມັນເກຍ, ນໍ້າມັນເຟືອງທ້າຍ, ນໍ້າມັນຫ້າມລໍ້, ໄສ້ກອງອາກາດ, ໄສ້ກອງແອເຢັນ, ປ່ຽນສະຫຼັບຢາງລໍ້, ປ່ຽນຖ່າຍຢາງລໍ້ ຫຼື ຕາມປຶ້ມຄູ່ມືທີ່ໄດ້ກຳນົດໄວ້ຈາກຜູ້ຜະລິດ ຂ. ປ່ຽນຖ່າຍນໍ້າມັນເຄື່ອງຈັກ, ນໍ້າມັນເກຍ, ນໍ້າມັນເຟືອງທ້າຍ, ໄສ້ກອງອາກາດ, ໄສ້ກອງແອເຢັນ, ປ່ຽນສະຫຼັບຢາງລໍ້ ຫຼື ປ່ຽນຖ່າຍຢາງລໍ້, ລະບົບໄຟສະຫວ່າງ ແລະ ໄຟເຕືອນອັນຕະລາຍ ຄ. ປ່ຽນຖ່າຍນໍ້າມັນເຄື່ອງຈັກ, ນໍ້າມັນເກຍ, ນໍ້າມັນເຟືອງທ້າຍ, ໄສ້ກອງອາກາດ, ປ່ຽນສະຫຼັບຢາງລໍ້ ຫຼື ປ່ຽນຖ່າຍຢາງລໍ້, ຢາງປັດນໍາຝົນ ຫຼື ຕາມປຶ້ມຄູ່ມືທີ່ໄດ້ກຳນົດໄວ້ຈາກຜູ້ຜະລິດ None 11. ເມື່ອເຫັນປ້າຍກໍານົດນີ້ ລົດຄັນໃດລະເມີດກົດຈະລາຈອນ? ກ. ຄັນທີ 1 ລະເມີດ ຍ້ອນວ່າຂ້າມເສັ້ນແບ່ງໃຈກາງທາງ ຂ. ຄັນທີ 2 ລະເມີດ ຍ້ອນວ່າມີປ້າຍກໍານົດໃຫ້ເວັ້ນໄປທາງກໍ້າຊ້າຍ ຄ. ບໍ່ມີຄັນໃດລະເມີດ None 12. ໃນເວລາລົດແລ່ນ ເມື່ອເຫັນສັນຍາລັກແບບຮູບນີ້ ຮຸ່ງຂຶ້ນຢູ່ໜ້າປັດສະແດງການເຮັດວຽກຂອງລົດ ມີຄວາມໝາຍແນວໃດ? ກ. ໝໍ້ໄຟໝົດອາຍຸການນໍາໃຊ້ ຂ. ໝໍ້ໄຟມີລະດັບນໍ້າກັ່ນບົກແຫ້ງ ຄ. ລະບົບສາກໄຟເຂົ້າໝໍ້ໄຟຂັດຂ້ອງ ງ, ຖືກໝົດທຸກຂໍ້ None 13. ຜູ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ຫຼື ສິນຄ້າ ທີ່ປະຕິບັດໜ້າທີ່ຢ່າງເຂັ້ມງວດ ຕ້ອງປະຕິບັດຫຍັງແດ່ ? ກ. ຜູ້ຂັບຂີ່ຕ້ອງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເປັນມືອາຊີບ, ພ້ອມກັນນັ້ນ ຍັງຕ້ອງອໍານວຍຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການມີ ຄວາມສະດວກສະບາຍ, ເພີ່ງພໍໃຈ, ປອດໄພ, ວ່ອງໄວ ແລະ ໄປເຖິງຈຸດໝາຍປາຍທາງຕາມກໍານົດເວລາ ຂ. ຜູ້ຂັບຂີ່ຕ້ອງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເປັນມືອາຊີບ, ບໍ່ກ້າວກ່າຍສິດ ແລະ ໜ້າທີ່ຂອງຜູ້ອື່ນ ທີ່ຈະພາໃຫ້ເກີດຜົນເສຍຫາຍຕາມມາ, ພ້ອມກັນນັ້ນ ຍັງຕ້ອງອໍານວຍຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການມີ ຄວາມສະດວກສະບາຍ, ເພີ່ງພໍໃຈ, ປອດໄພ, ວ່ອງໄວ ແລະ ໄປເຖິງຈຸດໝາຍປາຍທາງຕາມກໍານົດເວລາ ຄ. ຖືກທັງສອງຂໍ້ None 14. ການຊ່ວຍເຫຼືອຜູ້ບາດເຈັບຈາກອຸບປະຕິເຫດຕາມທາງຫຼວງ ໂດຍການປໍ້າຫົວໃຈ ເປົ່າລົມເຂົ້າປອດ ມີຂັ້ນຕອນແນວໃດ? ກ. ກົດໜ້າເອິກ, ເປີດທາງເດີນຫາຍໃຈ, ເປົ່າປາກຊ່ວຍຫາຍໃຈ ຂ. ກົດໜ້າທ້ອງ, ເປີດທາງເດີນຫາຍໃຈ, ເປົ່າປາກຊ່ວຍຫາຍໃຈ ຄ. ກົດໜ້າເອິກ, ປິດຫາຍໃຈທາງປາກ, ເປົ່າລົມເຂົ້າຮູ່ດັງຊ່ວຍຫາຍໃຈ None 15. ເມື່ອເຫັນເຄື່ອງໝາຍລູກສອນສີຂາວຢູ່ໜ້າທາງນີ້ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ຜູ້ຂັບຂີ່ຕ້ອງປ່ຽນເຂົ້າຊ່ອງຈະລາຈອນກໍ້າຂວາ ຍ້ອນວ່າທາງໜ້າຈະເປັນທາງຕັນ ຂ. ຜູ້ຂັບຂີ່ຕ້ອງປ່ຽນເຂົ້າຊ່ອງຈະລາຈອນກໍ້າຂວາ ຍ້ອນວ່າທາງດ້ານໜ້າມີສິ່ງກີດຂວາງ ຄ. ຜູ້ຂັບຂີ່ຕ້ອງປ່ຽນເຂົ້າຊ່ອງຈະລາຈອນກໍ້າຂວາ ຍ້ອນວ່າທາງດ້ານໜ້າຈະແຄບລົງ ຫຼື ຈະມີຊ່ອງຈະລາຈອນດຽວ None 16. ເປັນຫຍັງຈຶ່ງຫ້າມ ລ້ຽວຊ້າຍຈາກຊ່ອງຈະລາຈອນກໍ້າຂວາສຸດ? ກ. ໃນເວລາລ້ຽວຊ້າຍຈາກຊ່ອງຈະລາຈອນກໍ້າຂວາສຸດ ຜູ້ຂັບຂີ່ຕ້ອງເປີດໄຟສັນຍານກໍ້າຊ້າຍ ແລະ ເພີ່ມຄວາມໄວຂຶ້ນເພື່ອລ້ຽວຊ້າຍເຂົ້າຕາມຊ່ອງຈະລາຈອນທີ່ຕ້ອງການ ຂ. ໃນເວລາລ້ຽວຊ້າຍຈາກຊ່ອງຈະລາຈອນກໍ້າຂວາສຸດ ຜູ້ຂັບຂີ່ຈະໄປຕັດໜ້າລົດຄັນອື່ນທີ່ແລ່ນມາຈາກກໍ້າຊ້າຍຂອງຕົນໃນທິດທາງຈະລາຈອນດຽວກັນ ຊຶ່ງຈະມີຄວາມສ່ຽງທີ່ພາໃຫ້ເກີດອຸບປະຕິເຫດ ຄ. ໃນເວລາລ້ຽວຊ້າຍຈາກຊ່ອງຈະລາຈອນກໍ້າຂວາສຸດ ຜູ້ຂັບຂີ່ຕ້ອງເປີດໄຟສັນຍານກໍ້າຊ້າຍແລ້ວລ້ຽວເຂົ້າໄປຊ່ອງຈະລາຈອນທີ່ຕ້ອງການ None 17. ປ້າຍຫ້າມ ແລະ ປ້າຍເພີ່ມນີ້ ມີຄວາມໝາຍແນວໃດ? ກ. ນັບແຕ່ປ້າຍນີ້ໄປອີກ 300 ແມັດ ຈະເຖິງທາງທີ່ມີຄວາມກວ້າງຈໍາກັດ ຫ້າມລົດຂົນສົ່ງທຸກປະເພດທີ່ບັນທຸກເຄື່ອງຂອງ ຫຼື ລົດເປົ່າ ທີ່ມີຄວາມກວ້າງເກີນກວ່າ 2.7 ແມັດ ເຂົ້າໄປ ຂ. ນັບແຕ່ປ້າຍນີ້ໄປອີກ 300 ແມັດ ຈະເຖິງທາງທີ່ມີຄວາມກວ້າງຈໍາກັດ ອະນຸຍາດລົດຂົນສົ່ງທຸກປະເພດທີ່ບັນທຸກເຄື່ອງຂອງ ຫຼື ລົດເປົ່າ ທີ່ມີຄວາມກວ້າງເກີນກວ່າ 2.7 ແມັດ ເຂົ້າໄປ ຄ. ຖືກທັງສອງຂໍ້ None 18. ເມື່ອເກີດອຸບປະຕິເຫດ ການສິ້ນເປືອງໃນການປິ່ນປົວ ມີການພົວພັນເຖິງໃຜແດ່? ກ. ຕົນເອງ, ຜູ້ປົກຄອງ, ຍາດພີ່ນ້ອງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ການດູແລຊ່ວຍເຫຼືອຂອງພາກ ລັດ ແລະ ເອກະຊົນ ຂ. ຜູ້ຮູ້ຈັກ ຮັກແພງກັນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ການດູແລຊ່ວຍເຫຼືອຂອງພາກ ລັດ ແລະ ເອກະຊົນ ຄ. ມູນນິທິຂອງຕ່າງປະເທດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ການດູແລຊ່ວຍເຫຼືອຂອງພາກ ລັດ ແລະ ເອກະຊົນ ຕໍ່ຜູ້ບາດເຈັບ None 19. ການປ້ອງກັນບໍ່ໃຫ້ເກີດອຸບປະຕິເຫດຕາມທາງຫຼວງມີຈັກວິທີຄືວິທີໃດແດ່? ກ. ມີ 4 ວິທີຄື: ປ້ອງກັນບໍ່ໃຫ້ຜູ້ອື່ນມາຕໍາເຮົາ, ປ້ອງກັນບໍ່ໃຫ້ເຮົາໄປຕໍາຜູ້ອື່ນ, ປ້ອງກັນບໍ່ເປັນເຫດໃຫ້ຜູ້ອື່ນຕໍາກັນ ແລະ ປ້ອງກັນບໍ່ໃຫ້ລົດເປ່ເພກາງທາງ ຂ. ມີ 3 ວິທີຄື: ປ້ອງກັນບໍ່ໃຫ້ຜູ້ອື່ນມາຕໍາເຮົາ, ປ້ອງກັນບໍ່ໃຫ້ເຮົາໄປຕໍາຜູ້ອື່ນ ແລະ ປ້ອງກັນບໍ່ເປັນສາເຫດໃຫ້ຜູ້ອື່ນຕໍາກັນ ຄ. ມີ 2 ວິທີຄື: ປ້ອງກັນບໍ່ໃຫ້ຜູ້ອື່ນມາຕໍາເຮົາ ແລະ ປ້ອງກັນບໍ່ໃຫ້ເຮົາໄປຕໍາຜູ້ອື່ນ None 20. ອາຫານປະເພດໃດທີ່ເປັນຕົວເສີມສ້າງກ້າມເນື້ອ ແລະ ຈຸລັງຕ່າງໆໃນຮ່າງກາຍສໍາລັບຜູ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ? ກ. ປະເພດຊີ້ນສັດທຸກຊະນິດ, ໄຂ່, ນົມ, ຕັບ ແລະ ປະເພດຖົ່ວທຸກຊະນິດ ຂ. ປະເພດພືດທຸກຊະນິດ, ໜໍ່ໄມ້, ເຜືອກ, ຫົວມັນ ແລະ ປະເພດຖົ່ວທຸກຊະນິດ ຄ. ປະເພດຊີ້ນສັດທຸກຊະນິດ, ໄຂ່, ນົມ, ຕັບ, ແປ້ງ ແລະ ປະເພດຖົ່ວທຸກຊະນິດ None 21. ລົດຄັນໃດມີສິດໄປກ່ອນ? ກ. ລົດຂົນສົ່ງຜູ້ໂດຍສານມີສິດໄປກ່ອນ ຂ. ລົດເກງມີສິດໄປກ່ອນ None 22. ລົດຄັນໃດມີສິດໄປກ່ອນ? ກ. ລົດເກງລ້ຽວຊ້າຍ ຂ. ລົດເກງໄປຊື່ ຄ. ລົດບັນທຸກໄປຊື່ None 23. ລົດຄັນໃດລ້ຽວລົດລະເມີດກົດຈະລາຈອນ? ກ. ຄັນທີ 1 ລະເມີດ ຍ້ອນວ່າຢູ່ເບື້ອງເສັ້ນແບ່ງທິດທາງສັນຈອນເປັນເສັ້ນເຕັມ ຂ. ຄັນທີ 2 ລະເມີດ ຍ້ອນວ່າຢູ່ເບື້ອງເສັ້ນແບ່ງທິດທາງສັນຈອນເປັນເສັ້ນຂາດ ຄ. ລະເມີດທັງສອງຄັນ None 24. ສິ່ງລົບກວນ ແລະ ທໍາລາຍ ສະມາທິ ຂອງຜູ້ຂັບຂີ່ລົດ ທີ່ເກີດມາຈາກພາຍນອກລົດ ມີຫຍັງແດ່? ກ. ທີວທັດທໍາມະຊາດ, ຄົນຍ່າງນອກທາງ, ການເບິ່ງເຫັນໄດ້ໃນໄລຍະໄກ ຂ. ທີວທັດທໍາມະຊາດ, ທັດສະນະວິໄສການເບິ່ງເຫັນ, ຄົນຍ່າງ ແລະ ສັດລ້ຽງ ຕາມແຄມທາງ ຄ. ອ່ານຂໍ້ຄວາມໃນໂທລະສັບ, ຄົນຍ່າງແຄມທາງ, ທັດສະນະວິໄສການເບິ່ງເຫັນ None 25. ປ້າຍແນະນໍານີ້ ມີຄວາມໝາຍຄືແນວໃດ ? ກ. ລົດທົ່ວໄປສາມາດເຂົ້າຈອດຢູ່ບ່ອນຈອດລົດທາງກໍ້າຊ້າຍ ຂ. ລົດທົ່ວໄປບໍ່ສາມາດເຂົ້າຈອດຢູ່ບ່ອນຈອດລົດທາງກໍ້າຊ້າຍ ຄ. ລົດບັນທຸກນໍ້າໜັກລວມເກີນ 3,500 ກິໂລກຣາມ ບໍ່ສາມາດເຂົ້າຈອດຢູ່ບ່ອນຈອດລົດທາງກໍ້າຊ້າຍ None 26. ອຸບປະຕິເຫດຕາມທາງຫຼວງ ມີຄວາມໝາຍແນວໃດ? ກ. ອຸບປະຕິເຫດຕາມທາງຫຼວງໝາຍເຖິງ ເຫດການທີ່ເກີດຂຶ້ນກັບຍານພາຫະນະທີ່ຈະລາຈອນຕາມທາງຫຼວງ ດ້ວຍການ ກະທົບກັບ ຍານພາຫະນະ, ຄົນ, ສັດ, ວັດຖຸສິ່ງຂອງ, ສິ່ງປຸກສ້າງ ຕາມແຄມທາງ ຊຶ່ງພາໃຫ້ມີຜູ້ບາດເຈັບ, ເສຍຊີວິດ ຫຼື ຊັບສິນໄດ້ຮັບຄວາມເສຍຫາຍ ຂ.ອຸບປະຕິເຫດຕາມທາງຫຼວງໝາຍເຖິງ ເຫດການທີ່ເກີດຂຶ້ນກັບຍານພາຫະນະທີ່ຈະລາຈອນຕາມທາງຫຼວງ ດ້ວຍການກະທົບກັບ ຍານພາຫະນະ, ຄົນ, ສັດ, ວັດຖຸສິ່ງຂອງ, ສິ່ງປຸກສ້າງ ທີ່ພາໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິດ ຄ. ອຸບປະຕິເຫດຕາມທາງຫຼວງໝາຍເຖິງ ເຫດການທີ່ເກີດຂຶ້ນລະຫວ່າງຍານພາຫະນະສອງ ຫຼື ຫຼາຍຄັນຕໍາກັນ ຊຶ່ງເຮັດໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິດ None 27. ປ້າຍໃດ ເປັນປ້າຍເຕືອນ ລະວັງຄົນຍ່າງຂ້າມທາງ? ກ. ປ້າຍທີ 1 ຂ. ປ້າຍທີ 2 ຄ. ປ້າຍທີ 3 None 28. ເມື່ອເຫັນປ້າຍນີ້ ຜູ້ຂັບຂີ່ລົດບັນທຸກ ສາມາດຊີງຂຶ້ນໜ້າໄດ້ບໍ? ກ. ຫ້າມລົດບັນທຸກ ຊີງຂຶ້ນໜ້າ ປະເພດລົດເບົາ ທີ່ແລ່ນໃນທິດທາງດຽວກັນ ຊີງໄດ້ແຕ່ລົດບັນທຸກ ທີ່ມີນໍ້າ ໜັກລວມເກີນ 3,500 ກິໂລກຣາມ ຂ. ຫ້າມລົດບັນທຸກ ຊີງຂຶ້ນໜ້າ ຍົກເວັ້ນ ລົດຈັກສອງລໍ້, ກວຽນ, ລໍ້ ທີ່ລາກແກ່ດ້ວຍສັດ ແລະ ລົດທີ່ມີຄວາມໄວຕໍ່າ ຄ. ຖືກທັງສອງຂໍ້ None 29. ກ່ອນຈະໃຊ້ເກຍເພື່ອຂັບເຄື່ອນລົດສີ່ລໍ້ລຸ້ນເກົ່າ ຜູ້ຂັບຂີ່ຕ້ອງເຮັດຫຍັງແດ່? ກ. ໃຫ້ປັບຫົວເພົາລໍ້ໜ້າທັງສອງເບື້ອງຈາກຕໍາແໜ່ງຫວ່າງ (Free) ໄປຫາຕໍາແໜ່ງລັອກ (Lock) ຂ. ໃຫ້ປັບຫົວເພົາລໍ້ໜ້າຂອງເບື້ອງຊ້າຍຈາກຕໍາແໜ່ງຫວ່າງ (Free) ໄປຫາຕໍາແໜ່ງລັອກ (Lock) ຄ. ໃຫ້ປັບຫົວເພົາລໍ້ໜ້າຂອງເບື້ອງຂວາຈາກຕໍາແໜ່ງຫວ່າງ (Free) ໄປຫາຕໍາແໜ່ງລັອກ (Lock) None 30. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍແນວໃດ ? ກ. ຫ້າມຈອດລົດທຸກປະເພດໃນວັນຄູ່ຕາມປະຕິທິນ (ວັນທີ 2, 4, 6,...) ແຕ່ບ່ອນຕັ້ງປ້າຍໄປຈົນເຖິງທາງແຍກຂ້າງໜ້າ ຂ. ຫ້າມຈອດລົດທຸກປະເພດໃນວັນຄີກຕາມປະຕິທິນ (ວັນທີ 1, 3, 5,...) ແຕ່ບ່ອນຕັ້ງປ້າຍໄປຈົນເຖິງທາງແຍກຂ້າງໜ້າ ຄ. ຫ້າມຈອດລົດທຸກປະເພດໃນວັນຄີກຕາມປະຕິທິນ (ວັນ ຈັນ, ພຸດ, ສຸກ, ອາທິດ) ແຕ່ບ່ອນຕັ້ງປ້າຍໄປຈົນເຖິງທາງແຍກຂ້າງໜ້າ None 1 out of 30 Prev Post Quiz ປະເພດລົດເບົາ B Next Post Quiz ປະເພດລົດບັນທຸກສິນຄ້າຂະໜາດກາງ C1