Quiz ປະເພດລົດບັນທຸກສິນຄ້າຂະໜາດກາງ C1 Quiz ປະເພດລົດບັນທຸກສິນຄ້າຂະໜາດກາງ C1 ມີທັງໝົດ 30 ຄຳຖາມ ເວລາໃນການເຮັດ 30 ນາທີ ຊື່-ນາມສະກຸນ ເບີໂທລະສັບ ອີເມວ(ຖ້າມີ) 1. ຮູບໃດສະແດງໃຫ້ເຫັນວ່າການຊີງຂຶ້ນໜ້າລະເມີດກົດຈະລາຈອນທາງບົກ? ກ. ຮູບທີ 1 ຂ. ຮູບທີ 2 ຄ. ຮູບທີ 3 None 2. ປ້າຍບອກສິດ ແລະ ປ້າຍກໍານົດ ມີຄວາມໝາຍຄືແນວໃດ ? ກ. ປ້າຍບອກສິດຂ້າງເທິງນີ້ແມ່ນ ປ້າຍບໍ່ປ່ອຍທາງ ໃຫ້ລົດໃນວົງວຽນໄປກ່ອນ; ປ້າຍກໍານົດຂ້າງລຸ່ມນີ້ແມ່ນ ໃຫ້ລ້ຽວໄປຕາມທິດຂອງລູກສອນ ຂ. ປ້າຍບອກສິດຂ້າງເທິງນີ້ແມ່ນ ປ້າຍປ່ອຍທາງ ໃຫ້ລົດໃນວົງວຽນໄປກ່ອນ; ປ້າຍກໍານົດຂ້າງລຸ່ມນີ້ແມ່ນ ໃຫ້ລ້ຽວໄປຕາມທິດຂອງລູກສອນ ຄ. ຖືກທັງສອງຂໍ້ None 3. ລົດສອງຄັນນີ້ ຄັນໃດຕ້ອງໄດ້ປ່ອຍທາງ? ກ. ລົດເກງແກ່ຫາງລາກຕ້ອງໄດ້ປ່ອຍທາງ ຂ. ລົດບັນທຸກແກ່ຫາງລາກຕ້ອງໄດ້ປ່ອຍທາງ None 4. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍແນວໃດ ? ກ. ຫ້າມຢຸດ ແລະ ຫ້າມຈອດລົດທຸກປະເພດ ແຕ່ບ່ອນຕັ້ງປ້າຍອອກໄປຂ້າງໜ້າໄລຍະ 50 ແມັດ ຂ. ຫ້າມຢຸດ ແລະ ຫ້າມຈອດລົດທຸກປະເພດ ແຕ່ບ່ອນຕັ້ງປ້າຍຄືນຫຼັງໄລຍະ 50 ແມັດ ຄ. ຫ້າມຈອດລົດທຸກປະເພດ ແຕ່ບ່ອນຕັ້ງປ້າຍອອກໄປຂ້າງໜ້າໄລຍະ 50 ແມັດ None 5. ຖ້າກວດພົບນ້ຳມັນເຄື່ອງຈັກລົດປ່ຽນສີເປັນສີເທົາ (ຂາວຂຸ້ນ) ມີຄວາມໝາຍວ່າແນວໃດ ແລະ ຜູ້ຂັບຂີ່ຕ້ອງເຮັດແນວໃດ? ກ. ມີນ້ຳເຂົ້າໄປເຈືອປົນກັບນ້ຳມັນເຄື່ອງຈັກລົດ, ໃນກໍລະນີດັງກ່າວນີ້ ສາມາດນໍາໃຊ້ລົດໄດ້ຊົ່ວຄາວ ແລະ ຕ້ອງເອີ້ນຊ່າງມາກວດກາແກ້ໄຂ ຂ. ມີນ້ຳເຂົ້າໄປເຈືອປົນກັບນ້ຳມັນເຄື່ອງຈັກລົດ, ໃນກໍລະນີດັງກ່າວນີ້ ແມ່ນບໍ່ໃຫ້ນໍາໃຊ້ລົດຢ່າງເດັດຂາດ ແລະ ຕ້ອງເອີ້ນຊ່າງມາກວດກາແກ້ໄຂ ຄ. ຖືກທັງສອງຂໍ້ None 6. ຜູ້ຂັບຂີ່ລົດທີ່ເຮັດໃຫ້ເກີດອຸບປະຕິເຫດຕາມທາງຫຼວງ ແລ້ວເອົາໂຕຫຼົບໜີ ຈະຜິດກົດໝາຍໃດແດ່? ກ. ຜິດກົດໝາຍວ່າດ້ວຍທາງຫຼວງ ຂ. ຜິດກົດໝາຍວ່າດ້ວຍການຈະລາຈອນທາງບົກ ຄ. ຜິດປະມວນກົດໝາຍອາຍາ None 7. ປ້າຍໃດ ເປັນປ້າຍກໍານົດໃຫ້ເປັນທາງຄົນຍ່າງ? ກ. ປ້າຍທີ 1 ຂ. ປ້າຍທີ 2 ຄ. ປ້າຍທີ 3 None 8. ໃນເວລາຂົນສົ່ງສິນຄ້າວັດຖຸ ອັນຕະລາຍ ແລະ ເຄມີ ໃນກໍລະນີເກີດອຸບປະຕິເຫດ ຜູ້ຂັບຂີ່ລົດຕ້ອງເຮັດແນວໃດ? ກ. ຕ້ອງຊອກຫາວິທີປ້ອງກັນການຮົ່ວໄຫຼ, ແຈ້ງເຕືອນປະຊາຊົນອ້ອມຂ້າງ ແລະ ພົວພັນກັບເຈົ້າໜ້າທີ່ ເພື່ອໃຫ້ການຊ່ວຍເຫຼືອ ຂ. ຕ້ອງຊອກຫາວິທີປ້ອງກັນການຮົ່ວໄຫຼ, ແຈ້ງເຕືອນປະຊາຊົນອ້ອມຂ້າງ ແລະ ອອກຈາກສະຖານທີ່ເກີດອຸບັດຕິເຫດໃຫ້ໄກ ຄ. ຖືກທັງສອງຂໍ້ None 9. ຈົ່ງລຽງລໍາດັບຜູ້ຂັບຂີ່ລົດຄັນໃດມີສິດໄປກ່ອນ ແລະ ຄັນໃດໄປຕາມຫຼັງ? ກ. ລົດເກັງສີຟ້າໄປທີ 1, ລົດຈັກໄປທີ 2, ລົດຂົນສົ່ງຜູ້ໂດຍສານສີເຫຼືອງໄປສຸດທ້າຍ ຂ. ລົດເກັງສີຟ້າໄປທີ 1, ລົດຂົນສົ່ງຜູ້ໂດຍສານສີເຫຼືອງໄປທີ 2, ລົດຈັກໄປສຸດທ້າຍ ຄ. ລົດຈັກໄປທີ 1, ລົດເກັງສີຟ້າໄປທີ 2, ລົດຂົນສົ່ງຜູ້ໂດຍສານສີເຫຼືອງໄປສຸດທ້າຍ None 10. ຮູບພາບໃດເປັນການຊີງຂຶ້ນໜ້າ? ກ. ຮູບພາບທີ 1 ຂ. ຮູບພາບທີ 2 None 11. ໃນເວລາຂັບຂີ່ລົດຕ້ອງສັງເກດເບິ່ງຈັກດ້ານ ຄືດ້ານໃດແດ່? ກ. 4 ດ້ານຄື: ດ້ານ ໜ້າ, ຊ້າຍ, ຂວາ ແລະ ລຸ່ມ ຂ. 5 ດ້ານຄື: ດ້ານ ໜ້າ, ຊ້າຍ, ຂວາ, ລຸ່ມ ແລະ ເທີງ ຄ. 6 ດ້ານຄື: ດ້ານ ໜ້າ, ຫຼັງ, ຊ້າຍ, ຂວາ, ເທີງ ແລະ ລຸ່ມ None 12. ເປັນຫຍັງ ຜູ້ຂັບຂີ່ຈຶ່ງມີຄວາມຮັບຜິດຊອບຕໍ່ຍານພາຫະນະຂອງຕົນ? ກ. ຜູ້ຂັບຂີ່ຕ້ອງ ກວດກາ ສະພາບເຕັກນິກລົດ ຕາມກໍານົດໝາຍເຕັກນິກ ເພື່ອໃຫ້ມີຄວາມປອດໄພ ແລະ ມີອາຍຸການໃຊ້ງານຍາວນານ, ໃຫ້ການບໍລິການທີ່ ສະດວກ, ວ່ອງໄວ ແລະ ຊ່ວຍປະຢັດຄ່າໃຊ້ຈ່າຍໃນການສ້ອມແປງ, ທັງເປັນການຊ່ວຍຫຼຸດຜ່ອນການເກີດອຸບປະຕິເຫດຕາມທາງຫຼວງ ຂ. ຜູ້ຂັບຂີ່ຕ້ອງ ດູແລຮັກສາ ແລະ ກວດກາ ສະພາບເຕັກນິກລົດ ຕາມກໍານົດໝາຍເຕັກນິກ ເພື່ອໃຫ້ມີຄວາມປອດໄພ ແລະ ມີອາຍຸການໃຊ້ງານຍາວນານ, ໃຫ້ການບໍລິການທີ່ ສະດວກ, ວ່ອງໄວ, ທັນຕາມກຳນົດເວລາ ແລະ ຊ່ວຍປະຢັດຄ່າໃຊ້ຈ່າຍໃນການສ້ອມແປງ, ທັງເປັນການຊ່ວຍຫຼຸດຜ່ອນການເກີດອຸບປະຕິເຫດຕາມທາງຫຼວງ ຄ. ຜູ້ຂັບຂີ່ຕ້ອງ ດູແລຮັກສາ ແລະ ກວດກາ ສະພາບເຕັກນິກລົດ ຕາມກໍານົດໝາຍເຕັກນິກ ເພື່ອໃຫ້ມີຄວາມປອດໄພ ແລະ ມີອາຍຸການໃຊ້ງານຍາວນານ, ໃຫ້ການບໍລິການທີ່ ສະດວກ, ວ່ອງໄວ ແລະ ຊ່ວຍປະຢັດຄ່າໃຊ້ຈ່າຍໃນການສ້ອມແປງ ແລະ ນໍ້າມັນເຊື້ອໄຟ None 13. ການປົກຄຸມສິນຄ້າດ້ວຍຜ້າບັດທີ່ມີຂະໜາດນ້ອຍ ຜູ້ຂັບຂີ່ລົດຂົນສົ່ງສິນຄ້າ ຕ້ອງເຮັດແນວໃດ? ກ. ຕ້ອງໃຊ້ຜ້າບັດສອງຜືນປົກຄຸມ ໂດຍໃຊ້ຜືນທີໜຶ່ງປົກທາງດ້ານຫຼັງລົດກ່ອນ ແລ້ວຈຶ່ງເອົາຜ້າບັດຜືນທີສອງມາປົກຄຸມໃຫ້ເຫຼື່ອມກັນກັບຜ້າບັດຜຶນທີໜຶ່ງ ຢ່າງພຽງພໍ ເພື່ອປ້ອງກັນບໍ່ໃຫ້ນໍ້າຝົນໄຫຼເຂົ້າຕາມຮອຍຕໍ່ຂອງຜ້າບັດໄດ້ ຂ. ຕ້ອງໃຊ້ຜ້າບັດສອງຜືນປົກຄຸມ ໂດຍໃຊ້ຜືນທີໜຶ່ງປົກທາງດ້ານໜ້າລົດກ່ອນ ແລ້ວຈຶ່ງເອົາຜ້າບັດຜືນທີສອງມາປົກຄຸມໃຫ້ຕໍ່ກັນກັບຜ້າບັດຜຶນທີໜຶ່ງ ເພື່ອປ້ອງກັນບໍ່ໃຫ້ນໍ້າຝົນໄຫຼເຂົ້າຕາມຮອຍຕໍ່ຂອງຜ້າບັດໄດ້ ຄ. ຖືກທັງສອງຂໍ້ None 14. ລົດຂົນສົ່ງທາງບົກ ມີ ຈັກຂະໜາດ ແລະ ຂະໜາດໃດແດ່? ກ. ມີ ໜຶ່ງ ຂະໜາດ ຄື: ລົດຂົນສົ່ງຂະໜາດໃຫຍ່ ຂ. ມີ ສອງ ຂະໜາດ ຄື: ລົດຂົນສົ່ງຂະໜາດ ກາງ ແລະ ໃຫຍ່ ຄ. ມີ ສາມ ຂະໜາດ ຄື: ລົດຂົນສົ່ງຂະໜາດ ນ້ອຍ, ກາງ ແລະ ໃຫຍ່ None 15. ຜູ້ຂັບຂີ່ລົດເກັງຄັນນີ້ ກໍາລັງຈະເຮັດຫຍັງ? ກ. ຂັບຊີງຂຶ້ນໜ້າ ຂ. ປ່ຽນຊ່ອງຈະລາຈອນ ຄ. ຫັກຫຼີກລົດບັນທຸກ None 16. ຜູ້ຂັບຂີ່ລົດຕ້ອງບໍລິໂພກ ຫຼື ກິນ ອາຫານປະເພດໃດແດ່ເພື່ອເສີມສ້າງສະມັດຖະພາບຂອງຮ່າງກາຍ? ກ. ຕ້ອງບໍລິໂພກ ຫຼື ກິນ ອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ, ມີຄວາມສະອາດ ແລະ ຖືກຫຼັກສຸຂານາໄມ ຂ. ຕ້ອງບໍລິໂພກ ຫຼື ກິນ ອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ແລະ ໃຫ້ສານອາຫານທີ່ມີຄຸນຄ່າທາງໂພສະນາການຄົບທັງ ຫ້າ ໝວດ ຄ. ຖືກທັງສອງຂໍ້ None 17. ເມື່ອນໍາໃຊ້ລົດໄດ້ ໄລຍະທາງ 10,000 ກິໂລແມັດ ຈະປ່ຽນຖ່າຍ ແລະ ອະນາໄມ ຫຍັງແດ່? ກ. ປ່ຽນຖ່າຍ ນໍ້າມັນເຄື່ອງ ແລະ ກອງນໍ້າມັນ ເຄື່ອງຈັກ, ອະນາໄມແຜງຄວາມຮ້ອນຂອງນໍ້າມັນເຄື່ອງ ແລະ ກວດກາລະບົບອື່ນໆ ຂ. ປ່ຽນຖ່າຍ ນໍ້າມັນເຄື່ອງ ແລະ ກອງນໍ້າມັນ ເຄື່ອງຈັກ, ອະນາໄມເຄື່ອງ ກອງອາກາດ ແລະ ກອງແອເຢັນ ແລະ ກວດກາລະບົບອື່ນໆ ຄ. ປ່ຽນຖ່າຍ ນໍ້າມັນເຄື່ອງ ແລະ ກອງນໍ້າມັນ ເຄື່ອງຈັກ, ເຄື່ອງກອງນໍ້າມັນເຊື້ອໄຟ, ອະນາໄມເຄື່ອງກອງອາກາດ ແລະ ກວດກາລະບົບອື່ນໆ None 18. ຄວາມໄວຂອງການແລ່ນລົດເປັນຜົນກະທົບຕໍ່ການລ້ຽວລົດໃນທາງໂຄ້ງແນວໃດ? ກ. ການຂັບຂີ່ລົດໄວເຂົ້າທາງໂຄ້ງ ຈະເກີດແຮງຫວ່ຽງ ແລະ ອາດຈະເຮັດໃຫ້ລົດເສຍຫຼັກໄດ້ ຂ. ການຂັບຂີ່ລົດໄວເຂົ້າທາງໂຄ້ງ ຈະເກີດແຮງຫວ່ຽງ ແລະ ເຮັດໃຫ້ຈຸດຖ່ວງນ້ຳໜັກໜີສູນ ຄ. ການຂັບຂີ່ລົດໄວເຂົ້າທາງໂຄ້ງ ຈະເກີດແຮງຫວ່ຽງ ແລະ ອາດຈະກໍ່ໃຫ້ເກີດອຸບປະຕິເຫດໄດ້ None 19. ການກວດກາ ແລະ ບົວລະບັດຮັກສາປະຈໍາວັນຂອງລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ມີຫຍັງແດ່? ກ. ກວດກາ ລະດັບນໍ້າມັນຫ້າມລໍ້, ນໍ້າມັນຄາດ, ນໍ້າມັນເຄື່ອງຈັກ, ລະດັບນ້ຳໃນໝໍ້ນ້ຳ, ສາຍພານເຄື່ອງຈັກ ຂ. ກວດກາ ລະດັບນໍ້າມັນຫ້າມລໍ້, ນໍ້າມັນຄາດ, ນໍ້າມັນເຄື່ອງຈັກ, ລະດັບນ້ຳໃນໝໍ້ນ້ຳ, ສາຍພານເຄື່ອງຈັກ, ລົມຢາງຕີນລົດ, ລະບົບໄຟ ແລະ ອື່ນໆ ຄ. ກວດກາ ລະດັບນໍ້າມັນຫ້າມລໍ້, ນໍ້າມັນຄາດ, ນໍ້າມັນເຄື່ອງຈັກ, ລະດັບນ້ຳໃນໝໍ້ນ້ຳ, ສາຍພານເຄື່ອງຈັກ, ລົມຢາງຕີນລົດ None 20. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍແນວໃດ ? ກ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ທາງໜ້າເປັນທາງທົບສອກໄປທາງກໍ້າຂວາອັນຕະລາຍ ຂ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ທາງໜ້າເປັນທາງໂຄ້ງຂວາເຂົ້າອຸໂມງ ອັນຕະລາຍ ຄ. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍວ່າ ທາງໜ້າເປັນທາງໂຄ້ງຂວາກັບ ອັນຕະລາຍ None 21. ໃນເວລາລ້ຽວລົດກັບ ເມື່ອຫົວລົດຮອດເສັ້ນແບ່ງທິດທາງຈະລາຈອນແລ້ວ ຜູ້ຂັບຂີ່ລົດບັນທຸກຂະໜາດໃຫຍ່ ຕ້ອງປະຕິບັດແນວໃດເພື່ອໃຫ້ມີຄວາມປອດໄພ? ກ. ເມື່ອຫົວລົດຮອດເສັ້ນແບ່ງທິດທາງຈະລາຈອນແລ້ວ ໃຫ້ລະວັງລົດທີ່ແລ່ນມາຈາກທາງກໍ້າຂວາມື ແລະ ໃຫ້ໂຄ້ງແນບຂອບທາງກໍ້າຂວາ, ປ່ອຍທາງໃຫ້ລົດທີ່ຢຸດຢູ່ທາງດ້ານຫຼັງ ໄດ້ຊີງຂຶ້ນໄປ, ເມື່ອເຫັນວ່າປອດໄພແລ້ວ ຈຶ່ງຄ່ອຍຂັບເຂົ້າຊ່ອງທາງຈະລາຈອນປົກກະຕິ ຂ. ເມື່ອຫົວລົດຮອດເສັ້ນແບ່ງທິດທາງຈະລາຈອນແລ້ວ ໃຫ້ລະວັງລົດທີ່ແລ່ນມາຈາກທາງກໍ້າຂວາມື ແລະ ໃຫ້ໂຄ້ງແນບຂອບທາງກໍ້າຂວາ, ເມື່ອເຫັນວ່າປອດໄພແລ້ວ ຈຶ່ງຂັບເຂົ້າຊ່ອງທາງຈະລາຈອນປົກກະຕິ ຄ. ຖືກທັງສອງຂໍ້ None 22. ເມື່ອເຫັນປ້າຍກໍານົດນີ້ ການສັນຈອນໄປໃນທິດທາງໃດ ທີ່ບໍ່ລະເມີດກົດຈະລາຈອນ? ກ. ໄປຊື່ ແລະ ລ້ຽວກັບໄດ້ ຂ. ລ້ຽວຂວາ ແລະ ລ້ຽວຊ້າຍໄດ້ ຄ. ລ້ຽວຊ້າຍ ແລະ ລ້ຽວກັບໄດ້ None 23. ການຂັບຂີ່ລົດບັນທຸກຂະໜາດໃຫຍ່ ແລະ ຍາວ ຂຶ້ນທາງຄ້ອຍຊັນ ຜູ້ຂັບຂີ່ລົດ ຕ້ອງມີທັກສະແນວໃດ? ກ. ຜູ້ຂັບຂີ່ລົດຕ້ອງຮູ້ປະເມີນ ຄວາມຄ້ອຍຊັນຂອງທາງ, ຄວາມແຮງຂອງລົດ ແລະ ມີທັກສະສູງ ໃນການນໍາໃຊ້ອຸປະກອນພາຍໃນລົດ ຢ່າງຄົບຖ້ວນ ຂ. ຜູ້ຂັບຂີ່ລົດຕ້ອງຮູ້ປະເມີນ ຄວາມແຮງຂອງລົດ ແລະ ມີທັກສະສູງ ໃນການນໍາໃຊ້ອຸປະກອນພາຍໃນລົດ ຢ່າງຄົບຖ້ວນ ຄ. ຖືກທັງສອງຂໍ້ None 24. ເປັນຫຍັງ ຜູ້ຂັບຂີ່ ຈຶ່ງມີຄວາມຈໍາເປັນ ໃນການກວດກາ ແລະ ສັງເກດສະພາບເຕັກນິກລົດຂອງຕົນ? ກ. ຜູ້ຂັບຂີ່ຈໍາເປັນຕ້ອງເອົາໃຈໃສ່ ກວດກາ ແລະ ສັງເກດສະພາບເຕັກນິກ ເປັນຕົ້ນ ລະບົບ ເຄື່ອງຈັກ, ຫ້າມລໍ້, ຄັນສົ່ງ, ໄຟ ແລະ ສ່ວນປະກອບຕ່າງໆຂອງລົດ ເພື່ອຄວບຄຸມການສັນຈອນ ແລະ ການນໍາໃຊ້ຍານພາຫະນະຕາມທາງຫຼວງໃຫ້ມີຄວາມ ສະດວກ, ໂລ່ງລ່ຽນ ແລະ ເປັນລະບຽບຮຽບຮ້ອຍ ຂ. ຜູ້ຂັບຂີ່ຈໍາເປັນຕ້ອງເອົາໃຈໃສ່ ກວດກາ ແລະ ສັງເກດສະພາບເຕັກນິກ ເປັນຕົ້ນ ລະບົບ ເຄື່ອງຈັກ, ຫ້າມລໍ້, ຄັນສົ່ງ,ຢາງຕີນລົດ, ໄຟ ແລະ ສ່ວນປະກອບຕ່າງໆຂອງລົດ ເພື່ອຮັບປະກັນຄວາມສະດວກໃນການຂັບຂີ່ ແລະ ປ້ອງກັນອຸບປະຕິເຫດທີ່ອາດຈະເກີດຂື້ນໃນເວລາຂັບຂີ່ຕາມທາງຫຼວງ ຄ. ຖືກທັງສອງຂໍ້ None 25. ສັນຍານສຽງແກລົມຄວນໃຊ້ຢູ່ສະຖານທີ່ໃດ? ກ. ເຂດຊຸມຊົນໃນຕົວເມືອງ ຂ. ເຂດນອກເມືອງ, ທາງເຂດພູດອຍ ຄ. ທຸກສະຖານທີ None 26. ປ້າຍໃດ ເປັນປ້າຍກໍານົດຄວາມໄວຕໍ່າສຸດ? ກ. ປ້າຍທີ 1 ຂ. ປ້າຍທີ 2 ຄ. ປ້າຍທີ 3 None 27. ການປ່ອຍທາງ ໝາຍເຖິງຫຍັງ? ກ. ການປ່ອຍທາງ ໝາຍເຖິງ ການປ່ອຍທາງໃຫ້ເຮົາທີ່ກໍາລັງຂັບຂີ່ໄດ້ມີສິດ ໄປກ່ອນ ຂ. ການປ່ອຍທາງ ໝາຍເຖິງ ການປ່ອຍທາງໃຫ້ຜູ້ຂັບຂີ່ອື່ນ ທີ່ມີເອກະສິດ ໄປກ່ອນ ຄ. ການປ່ອຍທາງ ໝາຍເຖິງ ການປ່ອຍທາງໃຫ້ຜູ້ຂັບຂີ່ທຸກຄົນທີ່ເຫັນປ້າຍ ໄປກ່ອນ None 28. ຜູ້ຂັບຂີ່ຍານພາຫະນະຕ້ອງໃຊ້ຄວາມໄວໃນການຈະລາຈອນຕາມທາງຫຼວງເທົ່າໃດ? ກ. ຜູ້ຂັບຂີ່ຍານພາຫະນະຕ້ອງໃຊ້ຄວາມໄວບໍ່ເກີນປ້າຍຄວາມໄວຈໍາກັດທີ່ກໍານົດໄວ້ ຂ. ຜູ້ຂັບຂີ່ຍານພາຫະນະໃຊ້ຄວາມໄວ 100 ກິໂລແມັດຕໍ່ຊົ່ວໂມງ ສະເພາະລົດເບົາ ຄ. ຜູ້ຂັບຂີ່ຍານພາຫະນະໃຊ້ຄວາມໄວ 90 ກິໂລແມັດຕໍ່ຊົ່ວໂມງ ສະເພາະລົດບັນທຸກຜູ້ໂດຍສານ None 29. ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຜູ້ຂັບຂີ່ຍານພາຫະນະ ມີຫຍັງແດ່? ກ. ຜູ້ຂັບຂີ່ຍານພາຫະນະຕ້ອງ ກວດກາສະພາບຢາງຕີນລົດ, ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນໃນການ ກວດກາ, ລາຍງານເຄື່ອງທີ່ບັນທຸກໃຫ້ເຈົ້າໜ້າທີ່ຊາບ, ຢຸດປ່ອຍທາງໃຫ້ລົດທີ່ມີໄຟສັນຍານໝູນເທິງຫຼັງຄາລົດ ຂ. ຜູ້ຂັບຂີ່ຍານພາຫະນະຕ້ອງ ກວດກາສະພາບເຕັກນິກລົດ, ອໍານວຍຄວາມສະດວກ ໃຫ້ແກ່ເຈົ້າໜ້າທີ່ຕໍາຫຼວດຈະ ລາຈອນໃນການກວດກາ, ໃຫ້ແກ່ຄົນຍ່າງຂ້າມທາງ, ຢຸດປ່ອຍທາງໃຫ້ແກ່ລົດທີ່ມີສັນຍານສຽງຫວໍ ຫຼື ມີໄຟສັນ ຍານເທິງຫຼັງຄາລົດ ຄ. ຜູ້ຂັບຂີ່ຍານພາຫະນະຕ້ອງ ກວດກາສະພາບເຕັກນິກລົດ, ຮັບຜິດຊອບຕໍ່ ສິນຄ້າຢູ່ໃນລົດ, ຕໍ່ສັດລ້ຽງຂອງປະຊາ ຊົນໃນກໍລະນີເກີດອຸບປະຕິເຫດ, ບໍ່ປ່ອຍທາງໃຫ້ລົດທີ່ສັນຍານສຽງຫວໍ None 30. ປ້າຍສັນຍານຈະລາຈອນ ແລະ ເຄື່ອງໝາຍນໍາທາງ ນີ້ມີຄວາມໝາຍຄືແນວໃດ ? ກ. ປ້າຍສັນຍານຈະລາຈອນມີຄວາມໝາຍວ່າ ອະນຸຍາດໃຫ້ໃຊ້ຄວາມໄວເກີນ 50 ກິໂລແມັດຕໍ່ຊົ່ວໂມງ; ຄື່ອງໝາຍນໍາທາງບອກໃຫ້ຮູ້ແລວທາງໂຄ້ງໄປທາງກໍ້າຊ້າຍ ຂ. ປ້າຍສັນຍານຈະລາຈອນມີຄວາມໝາຍວ່າ ຫ້າມໃຊ້ຄວາມໄວເກີນ 50 ກິໂລແມັດຕໍ່ຊົ່ວໂມງ; ເຄື່ອງໝາຍນໍາທາງບອກໃຫ້ຮູ້ແລວທາງໂຄ້ງໄປທາງກໍ້າຂວາ ຄ. ຖືກທັງສອງຂໍ້ None 1 out of 30 Prev Post Quiz ປະເພດລົດບັນທຸກຂະໜາດນ້ອຍ C,D,E Next Post Quiz ປະເພດລົດບັນທຸກສິນຄ້າຂະໜາດໃຫຍ່ C2