Quiz ປະເພດລົດບັນທຸກສິນຄ້າຂະໜາດໃຫຍ່ C2 Quiz ປະເພດລົດບັນທຸກສິນຄ້າຂະໜາດໃຫຍ່ C2 ມີທັງໝົດ 35 ຄຳຖາມ ເວລາໃນການເຮັດ 35 ນາທີ ຊື່-ນາມສະກຸນ ເບີໂທລະສັບ ອີເມວ(ຖ້າມີ) 1. ການຈອດ ແລະ ຈອດຊົ່ວຄາວ ຕາມທາງຫຼວງທີ່ມີການສັນຈອນທິດທາງດຽວ ຜູ້ຂັບຂີ່ຕ້ອງປະຕິບັດແນວໃດ? ກ. ໃຫ້ລົດເບົາຈອດ ແລະ ຈອດຊົ່ວຄາວຕາມແຄມທາງກໍ້າຊ້າຍໄດ້, ສຳລັບລົດຂົນສົ່ງສິນຄ້າທີ່ມີນໍ້າໜັກລວມເກີນ 3.500 ກິໂລກຣາມ ສາມາດຈອດຊົ່ວຄາວເພື່ອຄຽນຖ່າຍສິນຄ້າໄດ້ ຂ. ໃຫ້ຈອດລົດຂະໜານກັບຂອບທາງ, ສຳລັບລົດບັນທຸກທີ່ມີນໍ້າໜັກລວມເກີນ 3,500 ກິໂລກຣາມ ລໍ້ລົດຕ້ອງຫ່າງຈາກຂອບທາງເກີນ 50 ຊັງຕີແມັດ ຄ. ໃຫ້ລົດເບົາຈອດ ແລະ ຈອດຊົ່ວຄາວກໍ້າຊ້າຍໄດ້ ແລະ ຈອດແບບສະຫລຽງ ເອົາຫົວລົດເຂົ້າຫາຂອບທາງ None 2. ເຊືອກທີ່ໃຊ້ມັດ ຫີບຫໍ່, ຖົງ, ກະເປົາທີ່ບັນຈຸສິນຄ້າຕິດກັບລົດ ຕ້ອງມີຄຸນນະພາບແນວໃດ? ກ. ຕ້ອງໃຊ້ເຊືອກທີ່ມີສະພາບດີ ແລະ ບໍ່ປຽກຊຸ່ມ ຂ. ຕ້ອງໃຊ້ເຊືອກທີ່ລາຄາຖືກ ແລະ ຫາໄດ້ງ່າຍ ຄ. ຕ້ອງໃຊ້ເຊືອກປະເພດໃດກໍໄດ້ ແລະ ຫາໄດ້ງ່າຍ None 3. ເປັນຫຍັງຈຶ່ງໃຫ້ຜູ້ຂັບຂີ່ຮຽນຮູ້ ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ? ກ. ເພື່ອເຮັດໃຫ້ຜູ້ຂັບຂີ່ເຂົ້າໃຈ ບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ, ຕໍ່ ຍານພາຫະນະທີ່ຂັບຂີ່, ຜູ້ໂດຍສານ, ສິນຄ້າ, ວັດຖຸສິ່ງຂອງ ຂ. ເພື່ອເຮັດໃຫ້ຜູ້ຂັບຂີ່ເຂົ້າໃຈ ບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ, ຕໍ່ ຍານພາຫະນະທີ່ຂັບຂີ່, ຜູ້ໂດຍສານ, ສິນຄ້າ, ວັດຖຸສິ່ງຂອງ, ຄອບຄົວ, ຊຸມຊົນ ແລະ ສັງຄົມ ຄ. ເພື່ອເຮັດໃຫ້ຜູ້ຂັບຂີ່ເຂົ້າໃຈ ບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ, ຕໍ່ ຍານພາຫະນະທີ່ຂັບຂີ່, ຜູ້ໂດຍສານ, ສິນຄ້າ, ຄອບຄົວ, ຊຸມຊົນ ແລະ ສັງຄົມ None 4. ສາຍທາງຂົນສົ່ງສິນຄ້າລະຫວ່າງ ສປປ ລາວ-ສສ ຫວຽດນາມ ແມ່ນອົງການໃດເປັນຜູ້ອະນຸຍາດ? ກ. ກະຊວງການຕ່າງປະເທດ ສປປ ລາວ ແລະ ກະຊວງຄົມມະນາຄົມ ສສ ຫວຽດນາມ ຂ. ກະຊວງອຸດດສາຫະກຳ ແລະການຄ້າ ສປປ ລາວ ແລະ ກະຊວງຄົມມະນາຄົມ ສສ ຫວຽດນາມ ຄ. ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ສສ ຫວຽດນາມ None 5. ໃນກໍລະນີບັງເອີນມີລົດປ່ຽນຊ່ອງຈະລາຈອນສະຫຼັບກັນ ຄັນໃດມີສິດໄປກ່ອນ? ກ. ຄັນສີເຫຼືອງເລກ 1 ມີສິດໄປກ່ອນ ຂ. ຄັນສີແດງເລກ 2 ມີສິດໄປກ່ອນ None 6. ສິ່ງລົບກວນ ແລະ ທໍາລາຍ ສະມາທິ ຂອງຜູ້ຂັບຂີ່ລົດ ທີ່ເກີດມາຈາກພາຍນອກລົດ ມີຫຍັງແດ່? ກ. ທີວທັດທໍາມະຊາດ, ຄົນຍ່າງນອກທາງ, ການເບິ່ງເຫັນໄດ້ໃນໄລຍະໄກ ຂ. ທີວທັດທໍາມະຊາດ, ທັດສະນະວິໄສການເບິ່ງເຫັນ, ຄົນຍ່າງ ແລະ ສັດລ້ຽງ ຕາມແຄມທາງ ຄ. ອ່ານຂໍ້ຄວາມໃນໂທລະສັບ, ຄົນຍ່າງແຄມທາງ, ທັດສະນະວິໄສການເບິ່ງເຫັນ None 7. ຜູ້ຂັບຂີ່ລົດຂົນສົ່ງພາຍໃຕ້ອະນຸສັນຍາ ຕ້ອງລາຍງານຕົວຢູ່ຈຸດກວດກາໃດ? ກ. ຢູ່ຈຸດກວດກາ ທີ່ພາຄີຄູ່ສັນຍາໄດ້ຕົກລົງກັນ ຂ. ຢູ່ຈຸດກວດກາຕົ້ນທາງ ບ່ອນເອົາສິນຄ້າຂຶ້ນ ຄ. ຢູ່ຈຸດກວດກາປາຍທາງ ບ່ອນເອົາສິນຄ້າລົງ None 8. ໃນກໍລະນີ ຫີບຫໍ່ບັນຈຸທີ່ມີຂະໜາດນ້ອຍ ແລະ ບໍ່ເທົ່າກັນ ຕ້ອງຕິດເຄື່ອງໝາຍໃສ່ແນວໃດ? ກ. ຫີບຫໍ່ບັນຈຸທີ່ມີຂະໜາດນ້ອຍ ແລະ ບໍ່ເທົ່າກັນ ໃຫ້ໃຊ້ບິກເຟິດຂຽນໃສ່ຫີບຫໍ່ນັ້ນ ຂ. ໃຫ້ຕິດເຄື່ອງໝາຍໃສ່ແຜ່ນວັດຖຸໃດໜຶ່ງກ່ອນ ແລ້ວຈຶ່ງມັດຕິດໃສ່ກັບຫີບຫໍ່ນັ້ນໃຫ້ແໜ້ນ ຄ. ຖືກທັງສອງຂໍ້ None 9. ເມື່ອເຫັນປ້າຍກໍານົດນີ້ ການສັນຈອນໄປໃນທິດທາງໃດ ທີ່ບໍ່ລະເມີດກົດຈະລາຈອນ? ກ. ໄປຊື່ ແລະ ລ້ຽວກັບໄດ້ ຂ. ລ້ຽວຂວາ ແລະ ລ້ຽວຊ້າຍໄດ້ ຄ. ລ້ຽວຊ້າຍ ແລະ ລ້ຽວກັບໄດ້ None 10. ການຈະລາຈອນຕາມທາງດ່ວນ ບໍ່ອະນຸຍາດໃຫ້ຜູ້ຂັບຂີ່ບັນທຸກກະທໍາມີຫຍັງແດ່? ກ. ລົດບັນທຸກນໍ້າໜັກລວມຫຼາຍກວ່າ 3,500 ກິໂລກຣາມ ອະນຸຍາດໃຫ້ແລ່ນຕາມຊ່ອງຈະລາຈອນທີສອງ ແລະ ຫ້າມຈອດລົດຢູ່ຊ່ອງຈະລາຈອນສຸກເສີນ ຂ. ລົດບັນທຸກນໍ້າໜັກລວມໜ້ອຍກວ່າ 3,500 ກິໂລກຣາມ ອະນຸຍາດໃຫ້ຈອດລົດຢູ່ຊ່ອງຈະລາຈອນສຸກເສີນ ຄ. ລົດບັນທຸກນໍ້າໜັກລວມຫຼາຍກວ່າ 3,500 ກິໂລກຣາມ ບໍ່ອະນຸຍາດໃຫ້ແລ່ນຕາມຊ່ອງຈະລາຈອນທີສອງ ແລະ ຫ້າມຈອດລົດຢູ່ຊ່ອງຈະລາຈອນສຸກເສີນ None 11. ເມື່ອເຫັນປ້າຍກໍານົດ ລົດຄັນໃດລະເມີດກົດຈະລາຈອນ? ກ. ລົດຄັນສີດໍາສາມາດລ້ຽວຂວາໄດ້ ຂ. ລົດຄັນສີແດງສາມາດລ້ຽວຊ້າຍໄດ້ ຄ. ລົດທັງສອງຄັນລະເມີດກົດຈະລາຈອນ ຍ້ອນວ່າປ້າຍກຳນົດໃຫ້ໄປຊື່ None 12. ກ່ອນຕິດຈັກລົດ ແລະ ປ່ຽນເກຍ ລົດເກຍໂອໂຕມາຕິກ ຜູ້ຂັບຂີ່ຕ້ອງເຮັດແນວໃດ? ກ. ຢຽບຄາດທຸກຄັ້ງ ກ່ອນຕິດຈັກລົດ ແລະ ປ່ຽນເກຍ ຈາກຕຳແໜ່ງ "P" ຫາ "R" ຫາ "N" ຫາ "D" ຂ. ຢຽບຫ້າມລໍ້ທຸກຄັ້ງ ກ່ອນຕິດຈັກລົດ ແລະ ປ່ຽນເກຍ ຈາກຕຳແໜ່ງ "P" ຫາ "R" ຫາ "N" ຫາ "D" ຄ. ໃສ່ຫ້າມລໍ້ມືທຸກຄັ້ງ ກ່ອນຕິດຈັກລົດ ແລະ ປ່ຽນເກຍ ຈາກຕຳແໜ່ງ "P" ຫາ "R" ຫາ "N" ຫາ "D" None 13. ເມື່ອຝົນຕົກໜັກເຮັດໃຫ້ທາງປຽກມື່ນ ໄລຍະທາງໃນການຢຸດລົດ ຈະເພີ່ມຂຶ້ນເທົ່າໃດ? ກ. ຈະເພີ່ມຈາກສະພາບທາງແຫ້ງຂຶ້ນເປັນ 2-3 ເທົ່າ ຂ. ຈະເພີ່ມຈາກສະພາບທາງແຫ້ງຂຶ້ນເປັນ 4-5 ເທົ່າ ຄ. ຈະເພີ່ມຈາກສະພາບທາງແຫ້ງຂຶ້ນເປັນ 6-7 ເທົ່າ None 14. ຮູບພາບໃດເປັນການຊີງຂຶ້ນໜ້າ? ກ. ຮູບພາບທີ 1 ຂ. ຮູບພາບທີ 2 None 15. ພຶດຕິກໍາທີ່ບໍ່ຖືກຕ້ອງຂອງຜູ້ຂັບຂີ່ລົດສະແດງອອກຄືແນວໃດ? ກ. ຮີບຮ້ອນ ຫຼື ຊັກຊ້າ, ບໍ່ສົນໃຈຜູ້ນໍາໃຊ້ທາງຫຼວງຮ່ວມກັນດ້ວຍການແລ່ນລົດຊ້າຢູ່ກາງທາງ, ແລ່ນລົດກວມເສັ້ນແບ່ງຊ່ອງຈະລາຈອນ ແລະ ບໍ່ປະຕິບັດຕາມກົດໝາຍວ່າດ້ວຍທາງຫຼວງ ຂ. ຮີບຮ້ອນ ຫຼື ຊັກຊ້າ, ບໍ່ສົນໃຈຜູ້ນໍາໃຊ້ທາງຫຼວງຮ່ວມກັນດ້ວຍການແລ່ນລົດຊ້າຢູ່ກາງທາງ, ແລ່ນລົດກວມເສັ້ນແບ່ງຊ່ອງຈະລາຈອນ ແລະ ບໍ່ປະຕິບັດຕາມກົດຈະລາຈອນທາງບົກ ຄ. ຖືກທັງສອງຂໍ້ None 16. ໜ້າທີ່ ແລະ ພັນທະຂອງຜູ້ຂັບຂີ່ລົດໃນເວລາດຳເນີນການຂົນສົ່ງທາງບົກຢູ່ປະເທດພາຄີຄູ່ສັນຍາ ຕ້ອງປະຕິບັດແນວໃດ? ກ. ຕ້ອງປະຕິບັດຕາມຂໍ້ກຳນົດ ແລະ ກົດໝາຍວ່າດ້ວຍການຂົນສົ່ງຂອງປະເທດຕົນ ຂ. ຕ້ອງປະຕິບັດຕາມຂໍ້ກຳນົດ ແລະ ກົດໝາຍວ່າດ້ວຍການຂົນສົ່ງທາງບົກຂອງປະເທດພາຄີຄູ່ສັນຍາ ຄ. ຖືກທັງສອງຂໍ້ None 17. ຜູ້ຂັບຂີ່ລົດເຂົ້າທາງວົງວຽນ ຕ້ອງປະຕິບັດແນວໃດ? ກ. ຜູ້ຂັບຂີ່ລົດເຂົ້າວົງວຽນ ນ້ອຍ ຫຼື ໃຫຍ່ ຕ້ອງໃຊ້ຄວາມໄວປົກກະຕິ ເພື່ອຫຼີກເວັ້ນການຈະລາຈອນແອອັດຢູ່ໃນທາງວົງວຽນ ຂ. ຜູ້ຂັບຂີ່ລົດເຂົ້າວົງວຽນ ນ້ອຍ ຫຼື ໃຫຍ່ ຕ້ອງຂັບຂີ່ລົດຊ້າໆ ເພື່ອປ້ອງກັນ ບໍ່ໃຫ້ເກີດແຮງຫວ່ຽງ ຫຼື ລ້ຽວບໍ່ຫວິດວົງວຽນ ຄ. ຖືກທັງສອງຂໍ້ None 18. ຈົ່ງປຽບທຽບ ການແນມເຫັນວັດຖຸໃດໜຶ່ງ ລະຫວ່າງ ເວລາ ຢູ່ກັບທີ່ ແລະ ເຄື່ອນທີ່ ຜູ້ຂັບຂີ່ຈະເຫັນວັດຖຸນັ້ນເປັນແນວໃດ? ກ. ໃນເວລາຢູ່ກັບທີ່ ຈະແນມເຫັນ ໄກ ແລະ ຊັດເຈນ, ແຕ່ໃນເວລາເຄື່ອນທີ່ ໄລຍະເວລາຂອງການແນມເຫັນສັ້ນບໍ່ຈະແຈ້ງ ແລະ ບໍ່ລະອຽດ ຂ. ໃນເວລາຢູ່ກັບທີ່ ການແນມເຫັນເປັນມູມກວ້າງ, ແຕ່ໃນເວລາເຄື່ອນທີ່ ໄລຍະເວລາຂອງການແນມເຫັນເປັນມູມແຄບ ຄ. ຖືກທັງສອງຂໍ້ None 19. ລົດສອງຄັນນີ້ ຄັນໃດຕ້ອງໄດ້ປ່ອຍທາງ? ກ. ລົດເກງແກ່ຫາງລາກຕ້ອງໄດ້ປ່ອຍທາງ ຂ. ລົດບັນທຸກແກ່ຫາງລາກຕ້ອງໄດ້ປ່ອຍທາງ None 20. ປ້າຍສັນຍານຈະລາຈອນນີ້ມີຄວາມໝາຍແນວໃດ ? ກ. ຫ້າມຢຸດ ແລະ ຫ້າມຈອດລົດທຸກປະເພດ ແຕ່ບ່ອນຕັ້ງປ້າຍອອກໄປຂ້າງໜ້າໄລຍະ 50 ແມັດ ຂ. ຫ້າມຢຸດລົດທຸກປະເພດ ແຕ່ບ່ອນຕັ້ງປ້າຍອອກໄປຂ້າງໜ້າໄລຍະ 50 ແມັດ ຄ. ຫ້າມຈອດລົດທຸກປະເພດ ແຕ່ບ່ອນຕັ້ງປ້າຍອອກໄປຂ້າງໜ້າໄລຍະ 50 ແມັດ None 21. ຜູ້ຂັບຂີ່ໃຊ້ໄຟສັນຍານລ້ຽວໃນເວລາໃດ? ກ. ຜູ້ຂັບຂີ່ ຕ້ອງໃຊ້ໄຟສັນຍານລ້ຽວ ກ່ອນຈະອອກຈາກແຄມທາງ, ປ່ຽນຊ່ອງຈະລາຈອນ, ຊີງຂຶ້ນໜ້າ, ເຂົ້າຢຸດ ຫຼື ຈອດ ຂ. ຜູ້ຂັບຂີ່ ຕ້ອງໃຊ້ໄຟສັນຍານລ້ຽວ ຂວາ, ຊ້າຍ, ກັບ ລ່ວງໜ້າຢ່າງໜ້ອຍ 30 ແມັດ ໃນເຂດຕົວເມືອງ ຄ. ຜູ້ຂັບຂີ່ ຕ້ອງໃຊ້ໄຟສັນຍານລ້ຽວລ່ວງໜ້າ ເປັນໄລຍະທາງເທົ່າກັບຄວາມໄວຂອງລົດທີ່ກໍາລັງແລ່ນ ສໍາລັບທາງນອກເຂດຕົວເມືອງ ງ. ຖືກໝົດທຸກຂໍ້ None 22. ເມືື່ອໄຟສັນຍານຈະລາຈອນຕິດຂັດ ຜູ້ຂັບຂີ່ຕ້ອງປະຕິບັດຕາມອັນໃດ? ກ. ເມື່ອໄຟສັນຍານຈະລາຈອນຕິດຂັດ ຜູ້ຂັບຂີ່ຕ້ອງຢຸດຕາມປ້າຍບອກສິດ ເມື່ອເຫັນວ່າປອດໄພແລ້ວຈຶ່ງສາມາດໄປໄດ້ ຂ. ເມື່ອໄຟສັນຍານຈະລາຈອນຕິດຂັດ ຜູ້ຂັບຂີ່ຂັບຜ່ານໄປເລີຍ ຄ. ເມື່ອໄຟສັນຍານຈະລາຈອນຕິດຂັດ ຜູ້ຂັບຂີ່ບໍ່ປ່ອຍທາງໃຫ້ລົດກໍ້າຊ້າຍໄປກ່ອນ None 23. ເປັນຫຍັງ ຜູ້ຂັບຂີ່ຈຶ່ງມີຄວາມຮັບຜິດຊອບຕໍ່ຍານພາຫະນະຂອງຕົນ? ກ. ຜູ້ຂັບຂີ່ຕ້ອງ ກວດກາ ສະພາບເຕັກນິກລົດ ຕາມກໍານົດໝາຍເຕັກນິກ ເພື່ອໃຫ້ມີຄວາມປອດໄພ ແລະ ມີອາຍຸການໃຊ້ງານຍາວນານ, ໃຫ້ການບໍລິການທີ່ ສະດວກ, ວ່ອງໄວ ແລະ ຊ່ວຍປະຢັດຄ່າໃຊ້ຈ່າຍໃນການສ້ອມແປງ, ທັງເປັນການຊ່ວຍຫຼຸດຜ່ອນການເກີດອຸບປະຕິເຫດຕາມທາງຫຼວງ ຂ. ຜູ້ຂັບຂີ່ຕ້ອງ ດູແລຮັກສາ ແລະ ກວດກາ ສະພາບເຕັກນິກລົດ ຕາມກໍານົດໝາຍເຕັກນິກ ເພື່ອໃຫ້ມີຄວາມປອດໄພ ແລະ ມີອາຍຸການໃຊ້ງານຍາວນານ, ໃຫ້ການບໍລິການທີ່ ສະດວກ, ວ່ອງໄວ, ທັນຕາມກຳນົດເວລາ ແລະ ຊ່ວຍປະຢັດຄ່າໃຊ້ຈ່າຍໃນການສ້ອມແປງ, ທັງເປັນການຊ່ວຍຫຼຸດຜ່ອນການເກີດອຸບປະຕິເຫດຕາມທາງຫຼວງ ຄ. ຜູ້ຂັບຂີ່ຕ້ອງ ດູແລຮັກສາ ແລະ ກວດກາ ສະພາບເຕັກນິກລົດ ຕາມກໍານົດໝາຍເຕັກນິກ ເພື່ອໃຫ້ມີຄວາມປອດໄພ ແລະ ມີອາຍຸການໃຊ້ງານຍາວນານ, ໃຫ້ການບໍລິການທີ່ ສະດວກ, ວ່ອງໄວ ແລະ ຊ່ວຍປະຢັດຄ່າໃຊ້ຈ່າຍໃນການສ້ອມແປງ ແລະ ນໍ້າມັນເຊື້ອໄຟ None 24. ການອອກກໍາລັງກາຍໃຫ້ປະໂຫຍດຫຍັງແດ່ສໍາລັບຜູ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ? ກ. ການອອກກໍາລັງກາຍເຮັດໃຫ້ ສິ້ນເປືອງເງິນຄໍາ, ເສຍເວລາ, ອິດເມື່ອຍ, ສ້າງຄວາມຕຶງຄຽດ ແລະ ເຮັດໃຫ້ຄວາມຈຳບໍ່ດີ ຂ. ການອອກກໍາລັງກາຍເຮັດໃຫ້ ຊີວິດຄອບຄົວບໍ່ມີຄວາມອົບອຸ່ນທຸ່ນທ່ຽງ, ສິ້ນເປືອງເງິນຄໍາ, ເສຍເວລາ, ອິດເມື່ອຍ, ສ້າງຄວາມຕຶງຄຽດ ແລະ ເຮັດໃຫ້ຄວາມຈຳບໍ່ດີ ຄ. ການອອກກໍາລັງກາຍທີ່ ຖືກຕ້ອງ ແລະ ເໝາະສົມ ເປັນສິ່ງສຳຄັນ ເພື່ອຊ່ວຍໃຫ້ ມີສຸຂະພາບແຂງແຮງ, ຫຼຸດຜ່ອນຄວາມຕຶງຄຽດ, ມີຄວາມຈຳດີຂຶ້ນ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຕົນເອງ None 25. ປ້າຍໃດ ເປັນປ້າຍກໍານົດໃຫ້ເປັນທາງຄົນຍ່າງ? ກ. ປ້າຍທີ 1 ຂ. ປ້າຍທີ 2 ຄ. ປ້າຍທີ 3 None 26. ການກວດກາໜ້າປັດສະແດງການເຮັດວຽກຂອງລົດ ຕ້ອງສັງເກດເບິ່ງຫຍັງແດ່? ກ. ກວດກາ ໂມງວັດແທກລະດັບ ນໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງຈັກ, ຄວາມຮ້ອນຂອງເຄື່ອງຈັກ, ໄຟສາກ, ຄວາມໄວ ແລະ ຄວາມດັນລົມຫ້າມລໍ້ (ລົດໃຊ້ຫ້າມລໍ້ດ້ວຍລົມ) ຂ.ກວດກາ ໄຟສັນຍານເຕືອນ, ລະດັບນໍ້າມັນຫ້າມລໍ້, ປິດປະຕູບໍ່ແຈບ, ລະບົບໄຟສະຫວ່າງ, ສາຍຮັດນິລະໄພ ແລະອື່ນໆ ຄ. ຖືກໝົດທຸກຂໍ້ None 27. ໃນເວລາລ້ຽວລົດກັບ ເມື່ອຫົວລົດຮອດເສັ້ນແບ່ງທິດທາງຈະລາຈອນແລ້ວ ຜູ້ຂັບຂີ່ລົດບັນທຸກຂະໜາດໃຫຍ່ ຕ້ອງປະຕິບັດແນວໃດເພື່ອໃຫ້ມີຄວາມປອດໄພ? ກ. ເມື່ອຫົວລົດຮອດເສັ້ນແບ່ງທິດທາງຈະລາຈອນແລ້ວ ໃຫ້ລະວັງລົດທີ່ແລ່ນມາຈາກທາງກໍ້າຂວາມື ແລະ ໃຫ້ໂຄ້ງແນບຂອບທາງກໍ້າຂວາ, ປ່ອຍທາງໃຫ້ລົດທີ່ຢຸດຢູ່ທາງດ້ານຫຼັງ ໄດ້ຊີງຂຶ້ນໄປ, ເມື່ອເຫັນວ່າປອດໄພແລ້ວ ຈຶ່ງຄ່ອຍຂັບເຂົ້າຊ່ອງທາງຈະລາຈອນປົກກະຕິ ຂ. ເມື່ອຫົວລົດຮອດເສັ້ນແບ່ງທິດທາງຈະລາຈອນແລ້ວ ໃຫ້ລະວັງລົດທີ່ແລ່ນມາຈາກທາງກໍ້າຂວາມື ແລະ ໃຫ້ໂຄ້ງແນບຂອບທາງກໍ້າຂວາ, ເມື່ອເຫັນວ່າປອດໄພແລ້ວ ຈຶ່ງຂັບເຂົ້າຊ່ອງທາງຈະລາຈອນປົກກະຕິ ຄ. ຖືກທັງສອງຂໍ້ None 28. ປ້າຍບໍລິການ ມີຄວາມໝາຍຄືແນວໃດ? ກ. ນັບແຕ່ປ້າຍນີ້ໄປໃນໄລຍະທາງ 5 ກິໂລແມັດ ມີຮ້ານອາຫານ ຂ. ນັບແຕ່ປ້າຍນີ້ໄປອີກ 5 ກິໂລແມັດ ມີຮ້ານຂາຍເຄື່ອງຄົວເຮືອນ ຄ. ນັບແຕ່ປ້າຍນີ້ໄປອີກ 5 ກິໂລແມັດ ມີຮ້ານອາຫານ None 29. ປ້າຍໃດ ເປັນປ້າຍຈໍາກັດຄວາມໄວສູງສຸດ? ກ. ປ້າຍທີ 1 ຂ. ປ້າຍທີ 2 ຄ. ປ້າຍທີ 3 None 30. ແຕ່ລະຂ້າງຂອງເຄື່ອງໝາຍວັດຖຸອັນຕະລາຍ ທີ່ຕິດໃສ່ລົດຂົນສົ່ງ ຕ້ອງມີຂະໜາດເທົ່າໃດ? ກ. ແຕ່ລະຂ້າງຕ້ອງມີຂະໜາດບໍ່ໃຫ້ຫຼຸດ 250 ມິນລີແມັດ ຂ. ແຕ່ລະຂ້າງຕ້ອງມີຂະໜາດບໍ່ໃຫ້ລື່ນ 250 ມິນລີແມັດ ຄ. ເຄື່ອງໝາຍເປັນຮູບວົງມົນເສັ້ນຜ່ານໃຈກາງບໍ່ໃຫ້ໜ້ອຍກວ່າ 250 ມິນລີແມັດ None 31. ການກະທຳຜິດຕໍ່ຄວາມປອດໄພຂອງການຈະລາຈອນທາງບົກ ມີຫຍັງແດ່? ກ. ເຈດຕະນາທໍາລາຍ ໂຄງປະກອບ, ສິ່ງປະກອບ ແລະ ສິ່ງປ້ອງກັນຄວາມປອດໄພ ຂອງທາງຫຼວງ ໃຫ້ເປ່ເພເສຍຫາຍ ຂ. ເຈດຕະນາທໍາລາຍ ໂຄງປະກອບ ແລະ ສິ່ງປ້ອງກັນຄວາມປອດໄພ ຂອງທາງຫຼວງ ໃຫ້ເປ່ເພເສຍຫາຍ ຄ. ຖືກທັງສອງຂໍ້ None 32. ການຍົກຍໍເຄື່ອງຂອງຂຶ້ນສູງເກີນຫົວ ຕ້ອງເຮັດແນວໃດຈຶ່ງມີຄວາມປອດໄພ? ກ. ຕ້ອງຫາສິ່ງຂອງໃດໜຶ່ງມາວາງໃຫ້ພໍດີ ເພື່ອປີນຂຶ້ນວາງເຄື່ອງຂອງ ຂ. ຕ້ອງເອົາຂັ້ນໄດມາຢຽບຂຶ້ນເພື່ອໃຫ້ສາມາດວາງເຄື່ອງຂອງ ຄ. ຕ້ອງຫາສິ່ງຂອງໃດໜຶ່ງມາວາງໃຫ້ພໍດີ ເພື່ອສາມາດຢຽບຂຶ້ນຫາບ່ອນທີ່ຈະວາງເຄື່ອງຂອງ None 33. ເມື່ອເຫັນປ້າຍນີ້ ຜູ້ຂັບຂີ່ລົດເກງ ສາມາດຊີງຂຶ້ນໜ້າລົດບັນທຸກຄັນນີ້ໄດ້ບໍ? ກ. ຫ້າມຊີງຂຶ້ນໜ້າລົດຄັນອື່ນທີ່ຕິດເຄື່ອງຈັກນັບແຕ່ສາມລໍ້ຂຶ້ນໄປ ຂ. ຫ້າມຊີງຂຶ້ນໜ້າລົດຄັນອື່ນທີ່ຕິດເຄື່ອງຈັກນັບແຕ່ສີ່ລໍ້ຂຶ້ນໄປ ຄ. ຫ້າມຊີງຂຶ້ນໜ້າລົດຄັນອື່ນທີ່ຕິດເຄື່ອງຈັກນັບແຕ່ສອງລໍ້ຂຶ້ນໄປ None 34. ເມື່ອລົດສອງຄັນມາຮອດຂົວພ້ອມກັນ ລົດຄັນໃດມີສິດໄປກ່ອນ? ກ. ລົດເກງ ສີເຫຼືອງ ໝາຍເລກ 1 ມີສິດໄປກ່ອນ ຍ້ອນມີປ້າຍບອກສິດ ຂ. ລົດເກງ ສີຟ້າ ໝາຍເລກ 2 ມີສິດໄປກ່ອນ ຍ້ອນມີປ້າຍບອກສິດ ຄ. ຖືກທັງສອງຂໍ້ None 35. ການກວດກາລະບົບບັງຄັບລ້ຽວ ຕ້ອງກວດກາຫຍັງແດ່? ກ. ລູກໝາກຄັນສົ່ງ, ສັງເກດໄລຍະຫວ່າງ ຂອງພວງມະໄລ ແລະ ຮອບລ້ຽວມີຈໍານວນຜິດປົກກະຕິ ຫຼື ບໍ ຂ. ລະດັບນໍ້າມັນພວງມະໄລພາວເວີ, ອັດກະແລັດໃສ່ ລູກໝາກຄັນສົ່ງ ແລະ ກວດຫົວເພົາປົກກະຕິ ຫຼື ບໍ ຄ. ກວດ ລະດັບນໍ້າມັນພວງມະໄລພາວເວີ, ໄລຍະຫວ່າງ ຂອງພວງມະໄລ, ລະບົບລູກໝາກຄັນສົ່ງ ແລະ ອື່ນໆ None 1 out of 35 Prev Post Quiz ປະເພດລົດບັນທຸກສິນຄ້າຂະໜາດກາງ C1 Next Post Quiz ປະເພດລົດໂດຍສານຂະໜາດກາງ D1