ຍິນດີຕອນຮັບສູ່ Smart Driver Education
Contact Info
ໂທ
Skip to content
ຍິນດີຕອນຮັບສູ່ Smart Driver Education
Thoummavongsa@hotmail.com
+85620 9918 9997
ໜ້າຫຼັກ
ຫລັກສູດຝຶກອົບຮົມ
ກິດຈະກຳແລະບົດຄວາມ
E-LEARNING & SHOP
ກ່ຽວກັບເຮົາ
ຕິດຕໍ່ເຮົາ
ໂທ
ປະເພດລົດເບົາ B
Home
ປະເພດລົດເບົາ B
Quiz ປະເພດລົດເບົາ B ມີທັງໝົດ 25 ຄຳຖາມ ເວລາໃນການເຮັດ 25 ນາທີ
ຊື່-ນາມສະກຸນ
ເບີໂທລະສັບ
ອີເມວ(ຖ້າມີ)
1.
ປ້າຍຫ້າມນີ້ ມີຄວາມໝາຍຄືແນວໃດ?
ກ. ຫ້າມການສັນຈອນຂອງລົດເບົາ
ຂ. ຫ້າມການສັນຈອນລົດ ຈັກ, ສາມລໍ້, ລົດໄຖນາ ແລະ ລົດເບົາ
ຄ. ຫ້າມການສັນຈອນຂອງລົດສີ່ລໍ້ຂຶ້ນໄປທຸກປະເພດ ລວມທັງລົດສາມລໍ້
None
2.
ເມື່ອນໍາໃຊ້ໄດ້ ໄລຍະທາງ 40,000 ກິໂລແມັດ ຈະປ່ຽນຖ່າຍ ຫຍັງແດ່?
ກ. ປ່ຽນຖ່າຍ ນໍ້າມັນ ເຄື່ອງຈັກ, ຫ້າມລໍ້, ຄາດ, ພາວເວີພວງມະໄລ, ເກຍ, ນໍ້າຢາໝໍ້ນໍ້າ ແລະ ສາຍພານພັດລົມ
ຂ. ປ່ຽນຖ່າຍ ເຄື່ອງກອງ ນໍ້າມັນ ເຄື່ອງຈັກ, ເຊື້ອໄຟ, ເຄື່ອງກອງ ອາກາດ ແລະ ແອເຢັນ, ກະແລັດຫົວເພົາ ແລະ ຢາງຕີນລົດ
ຄ. ຖືກທັງສອງຂໍ້
None
3.
ຖ້າກວດພົບນ້ຳມັນເຄື່ອງຈັກລົດປ່ຽນສີເປັນສີເທົາ (ຂາວຂຸ້ນ) ມີຄວາມໝາຍວ່າແນວໃດ ແລະ ຜູ້ຂັບຂີ່ຕ້ອງເຮັດແນວໃດ?
ກ. ມີນ້ຳເຂົ້າໄປເຈືອປົນກັບນ້ຳມັນເຄື່ອງຈັກລົດ, ໃນກໍລະນີດັງກ່າວນີ້ ສາມາດນໍາໃຊ້ລົດໄດ້ຊົ່ວຄາວ ແລະ ຕ້ອງເອີ້ນຊ່າງມາກວດກາແກ້ໄຂ
ຂ. ມີນ້ຳເຂົ້າໄປເຈືອປົນກັບນ້ຳມັນເຄື່ອງຈັກລົດ, ໃນກໍລະນີດັງກ່າວນີ້ ແມ່ນບໍ່ໃຫ້ນໍາໃຊ້ລົດຢ່າງເດັດຂາດ ແລະ ຕ້ອງເອີ້ນຊ່າງມາກວດກາແກ້ໄຂ
ຄ. ຖືກທັງສອງຂໍ້
None
4.
ພຶດຕິກໍາຂອງຜູ້ຂັບຂີ່ທີ່ບໍ່ປ່ອຍລົດຄັນທາງດ້ານຫຼັງຊີງຂື້ນໜ້າມີຄືແນວໃດ?
ກ. ເປີດໄຟສັນຍານກໍ້າຊ້າຍ, ປິດມຸມການຊີງ ແລະ ເລັ່ງຄວາມໄວຂຶ້ນ
ຂ. ເປີດໄຟສັນຍານກໍ້າຂວາ, ແນບເຂົ້າແຄມທາງກໍ້າຂວາ ແລະ ຜ່ອນຄວາມໄວລົງ
ຄ. ເປີດໄຟສັນຍານກໍ້າຂວາ ແລະ ຂັບຂີ່ຕາມປົກກະຕິ ເພື່ອໃຫ້ສັນຍານຊີງຂຶ້ນໜ້າໄດ້
None
5.
ການປ້ອງກັນອຸບັດຕິເຫດແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໃຜ?
ກ. ແມ່ນໜ້າທີ່ຂອງຜູ້ຂັບລົດທຸກຄົນ, ເຈົ້າໜ້າທີ່ທີ່ຮັບຜິດຊອບ ບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ, ການກໍ່ສ້າງ ແລະ ສ້ອມແປງທາງຫຼວງ
ຂ. ແມ່ນໜ້າທີ່ຂອງຜູ້ຂັບລົດທຸກຄົນ, ເຈົ້າໜ້າທີ່ຮັບຜິດຊອບບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ ແລະ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ
ຄ. ແມ່ນໜ້າທີ່ຂອງຜູ້ໃຊ້ລົດ, ຜູ້ໃຊ້ທາງຫຼວງ ທຸກຄົນ, ເຈົ້າໜ້າທີ່ຮັບຜິດຊອບບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ
None
6.
ເປັນຫຍັງໃນເວລາຂັບຂີ່ລົດຜູ້ຂັບຂີ່ຕ້ອງເບິ່ງແບບໃຊ້ສາຍຕາກວາດໄປ ກວາດມາ ໃຫ້ທົ່ວທຸກຈຸດ?
ກ. ເພື່ອໃຫ້ເຫັນສະພາບກ່ອນ ທັງເປັນການຝຶກໃຫ້ເປັນນິດໄສໄປໃນຕົວ, ຄວນເບິ່ງເສັ້ນແບ່ງທິດທາງສັນຈອນເປັນຫຼັກ ຈະເຮັດໃຫ້ບໍ່ເກີດຄວາມອິດເມື່ອຍໄວ
ຂ. ເພື່ອໃຫ້ຮູ້ ແລະ ເຫັນສະພາບກ່ອນ ທັງເປັນການບໍລິຫານສາຍຕາໄປໃນຕົວ, ບໍ່ຄວນເບິ່ງຈ້ອງຢູ່ຈຸດໃດຈຸດໜຶ່ງດົນເກີນໄປ ຍ້ອນວ່າຈະເຮັດໃຫ້ເກີດຄວາມອິດເມື່ອຍສາຍຕາໄວ
ຄ. ເພື່ອໃຫ້ເຫັນສະພາບກ່ອນ ທັງເປັນການບໍລິຫານສາຍຕາໄປໃນຕົວ, ຄວນຈ້ອງເບິ່ງແຄມທາງກໍ້າຂວາເວລາຂັບລົດໄປ ຈະເຮັດໃຫ້ບໍ່ເກີດຄວາມອິດເມື່ອຍໄວ
None
7.
ເປັນຫຍັງຈຶ່ງໃຫ້ຫຼີກເວັ້ນການຢຸດລົດແບບກະທັນຫັນ?
ກ. ຈະກໍ່ໃຫ້ເກີດອຸບປະຕິເຫດ, ລົດທີ່ມາຕາມຫຼັງບໍ່ສາມາດຫຼົບຫຼີກໄດ້ທັນ ແລະ ຈະເຮັດໃຫ້ຕຳທ້າຍລົດເຮົາ ຫຼື ບາງທີ່ລົດເຮົາອາດຈະເສຍຫຼັກໄດ້
ຂ. ຈະກໍ່ໃຫ້ເກີດອຸບປະຕິເຫດ, ລົດທີ່ມາຕາມຫຼັງບໍ່ສາມາດຢຽບຫ້າມລໍ້ໄດ້ທັນ ແລະ ຈະເຮັດໃຫ້ຕຳທ້າຍລົດເຮົາ ຫຼື ບາງທີ່ລົດເຮົາອາດຈະເສຍຫຼັກໄດ້
ຄ. ຖືກທັງສອງຂໍ້
None
8.
ການຈອດລົດຕາມແຄມທາງ ຜູ້ຂັບຕ້ອງປະຕິບັດແນວໃດ?
ກ. ໃຫ້ຈອດເປັນແຖວດຽວ ແບບສະຫຼຽງ ເອົາຫົວລົດເຂົ້າຫາຂອບທາງເພື່ອໃຫ້ສາມາດຈອດໄດ້ຫຼາຍຄັນ
ຂ. ໃຫ້ຈອດເປັນແຖວດຽວ, ໃຫ້ຂະໜານກັບຂອບທາງກໍ້າຂວາ ແລະ ຫ່າງຈາກແຄມທາງໃຫ້ເກີນ 40 ຊັງຕີແມັດ
ຄ. ໃຫ້ຈອດເປັນແຖວດຽວ, ໃຫ້ຂະໜານກັບຂອບທາງກໍ້າຂວາ ແລະ ໃຫ້ຫ່າງຈາກແຄມທາງບໍ່ເກີນ 30 ຊັງຕີແມັດ
None
9.
ເມື່ອເຫັນເຄື່ອງໝາຍສີເຫຼືອງເສັ້ນຂາດນີ້ຢູ່ແຄມທາງ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ?
ກ. ອະນຸຍາດໃຫ້ຢຸດຊົ່ວຄາວໄດ້
ຂ. ອະນຸຍາດໃຫ້ຈອດລົດໄດ້
ຄ. ຖືກທັງສອງຂໍ້
None
10.
ເມື່ອລົດສອງຄັນມາຮອດຂົວພ້ອມກັນ ລົດຄັນໃດມີສິດໄປກ່ອນ?
ກ. ລົດເກງ ສີເຫຼືອງ ໝາຍເລກ 1 ມີສິດໄປກ່ອນ ຍ້ອນມີປ້າຍບອກສິດ
ຂ. ລົດເກງ ສີຟ້າ ໝາຍເລກ 2 ມີສິດໄປກ່ອນ ຍ້ອນມີປ້າຍບອກສິດ
ຄ. ຖືກທັງສອງຂໍ້
None
11.
ໃນກໍລະນີໄຟສັນຍານຈະລາຈອນບໍ່ເຮັດວຽກ, ລົດຄັນໃດມີສິດໄປກ່ອນ?
ກ. ລົດບັນທຸກໄປຊື່
ຂ. ລົດເກງມີສິດໄປກ່ອນ
None
12.
ຮູບໃດສະແດງໃຫ້ເຫັນວ່າການຊີງຂຶ້ນໜ້າລະເມີດກົດຈະລາຈອນທາງບົກ?
ກ. ຮູບທີ 1
ຂ. ຮູບທີ 2
ຄ. ຮູບທີ 3
None
13.
ໃນກໍລະນີໄຟສັນຍານຈະລາຈອນເປັນສີເຫຼືອງ ຮຸ່ງກະພິບເປັນຈັງຫວະຄືກັນທຸກເບຶ້ອງ ລົດຄັນໃດມີສິດໄປກ່ອນ?
ກ. ລົດເກງ
ຂ. ລົດບັນທຸກ
None
14.
ການຊ່ວຍເຫຼືອຜູ້ບາດເຈັບຈາກອຸບປະຕິເຫດຕາມທາງຫຼວງ ໂດຍການປໍ້າຫົວໃຈ ເປົ່າລົມເຂົ້າປອດ ມີຂັ້ນຕອນແນວໃດ?
ກ. ກົດໜ້າເອິກ, ເປີດທາງເດີນຫາຍໃຈ, ເປົ່າປາກຊ່ວຍຫາຍໃຈ
ຂ. ກົດໜ້າທ້ອງ, ເປີດທາງເດີນຫາຍໃຈ, ເປົ່າປາກຊ່ວຍຫາຍໃຈ
ຄ. ກົດໜ້າເອິກ, ປິດຫາຍໃຈທາງປາກ, ເປົ່າລົມເຂົ້າຮູ່ດັງຊ່ວຍຫາຍໃຈ
None
15.
ປ້າຍຫ້າມນີ້ ມີຄວາມໝາຍຄືແນວໃດ?
ກ. ຫ້າມການສັນຈອນຂອງລົດບັນທຸກທີ່ມີນໍ້າໜັກລວມເກີນ 3,500 ກິໂລກຣາມ ຂຶ້ນໄປ
ຂ. ຫ້າມການສັນຈອນຂອງລົດບັນທຸກທີ່ມີນໍ້າໜັກລວມບໍ່ເກີນ 3,500 ກິໂລກຣາມ
ຄ. ຫ້າມການສັນຈອນຂອງລົດບັນທຸກ ທຸກປະເພດ ລວມທັງລົດຜູ້ໂດຍສານ ແລະ ລົດໄຖນາ
None
16.
ຜູ້ຂັບຂີ່ທີ່ຈະຜ່ານທາງແຍກ ຫຼື ບໍ່ແມ່ນທາງແຍກ ທີ່ມີໄຟສັນຍານຄວບຄຸມ ເປັນສີແດງ ຕ້ອງປະຕິບັດແນວໃດ?
ກ. ຜູ້ຂັບຂີ່ທີ່ຈະຜ່ານທາງແຍກ ທີ່ມີໄຟສັນຍານຄວບຄຸມ ເປັນສີແດງ ຕ້ອງຢຸດລົດຢູ່ໜ້າເສັ້ນຢຸດ, ຖ້າບໍ່ມີເສັ້ນຢຸດໃຫ້ຢຸດເອົາຫົວລົດພຽງແລວຂອບທາງທີ່ຕັດຢູ່ທາງໜ້າຂອງຕົນ, ມີໄຟສັນຍານຈະລາຈອນ ຢູ່ທີ່ບໍ່ແມ່ນທາງແຍກຕ້ອງຢຸດຢູ່ຕໍ່ໜ້າໄຟສັນຍານ
ຂ. ຜູ້ຂັບຂີ່ທີ່ຈະຜ່ານທາງແຍກ ທີ່ມີໄຟສັນຍານຄວບຄຸມ ເປັນສີແດງ ຕ້ອງຢຸດລົດຢູ່ໜ້າເສັ້ນຢຸດ, ຖ້າບໍ່ມີເສັ້ນຢຸດໃຫ້ຢຸດຢູ່ກ່ອນແລວຂອບທາງທີ່ຕັດກັບທິດທາງໜ້າຂອງຕົນປະມານ 1.5 ແມັດ, ສໍາລັບບ່ອນມີໄຟສັນຍານຈະລາຈອນ ທີ່ບໍ່ແມ່ນທາງແຍກ ຕ້ອງຢຸດຢູ່ຕໍ່ໜ້າໄຟສັນຍານ
ຄ. ຜູ້ຂັບຂີ່ທີ່ຈະຜ່ານທາງແຍກ ທີ່ມີໄຟສັນຍານຄວບຄຸມ ເປັນສີແດງ ຕ້ອງຢຸດລົດຢູ່ຫຼັງເສັ້ນຢຸດ, ຖ້າບໍ່ມີເສັ້ນຢຸດໃຫ້ຢຸດກ່ອນຮອດແລວຂອບທາງທີ່ຕັດກັບທິດທາງໜ້າຂອງຕົນປະມານ 1.5 ແມັດ, ມີໄຟສັນຍານຈະລາຈອນຢູ່ ທີ່ບໍ່ແມ່ນທາງແຍກຕ້ອງຢຸດຢູ່ຫຼັງໄຟສັນຍານ
None
17.
ຈົ່ງລຽງລໍາດັບຜູ້ຂັບຂີ່ລົດຄັນໃດມີສິດໄປກ່ອນ ແລະ ຄັນໃດໄປຕາມຫຼັງ?
ກ. ລົດເກັງສີຟ້າໄປທີ 1, ລົດຈັກໄປທີ 2, ລົດຂົນສົ່ງຜູ້ໂດຍສານສີເຫຼືອງໄປສຸດທ້າຍ
ຂ. ລົດເກັງສີຟ້າໄປທີ 1, ລົດຂົນສົ່ງຜູ້ໂດຍສານສີເຫຼືອງໄປທີ 2, ລົດຈັກໄປສຸດທ້າຍ
ຄ. ລົດຈັກໄປທີ 1, ລົດເກັງສີຟ້າໄປທີ 2, ລົດຂົນສົ່ງຜູ້ໂດຍສານສີເຫຼືອງໄປສຸດທ້າຍ
None
18.
ລົດສອງຄັນນີ້ ໄປພ້ອມກັນໄດ້ບໍ?
ກ. ໄດ້
ຂ. ບໍ່ໄດ້
None
19.
ຜູ້ຂັບຂີ່ໃຊ້ໄຟສັນຍານລ້ຽວໃນເວລາໃດ?
ກ. ຜູ້ຂັບຂີ່ ຕ້ອງໃຊ້ໄຟສັນຍານລ້ຽວ ກ່ອນຈະອອກຈາກແຄມທາງ, ປ່ຽນຊ່ອງຈະລາຈອນ, ຊີງຂຶ້ນໜ້າ, ເຂົ້າຢຸດ ຫຼື ຈອດ
ຂ. ຜູ້ຂັບຂີ່ ຕ້ອງໃຊ້ໄຟສັນຍານລ້ຽວ ຂວາ, ຊ້າຍ, ກັບ ລ່ວງໜ້າຢ່າງໜ້ອຍ 30 ແມັດ ໃນເຂດຕົວເມືອງ
ຄ. ຜູ້ຂັບຂີ່ ຕ້ອງໃຊ້ໄຟສັນຍານລ້ຽວລ່ວງໜ້າ ເປັນໄລຍະທາງເທົ່າກັບຄວາມໄວຂອງລົດທີ່ກໍາລັງແລ່ນ ສໍາລັບທາງນອກເຂດຕົວເມືອງ
ງ. ຖືກໝົດທຸກຂໍ້
None
20.
ເພື່ອອະນຸຍາດໃຫ້ລົດຄັນທີ່ແລ່ນທາງດ້ານຫຼັງຊີງຂຶ້ນໜ້າໄດ້ ຜູ້ຂັບຂີ່ຄວນປະຕິບັດແນວໃດ?
ກ. ເປີດໄຟສັນຍານລ້ຽວຊ້າຍ, ແນບເຂົ້າແຄມທາງກໍ້າຂວາ ແລະ ຜ່ອນຄວາມໄວລົງ
ຂ. ເປີດໄຟສັນຍານລ້ຽວຂວາ, ແນບເຂົ້າແຄມທາງກໍ້າຂວາ ແລະ ຜ່ອນຄວາມໄວລົງ
ຄ. ເປີດໄຟສັນຍານລ້ຽວຂວາ, ແນບເຂົ້າແຄມທາງກໍ້າຂວາ ແລະ ຂັບຂີ່ໄປຕາມປົກກະຕິ
None
21.
ປ້າຍຫ້າມ ແລະ ປ້າຍເພີ່ມນີ້ ມີຄວາມໝາຍຄືແນວໃດ?
ກ. ໃຊ້ຄວາມໄວເກີນ 40 ກິໂລແມັດຕໍ່ຊົ່ວໂມງ ໃນເວລາໜ້າທາງປຽກ
ຂ. ຫ້າມໃຊ້ຄວາມໄວເກີນ 40 ກິໂລແມັດຕໍ່ຊົ່ວໂມງ ໃນເວລາໜ້າທາງປຽກ
ຄ. ຫ້າມໃຊ້ຄວາມໄວເກີນ 40 ກິໂລແມັດຕໍ່ຊົ່ວໂມງ ໃນເວລາຟ້າມືດມົວ
None
22.
ເມື່ອຜູ້ຂັບຂີ່ລົດແນມເຫັນສິ່ງກີດຂວາງຢູ່ທາງດ້ານໜ້າ ຈະໃຊ້ເວລາຕັດສີນໃຈເທົ່າໃດ?
ກ. ໃຊ້ເວລາ 1 ວິນາທີ
ຂ. ໃຊ້ເວລາ 2 ວິນາທີ
ຄ. ໃຊ້ເວລາ 3 ວິນາທີ
None
23.
ການກວດກາລະບົບ ລະບາຍຄວາມຮ້ອນ ອອກຈາກເຄື່ອງຈັກລົດ ຕ້ອງເຮັດຫຍັງແດ່?
ກ. ຖ້າໝໍ້ນໍ້າມີຝາອັດ ໃຫ້ກວດ ລະດັບນໍ້າ ໃນໝໍ້ນໍ້າ, ໃນໝໍ້ນໍ້າສໍາຮອງ, ສາຍພານ, ຫົວພັດລົມ ແລະ ແຜງລະບາຍຄວາມຮ້ອນຂອງໝໍ້ນໍ້າ
ຂ. ຖ້າໝໍ້ນໍ້າມີຝາອັດ ໃຫ້ກວດ ລະດັບນໍ້າ ໃນໝໍ້ນໍ້າ, ສາຍພານ, ຫົວພັດລົມ ແລະ ແຜງລະບາຍຄວາມຮ້ອນຂອງໝໍ້ນໍ້າ
ຄ. ຖືກທັງສອງຂໍ້
None
24.
ເຄື່ອງໝາຍຈະລາຈອນ ມີຈັກປະເພດ?
ກ. ເຄື່ອງໝາຍຈະລາຈອນມີ 2 ປະເພດ ຄື: ລວງນອນ ແລະ ລວງຕັ້ງ
ຂ. ເຄື່ອງໝາຍຈະລາຈອນມີ 3 ປະເພດ ຄື: ລວງນອນ, ລວງຕັ້ງ ແລະ ລວງຂວາງ
ຄ. ຖືກທັງສອງຂໍ້
None
25.
ຮູບໃດ ຜູ້ຂັບຂີ່ ໄດ້ປະຕິບັດຖືກຕ້ອງຕາມກົດຈະລາຈອນ ໃນກໍລະນີເກີດອຸບປະຕິເຫດ?
ກ. ຮູບທີ 1
ຂ. ຮູບທີ 2
ຄ. ຖືກທັງສອງຮູບ
None
1 out of 25